Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 4:13 - ພຣະຄຳພີສັກສິ

13 ເຈົ້າ​ທັງຫລາຍ​ຮູ້​ຢູ່​ວ່າ ໃນ​ຕອນ​ຕົ້ນ​ທີ່​ເຮົາ​ໄດ້​ປະກາດ​ເລື່ອງ​ຂ່າວປະເສີດ​ແກ່​ພວກເຈົ້າ ກໍ​ເປັນ​ເພາະ​ການ​ເຈັບປ່ວຍ​ທາງ​ຮ່າງກາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ຢູ່​ວ່າ ຕອນ​ທຳອິດ​ທີ່​ເຮົາ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ນັ້ນ​ກໍ​ເພາະ​ຄວາມເຈັບປ່ວຍ.

Uka jalj uñjjattʼäta Copia luraña




ຄາລາເຕຍ 4:13
13 Jak'a apnaqawi uñst'ayäwi  

ຖ້າ​ຊາຍ​ຄົນ​ໃດ​ຜົມ​ຫລົ່ນ ບໍ່​ວ່າ​ທາງ​ດ້ານ​ໜ້າ​ຫລື​ດ້ານຫລັງ​ກໍຕາມ ຄົນ​ນັ້ນ​ບໍ່ໄດ້​ເປັນ​ມົນທິນ


ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຄົນ​ຕາມ​ທຳມະສາລາ ແລະ​ປະກາດ​ຂ່າວປະເສີດ​ຂອງ​ຣາຊອານາຈັກ​ສະຫວັນ ຕະຫລອດ​ທັງ​ຊົງ​ໂຜດ​ຮັກສາ​ຄົນ​ທີ່​ມີ​ພະຍາດໂຣຄາ​ແລະ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ​ໃຫ້​ຫາຍ​ດີ.


ພຣະວິນຍານ​ບໍຣິສຸດເຈົ້າ ບໍ່​ອະນຸຍາດ​ໃຫ້​ເພິ່ນ​ປະກາດ​ພຣະທຳ​ໃນ​ແຂວງ​ເອເຊຍ ພວກເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ເຂດແດນ​ຂອງ​ເມືອງ​ຟີເຄຍ ແລະ ເມືອງ​ຄາລາເຕຍ.


ເພາະ​ສະນັ້ນ ເມື່ອ​ເຮົາ​ໄດ້​ມາ​ຫາ​ພວກເຈົ້າ ເຮົາ​ກໍ​ອ່ອນ​ກຳລັງ ແລະ​ຢ້ານກົວ​ຈົນ​ຕົວ​ສັ່ນ


ເພາະ​ມີ​ບາງຄົນ​ເວົ້າ​ວ່າ, “ຈົດໝາຍ​ຂອງ​ໂປໂລ​ມີ​ນໍ້າໜັກ, ແຕ່​ຕົວ​ລາວ​ເບິ່ງ​ຄື​ເປັນ​ຄົນ​ອ່ອນແອ ແລະ​ຄຳ​ເວົ້າ​ຂອງ​ລາວ​ກໍ​ໃຊ້​ການ​ບໍ່ໄດ້.”


ຖ້າ​ເຮົາ​ຕ້ອງ​ອວດ ເຮົາ​ກໍ​ຈະ​ອວດ​ເຖິງ​ສິ່ງ​ທີ່​ສະແດງ​ວ່າ​ເຮົາ​ອ່ອນແອ​ຢ່າງ​ໃດ.


ເຖິງ​ເຮົາ​ບໍ່​ເກັ່ງ​ທາງ​ດ້ານ​ການ​ເວົ້າຈາ ແຕ່​ເຮົາ​ກໍ​ຍັງ​ມີ​ຄວາມ​ຮູ້ ທີ່​ຈິງ​ເຮົາ​ໄດ້​ສະແດງ​ເລື່ອງ​ນີ້ ໃຫ້​ປາກົດ​ແຈ້ງ​ແກ່​ພວກເຈົ້າ​ໃນ​ກິດຈະການ​ທຸກສິ່ງ​ແລ້ວ.


ເພາະ​ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຖືກ​ຄຶງ​ໄວ້​ເນື່ອງ​ຈາກ​ຄວາມ​ອ່ອນແອ​ກໍ​ຈິງ ພຣະອົງ​ກໍ​ຍັງ​ຊົງພຣະຊົນ​ຢູ່​ເພາະ​ຣິດອຳນາດ​ຂອງ​ພຣະເຈົ້າ ເພາະວ່າ​ເຮົາ​ກໍ​ອ່ອນແອ​ດ້ວຍ​ກັນ​ກັບ​ພຣະອົງ, ແຕ່​ເພື່ອ​ພວກເຈົ້າ ເຮົາ​ກໍ​ມີ​ຊີວິດ​ເປັນ​ຢູ່​ດ້ວຍ​ກັນ​ກັບ​ພຣະອົງ ເພາະ​ຣິດອຳນາດ​ຂອງ​ພຣະເຈົ້າ.


ເຮົາ​ຮູ້​ສຶກ​ປະຫລາດ​ໃຈ ທີ່​ເຈົ້າ​ທັງຫລາຍ​ພາກັນ​ປະຖິ້ມ​ພຣະອົງ​ຢ່າງ​ຮີບດ່ວນ ພຣະອົງ​ຊົງ​ເອີ້ນ​ພວກເຈົ້າ​ມາ​ດ້ວຍ​ພຣະຄຸນ​ຂອງ​ພຣະຄຣິດ ແຕ່​ພວກເຈົ້າ​ຕ່າວ​ຄືນ​ໄປ​ຫາ​ຂ່າວປະເສີດ​ອັນ​ແຕກຕ່າງ​ເສຍ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຮ້ອງ​ຂໍ​ພວກເຈົ້າ​ໃຫ້​ເປັນ​ເໝືອນ​ດັ່ງ​ເຮົາ ຕາມ​ທີ່ຈິງ​ແລ້ວ ເຮົາ​ກໍ​ເຄີຍ​ເປັນ​ດັ່ງ​ພວກເຈົ້າ​ເໝືອນກັນ ພວກເຈົ້າ​ບໍ່ໄດ້​ທຳຮ້າຍ​ຫຍັງ​ຕໍ່​ເຮົາ.


ເຖິງ​ແມ່ນ​ວ່າ​ສຸຂະພາບ​ຂອງເຮົາ ຈະ​ເປັນ​ການ​ທົດລອງ​ໃຈ​ເຈົ້າ​ທັງຫລາຍ​ກໍຕາມ ພວກເຈົ້າ​ກໍ​ບໍ່ໄດ້​ໝິ່ນປະໝາດ ຫລື​ເບື່ອໜ່າຍ​ເຮົາ ແຕ່​ໄດ້​ຕ້ອນຮັບ​ເຮົາ ເໝືອນ​ກັບ​ເປັນ​ທູດ​ຂອງ​ພຣະເຈົ້າ ຫລື​ເໝືອນ​ກັບ​ພຣະຄຣິດເຈົ້າ​ເຢຊູ.


ການ​ເອົາອົກ​ເອົາໃຈ​ດ້ວຍ​ຄວາມຫວັງ​ດີ ກໍ​ເປັນ​ການ​ດີ​ຢູ່​ທຸກ​ເວລາ ແລະ​ບໍ່ແມ່ນແຕ່​ເມື່ອ​ເວລາ​ເຮົາ​ຢູ່​ນຳ​ພວກເຈົ້າ​ເທົ່ານັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka