Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 3:9 - ພຣະຄຳພີສັກສິ

9 ອັບຣາຮາມ​ໄດ້​ເຊື່ອ ແລະ​ໄດ້​ຮັບ​ພຣະພອນ. ດັ່ງນັ້ນ ທຸກຄົນ​ທີ່​ວາງໃຈເຊື່ອ​ຈຶ່ງ​ໄດ້​ຮັບ​ພຣະພອນ​ເໝືອນກັນ​ກັບ​ເພິ່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ດັ່ງນັ້ນ ບັນດາ​ຜູ້​ທີ່​ອາໄສ​ຄວາມເຊື່ອ​ຈຶ່ງ​ໄດ້​ຮັບ​ພອນ​ຮ່ວມ​ກັບ​ອັບຣາຮາມ ຜູ້​ທີ່​ເປັນ​ບຸລຸດ​ແຫ່ງ​ຄວາມເຊື່ອ.

Uka jalj uñjjattʼäta Copia luraña




ຄາລາເຕຍ 3:9
8 Jak'a apnaqawi uñst'ayäwi  

ມາບັດນີ້ ອັບຣາຮາມ​ກໍ​ເຖົ້າແກ່​ແລະ​ມີ​ອາຍຸ​ສູງ​ຫລາຍ​ແລ້ວ; ແລະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ວຽກງານ​ທຸກຢ່າງ​ທີ່​ເພິ່ນ​ໄດ້​ເຮັດ.


ແລະ​ເພິ່ນ​ໄດ້​ຮັບ​ພິທີຕັດ​ນັ້ນ ເປັນ​ໝາຍສຳຄັນ ຄື​ເປັນ​ກາປະທັບ​ຂອງ​ຄວາມ​ຊອບທຳ ຊຶ່ງ​ເກີດ​ດ້ວຍ​ຄວາມເຊື່ອ​ທີ່​ເພິ່ນ​ໄດ້​ມີ​ຢູ່ ເມື່ອ​ເພິ່ນ​ຍັງ​ບໍ່​ທັນ​ໄດ້​ຮັບ​ພິທີຕັດ​ເທື່ອນັ້ນ ເພື່ອ​ເພິ່ນ​ຈະ​ໄດ້​ເປັນ​ບິດາ​ຂອງ​ຄົນ​ທັງປວງ​ທີ່​ເຊື່ອ ຊຶ່ງ​ພຣະເຈົ້າ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ເຖິງ​ແມ່ນ​ວ່າ​ຍັງ​ບໍ່ໄດ້​ຮັບ​ພິທີຕັດ​ກໍຕາມ.


ດ້ວຍເຫດນີ້​ເອງ, ການ​ທີ່​ໄດ້​ຮັບ​ມໍຣະດົກ​ນັ້ນ ຈຶ່ງ​ຂຶ້ນ​ຢູ່​ກັບ​ຄວາມເຊື່ອ ເພື່ອ​ຈະ​ໄດ້​ເປັນ​ຕາມ​ພຣະຄຸນ ເພື່ອ​ພຣະສັນຍາ​ນັ້ນ​ຈະ​ເປັນ​ທີ່​ວາງ​ໃຈ​ແກ່​ຜູ້​ສືບ​ເຊື້ອສາຍ​ຂອງ​ເພິ່ນ​ທຸກຄົນ ແລະ​ບໍ່ແມ່ນ​ຜູ້​ສືບ​ເຊື້ອສາຍ​ທີ່​ຖື​ກົດບັນຍັດ​ພວກ​ດຽວ, ແຕ່​ແກ່​ບັນດາ​ຄົນ​ທີ່​ມີ​ຄວາມເຊື່ອ​ຢ່າງ​ດຽວກັນ​ກັບ​ອັບຣາຮາມ ຜູ້​ເປັນ​ບິດາ​ຂອງ​ພວກເຮົາ​ທັງໝົດ.


ຄຳ​ເຫຼົ່ານີ້​ໄດ້​ຂຽນ​ໄວ້​ສຳລັບ​ເຮົາ​ທັງຫລາຍ​ອີກ​ດ້ວຍ ຊຶ່ງ​ເປັນ​ພວກ​ທີ່​ພຣະເຈົ້າ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ຄື​ພວກເຮົາ​ທີ່​ເຊື່ອ​ໃນ​ພຣະອົງ ອົງ​ທີ່​ບັນດານ​ໃຫ້​ພຣະເຢຊູເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ເປັນ​ຄືນ​ມາ​ຈາກ​ຕາຍ.


ເພື່ອ​ພຣະພອນ​ທາງ​ອັບຣາຮາມ​ຈະ​ໄດ້​ມາ​ເຖິງ​ບັນດາ​ຄົນຕ່າງຊາດ​ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ, ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ພຣະວິນຍານ​ຕາມ​ພຣະສັນຍາ​ໂດຍ​ທາງ​ຄວາມເຊື່ອ.


ຖ້າ​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະຄຣິດ​ແລ້ວ ພວກເຈົ້າ​ກໍ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ຄື​ເປັນ​ຜູ້​ໄດ້​ຮັບ​ມໍຣະດົກ​ຕາມ​ພຣະສັນຍາ.


ບັດນີ້ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ພວກເຈົ້າ​ກໍ​ເປັນ​ລູກໆ​ຂອງ​ພຣະເຈົ້າ ຕາມ​ພຣະສັນຍາ ເໝືອນດັ່ງ​ອີຊາກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka