ຄາລາເຕຍ 3:23 - ພຣະຄຳພີສັກສິ23 ເມື່ອຄວາມເຊື່ອຍັງບໍ່ທັນມານັ້ນ ພວກເຮົາໄດ້ຕົກຢູ່ໃນຂອບເຂດອຳນາດຂອງກົດບັນຍັດ ຖືກຄວບຄຸມໄວ້ຈົນເຖິງຄວາມເຊື່ອຈະໄດ້ມາປາກົດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່23 ກ່ອນທີ່ຄວາມເຊື່ອນີ້ຈະມາເຖິງ, ພວກເຮົາໄດ້ຖືກຄວບຄຸມຢູ່ພາຍໃຕ້ກົດບັນຍັດ, ຖືກກັກໄວ້ຈົນກວ່າຄວາມເຊື່ອທີ່ຈະມາເຖິງນັ້ນຈະຖືກເປີດເຜີຍ. Uka jalj uñjjattʼäta |
ຈົ່ງປັກຕາເບິ່ງພຣະເຢຊູເຈົ້າ ຄືຜູ້ບຸກເບີກຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເລັດ. ພຣະອົງໄດ້ຊົງອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ ພຣະອົງຊົງຖືວ່າຄວາມລະອາຍນັ້ນບໍ່ເປັນສິ່ງສຳຄັນ ຈຶ່ງໄດ້ປະທັບລົງເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າ.