Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 3:5 - ພຣະຄຳພີສັກສິ

5 ພຣະອົງ​ຜູ້​ຊົງ​ປະທານ​ພຣະວິນຍານ​ແກ່​ເຈົ້າ​ທັງຫລາຍ ແລະ​ຊົງ​ສຳແດງ​ອິດທິຣິດ​ທ່າມກາງ​ພວກເຈົ້າ ຊົງ​ກະທຳ​ການ​ເຫຼົ່ານັ້ນ ເພາະ​ດ້ວຍ​ການ​ປະຕິບັດ​ຕາມ​ກົດບັນຍັດ​ບໍ? ຫລື​ວ່າ​ເພາະ​ດ້ວຍ​ການ​ເຊື່ອຟັງ​ຂໍ້ຄວາມ​ທີ່​ໄດ້ຍິນ​ນັ້ນ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ຖາມ​ອີກ​ວ່າ, ພຣະເຈົ້າ​ໃຫ້​ພຣະວິນຍານ​ຂອງ​ພຣະອົງ​ແກ່​ພວກເຈົ້າ ແລະ ໄດ້​ກະທຳ​ການ​ອັດສະຈັນ​ຕ່າງໆ​ທ່າມກາງ​ພວກເຈົ້າ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ​ບໍ ຫລື ໂດຍ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້ຍິນ​ບໍ່​ແມ່ນ​ບໍ?

Uka jalj uñjjattʼäta Copia luraña




ຄາລາເຕຍ 3:5
14 Jak'a apnaqawi uñst'ayäwi  

ດັ່ງນັ້ນ ທ່ານ​ທັງສອງ​ຈຶ່ງ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ອີໂກນີອົມ​ນີ້​ດົນນານ​ສົມຄວນ, ມີ​ໃຈ​ກ້າ​ກ່າວ​ດ້ວຍ​ຄວາມ​ໄວ້ວາງໃຈ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ພຣະຄຸນ​ຂອງ​ພຣະອົງ ໂດຍ​ໃຫ້​ທ່ານ​ທັງສອງ​ມີ​ຣິດອຳນາດ​ເຮັດ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຫລາຍ​ຢ່າງ.


ດັ່ງນັ້ນ ຄວາມເຊື່ອ​ເກີດຂຶ້ນ​ໄດ້​ກໍ​ເພາະ​ການ​ໄດ້ຍິນ ແລະ​ການ​ໄດ້ຍິນ​ເກີດຂຶ້ນ​ໄດ້ ກໍ​ເພາະ​ການ​ປະກາດ​ເລື່ອງ​ພຣະຄຣິດ.


ຄື​ດ້ວຍ​ຣິດອຳນາດ​ແຫ່ງ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ ແລະ​ຣິດເດດອຳນາດ​ຂອງ​ພຣະວິນຍານ​ຂອງ​ພຣະເຈົ້າ ຈົນ​ເຮົາ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ​ຢ່າງ​ຄົບຖ້ວນ ຕັ້ງແຕ່​ນະຄອນ​ເຢຣູຊາເລັມ ອ້ອມ​ໄປ​ຮອດ​ແຂວງ​ອີລີຣິກົນ.


ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຣິດອຳນາດ​ເຮັດ​ການ​ອັດສະຈັນ ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຂອງ​ປະທານ​ໃນ​ການ​ປະກາດ​ພຣະທຳ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ​ຮູ້​ສັງເກດ​ວິນຍານ​ຕ່າງໆ ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຄວາມ​ສາມາດ​ເວົ້າ​ພາສາ​ແປກໆ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ​ມີ​ຄວາມ​ສາມາດ​ແປ​ພາສາ​ແປກໆ.


ເພາະວ່າ​ເຄື່ອງ​ອາວຸດ​ຂອງເຮົາ​ບໍ່​ເປັນ​ຂອງ​ຝ່າຍ​ໂລກ, ແຕ່​ມີ​ຣິດອຳນາດ​ຈາກ​ພຣະເຈົ້າ​ທີ່​ທຳລາຍ​ຄ້າຍ​ອັນ​ເຂັ້ມແຂງ​ໄດ້ ຄື​ທຳລາຍ​ຄວາມ​ຄິດ​ທີ່​ມີ​ເຫດ​ຜົນ​ອັນ​ບໍ່​ຈິງ


ແທ້ຈິງ, ລັກສະນະ​ຂອງ​ອັກຄະສາວົກ ໄດ້​ປາກົດ​ຢ່າງ​ແຈ່ມແຈ້ງ​ໃນ​ທ່າມກາງ​ພວກເຈົ້າ ໂດຍ​ຄວາມ​ພຽນ, ໂດຍ​ໝາຍສຳຄັນ ໂດຍ​ການ​ອັດສະຈັນ ແລະ​ໂດຍ​ການ​ອິດທິຣິດ​ຕ່າງໆ.


ເພາະວ່າ​ເຈົ້າ​ທັງຫລາຍ​ຕ້ອງການ​ຈະ​ເຫັນ​ຫຼັກຖານ​ວ່າ, ພຣະຄຣິດ​ຊົງ​ກ່າວ​ທາງ​ເຮົາ ພຣະອົງ​ບໍ່ໄດ້​ຊົງ​ອ່ອນແອ​ຕໍ່​ພວກເຈົ້າ, ແຕ່​ຊົງ​ມີ​ຣິດອຳນາດ​ໃນ​ທ່າມກາງ​ພວກເຈົ້າ.


ການ​ປະຕິບັດ​ຕາມ​ພຣະວິນຍານ ກໍ​ມີ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່​ກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ​ໜໍ


ຝ່າຍ​ພຣະອົງ ຜູ້​ຊົງ​ປະທານ​ແນວປູກ​ໃຫ້​ແກ່​ຜູ້​ຫວ່ານ ກັບ​ທັງ​ອາຫານ​ສຳລັບ​ກິນ ຈະ​ຊົງ​ປະທານ​ແນວປູກ​ໃຫ້​ແກ່​ເຈົ້າ​ທັງຫລາຍ ທັງ​ຈະ​ຊົງ​ບັນດານ​ໃຫ້​ແນວປູກ​ນັ້ນ​ທະວີ​ຫລາຍ​ຂຶ້ນ ຊໍ້າ​ຈະ​ຊົງ​ບັນດານ​ໃຫ້​ຜົນ​ແຫ່ງ​ຄຸນຄວາມດີ​ຂອງ​ພວກເຈົ້າ​ນັ້ນ​ຈະເລີນ​ຂຶ້ນ


ເຮົາ​ຢາກ​ຮູ້​ຂໍ້​ດຽວ​ຈາກ​ພວກເຈົ້າ​ວ່າ ເຈົ້າ​ທັງຫລາຍ​ໄດ້​ຮັບ​ພຣະວິນຍານ​ນັ້ນ ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ​ຫລື? ຫລື​ວ່າ​ໄດ້​ຮັບ​ໂດຍ​ການ​ເຊື່ອຟັງ​ຂໍ້ຄວາມ​ທີ່​ໄດ້ຍິນ​ນັ້ນ?


ເພາະ​ເຮົາ​ຮູ້​ວ່າ ຍ້ອນ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ ແລະ​ຄວາມ​ຊ່ວຍຊູ​ທີ່​ໄດ້​ຮັບ​ຈາກ​ພຣະວິນຍານ​ຂອງ​ພຣະເຢຊູ​ຄຣິດເຈົ້າ ສິ່ງ​ເຫຼົ່ານັ້ນ​ຈະ​ປົດປ່ອຍ​ເຮົາ​ໃຫ້​ເປັນ​ອິດສະຫລະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka