Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 4:15 - ພຣະຄຳພີສັກສິ

15 ພວກເຈົ້າ​ລືມ​ຄວາມ​ຍິນດີ​ຂອງ​ພວກເຈົ້າ​ແລ້ວ​ບໍ? ເຮົາ​ເອງ​ກ້າ​ເວົ້າ​ໄດ້​ວ່າ ຖ້າ​ເປັນ​ໄປ​ໄດ້​ພວກເຈົ້າ​ຄົງ​ຈະ​ຄວັດ​ໜ່ວຍ​ຕາ​ຂອງ​ພວກເຈົ້າ​ໃຫ້​ແກ່​ເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ບັດນີ້ ຄວາມຍິນດີ​ຂອງ​ພວກເຈົ້າ​ທີ່​ມີ​ຕໍ່​ເຮົາ​ຫາຍ​ໄປ​ໃສ​ໝົດ​ແລ້ວ? ເຮົາ​ສາມາດ​ຢືນຢັນ​ວ່າ, ຖ້າ​ພວກເຈົ້າ​ເຮັດໄດ້ ພວກເຈົ້າ​ກໍ​ຄົງ​ຈະ​ຄວັດ​ໜ່ວຍຕາ​ຂອງ​ພວກເຈົ້າ​ອອກ ແລະ ມອບ​ໜ່ວຍຕາ​ນັ້ນ​ໃຫ້​ເຮົາ​ແລ້ວ.

Uka jalj uñjjattʼäta Copia luraña




ຄາລາເຕຍ 4:15
17 Jak'a apnaqawi uñst'ayäwi  

ເມັດ​ທີ່​ຕົກ​ໃສ່​ພື້ນ ທີ່​ມີ​ຫີນ​ຫລາຍ​ດິນ​ໜ້ອຍ ໄດ້​ແກ່​ຄົນ​ທີ່​ໄດ້ຍິນ​ພຣະທຳ ແລະ​ຮັບ​ເອົາ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ, ແຕ່​ພວກເຂົາ​ບໍ່​ໃຫ້​ພຣະທຳ​ນັ້ນ ຝັງ​ຮາກ​ລົງ​ເລິກ​ໃນ​ຈິດໃຈ ພວກເຂົາ​ເຊື່ອ​ຢູ່​ແຕ່​ພຽງ​ຊົ່ວຄາວ ແລະ​ເມື່ອ​ພວກເຂົາ​ຖືກ​ການ​ທົດລອງ ກໍ​ລົ້ມເລີກ​ໄປ​ເສຍ.


ເຮົາ​ເປັນ​ພະຍານ​ໄດ້​ວ່າ ພວກເຂົາ​ມີ​ໃຈ​ຮ້ອນຮົນ​ປະຕິບັດ​ພຣະເຈົ້າ, ແຕ່​ບໍ່ໄດ້​ເປັນ​ໄປ​ຕາມ​ຄວາມຮູ້ ແລະ​ສະຕິປັນຍາ.


ຂໍ​ພຣະເຈົ້າ​ແຫ່ງ​ຄວາມຫວັງ ໂຜດ​ໃຫ້​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ສັນຕິສຸກ​ທຸກປະການ ໂດຍ​ທາງ​ຄວາມ​ເຊື່ອວາງໃຈ​ໃນ​ພຣະອົງ ເພື່ອ​ວ່າ​ຄວາມຫວັງ​ຂອງ​ພວກເຈົ້າ​ຈະ​ໄດ້​ຈະເລີນ​ຂຶ້ນ ໂດຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ.


ໂດຍ​ທາງ​ພຣະອົງ ເຮົາ​ຈຶ່ງ​ໄດ້​ເຂົ້າ​ໄປ​ໃນ​ຮົ່ມ​ພຣະຄຸນ ຊຶ່ງ​ບັດນີ້​ພວກເຮົາ​ຕັ້ງໝັ້ນ​ຢູ່​ດ້ວຍ​ຄວາມເຊື່ອ ແລະ​ພວກເຮົາ​ຊື່ນຊົມ​ຍິນດີ ໃນ​ຄວາມຫວັງ​ວ່າ​ຈະ​ໄດ້​ມີ​ສ່ວນ​ໃນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ


ຖ້າ​ເປັນ​ປະໂຫຍດ ເຮົາ​ປາຖະໜາ​ຢາກ​ໃຫ້​ເຮົາ​ເອງ​ຖືກ​ສາບແຊ່ງ ແລະ​ຖືກ​ຕັດຂາດ​ຈາກ​ພຣະຄຣິດ ເພາະ​ເຫັນ​ແກ່​ພີ່ນ້ອງ​ຂອງເຮົາ ຄື​ຍາດຕິພີ່ນ້ອງ​ຂອງເຮົາ​ຕາມ​ເຊື້ອສາຍ.


ເພາະ​ເຮົາ​ເປັນ​ພະຍານ​ໄດ້​ວ່າ ພວກເຂົາ​ສັດທາ​ຖວາຍ​ໂດຍ​ສຸດ​ຄວາມ​ສາມາດ​ຂອງ​ພວກເຂົາ ແລະ​ເຫຼືອ​ຄວາມ​ສາມາດ​ຂອງ​ພວກເຂົາ​ເສຍ​ອີກ,


ເພື່ອ​ພຣະພອນ​ທາງ​ອັບຣາຮາມ​ຈະ​ໄດ້​ມາ​ເຖິງ​ບັນດາ​ຄົນຕ່າງຊາດ​ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ, ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ພຣະວິນຍານ​ຕາມ​ພຣະສັນຍາ​ໂດຍ​ທາງ​ຄວາມເຊື່ອ.


ເຖິງ​ແມ່ນ​ວ່າ​ສຸຂະພາບ​ຂອງເຮົາ ຈະ​ເປັນ​ການ​ທົດລອງ​ໃຈ​ເຈົ້າ​ທັງຫລາຍ​ກໍຕາມ ພວກເຈົ້າ​ກໍ​ບໍ່ໄດ້​ໝິ່ນປະໝາດ ຫລື​ເບື່ອໜ່າຍ​ເຮົາ ແຕ່​ໄດ້​ຕ້ອນຮັບ​ເຮົາ ເໝືອນ​ກັບ​ເປັນ​ທູດ​ຂອງ​ພຣະເຈົ້າ ຫລື​ເໝືອນ​ກັບ​ພຣະຄຣິດເຈົ້າ​ເຢຊູ.


ເວລາ​ນີ້ ເຮົາ​ໄດ້​ກາຍເປັນ​ສັດຕູ​ຂອງ​ພວກເຈົ້າ ຍ້ອນ​ເຮົາ​ບອກ​ຄວາມຈິງ​ແກ່​ພວກເຈົ້າ​ຊັ້ນບໍ?


ລູກ​ນ້ອຍ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ຕ້ອງ​ເຈັບປວດ​ເພາະ​ພວກເຈົ້າ​ອີກ ເໝືອນ​ຢ່າງ​ແມ່​ທີ່​ເຈັບ​ທ້ອງ​ເກີດ​ລູກ ຈົນກວ່າ​ພຣະຄຣິດ​ຈະ​ໄດ້​ເປັນ​ທີ່​ສ້າງ​ຂຶ້ນ​ຢູ່​ໃນ​ພວກເຈົ້າ.


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື: ຄວາມຮັກ, ຄວາມ​ຊົມຊື່ນ​ຍິນດີ, ສັນຕິສຸກ, ຄວາມ​ອົດທົນ​ດົນນານ, ຄວາມ​ເມດຕາປານີ, ຄວາມດີ, ຄວາມ​ສັດຊື່,


ແຕ່ລະຄົນ​ຄວນ​ສຳຫລວດ​ເບິ່ງ​ການງານ​ຂອງ​ຕົນເອງ ຖ້າ​ການງານ​ດີ ກໍ​ຈົ່ງ​ພູມໃຈ​ໃນ​ການງານ​ນັ້ນ ໂດຍ​ບໍ່​ຕ້ອງ​ປຽບທຽບ​ໃສ່​ກັບ​ການງານ​ຂອງ​ຄົນອື່ນ.


ເຮົາ​ເປັນ​ພະຍານ​ຝ່າຍ​ເພິ່ນ​ວ່າ ເພິ່ນ​ໄດ້​ເຮັດ​ການ​ໜັກໜ່ວງ​ເພື່ອ​ພວກເຈົ້າ ແລະ​ເພື່ອ​ຄົນ​ທີ່​ຢູ່​ເມືອງ​ລາວດີເກອາ, ທັງ​ເພື່ອ​ຄົນ​ທີ່​ຢູ່​ເມືອງ​ເຮຍຣາໂປລີ.


ຍ້ອນ​ຄວາມຮັກ​ທີ່​ພວກເຮົາ​ມີ​ສຳລັບ​ພວກເຈົ້າ ພວກເຮົາ​ຈຶ່ງ​ບໍ່ແມ່ນ​ພຽງແຕ່​ພ້ອມ​ທີ່​ຈະ​ແບ່ງປັນ​ຂ່າວປະເສີດ​ໃຫ້​ແກ່​ພວກເຈົ້າ​ເທົ່ານັ້ນ ແຕ່​ພ້ອມ​ທີ່​ຈະ​ສະຫລະ​ຊີວິດ​ຂອງ​ພວກເຮົາ​ໃຫ້​ແກ່​ພວກເຈົ້າ​ດ້ວຍ. ເພາະວ່າ​ພວກເຈົ້າ​ໄດ້​ກາຍເປັນ​ທີ່ຮັກ​ຂອງ​ພວກເຮົາ.


ຈົ່ງ​ນັບຖື​ແລະ​ຮັກ​ພວກເຂົາ​ຢ່າງ​ຫລາຍ​ທີ່ສຸດ ເນື່ອງ​ຈາກ​ການງານ​ທີ່​ພວກເຂົາ​ເຮັດ​ຢູ່​ນັ້ນ ຈົ່ງ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສະຫງົບສຸກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka