10 ພວກເຈົ້າຖືວັນ ຖືເດືອນ ຖືລະດູ ແລະຖືປີ.
10 ພວກເຈົ້າທັງຫລາຍກຳລັງສັງເກດວັນພິເສດຕ່າງໆ, ເດືອນຕ່າງໆ, ລະດູຕ່າງໆ ແລະ ປີຕ່າງໆ!
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊທີ່ເທິງພູເຂົາຊີນາຍວ່າ,
ໃນປີນີ້ ຊັບສົມບັດທັງໝົດທີ່ຖືກຂາຍໄປນັ້ນ ຈະຕ້ອງຖືກສົ່ງຄືນໃຫ້ເຈົ້າຂອງເດີມ.
ຄົນໜຶ່ງຄິດວ່າ ວັນໜຶ່ງດີກວ່າວັນໜຶ່ງອີກ ແຕ່ອີກຄົນໜຶ່ງຄິດວ່າທຸກວັນດີເໝືອນກັນໝົດ ຄວນໃຫ້ທຸກຄົນມີຄວາມແນ່ໃຈໃນຄວາມຄິດຂອງຕົນເອງ.
ເຮົາວິຕົກນຳເຈົ້າທັງຫລາຍ ຢ້ານວ່າການໜັກໜ່ວງທີ່ເຮົາໄດ້ເຮັດສຳລັບພວກເຈົ້ານັ້ນ ຈະບໍ່ເປັນປະໂຫຍດ.