Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 3:7 - ພຣະຄຳພີສັກສິ

7 ສະນັ້ນ ພວກເຈົ້າ​ຈົ່ງ​ຮັບ​ຮູ້​ໄວ້​ວ່າ ແມ່ນ​ຜູ້​ທີ່​ມີ​ຄວາມເຊື່ອ​ນັ້ນ​ແຫຼະ ເປັນ​ເຊື້ອສາຍ​ແທ້​ຂອງ​ອັບຣາຮາມ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ດັ່ງນັ້ນ ຈົ່ງ​ເຂົ້າໃຈ​ວ່າ, ບັນດາ​ຜູ້​ທີ່​ມີ​ຄວາມເຊື່ອ​ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ.

Uka jalj uñjjattʼäta Copia luraña




ຄາລາເຕຍ 3:7
11 Jak'a apnaqawi uñst'ayäwi  

ຈົ່ງ​ຮູ້ຈັກ​ວ່າ​ພຣະເຈົ້າຢາເວ​ຄື​ພຣະເຈົ້າ​ຜູ້​ສ້າງ​ພວກເຮົາ ພວກເຮົາ​ເປັນ​ໄພ່ພົນ​ແລະ​ຝູງແກະ​ຂອງ​ພຣະອົງ.


ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ຊັກຂ່າຍ​ວ່າ, “ໃນວັນນີ້ ຄວາມ​ພົ້ນ​ມາ​ເຖິງ​ເຮືອນ​ຫລັງ​ນີ້​ແລ້ວ ເພາະ​ຄົນ​ນີ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ເໝືອນກັນ.


ຢ່າງ​ດຽວກັນ​ນັ້ນ​ແຫຼະ ເມື່ອ​ພວກເຈົ້າ​ເຫັນ​ເຫດການ​ເຫຼົ່ານີ້​ກຳລັງ​ເກີດຂຶ້ນ ພວກເຈົ້າ​ຈົ່ງ​ຮູ້​ວ່າ ອານາຈັກ​ຂອງ​ພຣະເຈົ້າ​ໃກ້​ຈະ​ມາ​ເຖິງ​ແລ້ວ.”


ພວກເຂົາ​ຕອບ​ພຣະອົງ​ວ່າ, “ພໍ່​ຂອງ​ພວກເຮົາ​ແມ່ນ​ອັບຣາຮາມ.” ພຣະເຢຊູເຈົ້າ​ໄດ້​ຕອບ​ຄືນ​ວ່າ, “ຖ້າ​ເຈົ້າ​ທັງຫລາຍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ເຈົ້າ​ກໍ​ຈະ​ເຮັດ ໃນ​ສິ່ງ​ທີ່​ອັບຣາຮາມ​ໄດ້​ເຮັດ.


ຄຳ​ເຫຼົ່ານີ້​ໄດ້​ຂຽນ​ໄວ້​ສຳລັບ​ເຮົາ​ທັງຫລາຍ​ອີກ​ດ້ວຍ ຊຶ່ງ​ເປັນ​ພວກ​ທີ່​ພຣະເຈົ້າ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ຄື​ພວກເຮົາ​ທີ່​ເຊື່ອ​ໃນ​ພຣະອົງ ອົງ​ທີ່​ບັນດານ​ໃຫ້​ພຣະເຢຊູເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ເປັນ​ຄືນ​ມາ​ຈາກ​ຕາຍ.


ອັບຣາຮາມ​ໄດ້​ເຊື່ອ ແລະ​ໄດ້​ຮັບ​ພຣະພອນ. ດັ່ງນັ້ນ ທຸກຄົນ​ທີ່​ວາງໃຈເຊື່ອ​ຈຶ່ງ​ໄດ້​ຮັບ​ພຣະພອນ​ເໝືອນກັນ​ກັບ​ເພິ່ນ.


ຂໍ​ໃຫ້​ສັນຕິສຸກ​ແລະ​ພຣະ​ກະລຸນາຄຸນ ຈົ່ງ​ມີ​ແກ່​ທຸກຄົນ​ທີ່​ປະຕິບັດ​ຕາມ​ກົດ​ຢ່າງ​ນີ້ ແລະ​ທັງ​ອິດສະຣາເອນ​ຂອງ​ພຣະເຈົ້າ​ເທີ້ນ.


ເຮົາ​ປາຖະໜາ​ໃຫ້​ພວກເຈົ້າ​ຮູ້​ວ່າ ຕີໂມທຽວ ນ້ອງຊາຍ​ຂອງ​ພວກເຮົາ ໄດ້​ອອກ​ຈາກ​ຄຸກ​ແລ້ວ, ຖ້າ​ລາວ​ມາ​ຮອດ​ທີ່​ນີ້​ໄວ ເມື່ອ​ເຮົາ​ໄປ​ຢ້ຽມຢາມ​ພວກເຈົ້າ ເຮົາ​ກໍ​ຈະ​ເອົາ​ລາວ​ໄປ​ນຳ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka