Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 3:22 - ພຣະຄຳພີສັກສິ

22 ແຕ່​ພຣະຄຳພີ​ໄດ້​ຮວບຮວມ​ສິ່ງ​ທັງໝົດ ໃຫ້​ເຂົ້າ​ຢູ່​ພາຍໃຕ້​ອຳນາດ​ຄວາມ​ຜິດບາບ ເພື່ອ​ວ່າ​ທຸກຄົນ​ທີ່​ເຊື່ອ​ຈະ​ໄດ້​ຮັບ​ຂອງ​ປະທານ​ຕາມ​ທີ່​ຊົງ​ສັນຍາ​ໄວ້ ຊຶ່ງ​ໄດ້​ຊົງ​ໂຜດ​ປະທານ ໂດຍ​ອາໄສ​ຄວາມເຊື່ອ​ໃນ​ພຣະເຢຊູ​ຄຣິດເຈົ້າ​ເປັນ​ຫລັກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

22 ແຕ່​ພຣະຄຳພີ​ໄດ້​ກັກ​ທຸກ​ສິ່ງ​ໄວ້​ຢູ່​ພາຍໃຕ້​ການຄວບຄຸມ​ຂອງ​ບາບ, ເພື່ອວ່າ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ຈະ​ໃຫ້​ແກ່​ບັນດາ​ຜູ້​ທີ່​ເຊື່ອ​ໂດຍ​ຜ່ານທາງ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ.

Uka jalj uñjjattʼäta Copia luraña




ຄາລາເຕຍ 3:22
31 Jak'a apnaqawi uñst'ayäwi  

ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຖືກ​ການ​ທົດລອງ ບໍ່ມີ​ຜູ້ໃດ​ທີ່​ບໍ່ມີ​ຄວາມຜິດ​ໃນ​ສາຍ​ຕາ​ຂອງ​ພຣະອົງ.


ຜູ້​ທີ່​ເຊື່ອ ແລະ​ຮັບ​ບັບຕິສະມາ​ຈະ​ໄດ້​ພົ້ນ ຜູ້​ທີ່​ບໍ່​ເຊື່ອ​ຈະ​ຖືກ​ໂທດ.


ເຮົາ​ເປັນ​ຄວາມ​ສະຫວ່າງ​ທີ່​ເຂົ້າ​ມາ​ໃນ​ໂລກນີ້ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ເຮົາ​ຈະ​ບໍ່​ຢູ່​ໃນ​ຄວາມມືດ.


ການ​ທີ່​ໄດ້​ຈົດ​ເຫດການ​ເຫຼົ່ານີ້​ໄວ້​ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ເຊື່ອ ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ໂດຍ​ທາງ​ຄວາມເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ.


ຜູ້​ທີ່​ວາງໃຈເຊື່ອ​ໃນ​ພຣະບຸດ ກໍໄດ້​ຊີວິດ​ນິຣັນດອນ ຜູ້​ທີ່​ບໍ່​ເຊື່ອ​ໃນ​ພຣະບຸດ ກໍ​ຈະ​ບໍ່​ເຫັນ​ຊີວິດ ແຕ່​ການ​ລົງໂທດ​ຂອງ​ພຣະເຈົ້າ​ຈະ​ປົກຄຸມ​ຢູ່​ເທິງ​ຜູ້ນັ້ນ.


ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຜູ້​ທີ່​ຟັງ​ຄຳ​ເວົ້າ​ຂອງເຮົາ ແລະ​ວາງໃຈເຊື່ອ​ໃນ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ ຜູ້ນັ້ນ​ກໍ​ມີ​ຊີວິດ​ນິຣັນດອນ ແລະ​ຈະ​ບໍ່​ເຂົ້າ​ໃນ​ການ​ພິພາກສາ ແຕ່​ໄດ້​ຜ່ານ​ພົ້ນ​ຈາກ​ຄວາມ​ຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ.


ດ້ວຍວ່າ, ນີ້​ແຫຼະ ແມ່ນ​ຄວາມປະສົງ​ພຣະບິດາເຈົ້າ​ຂອງເຮົາ ຄື​ໃຫ້​ທຸກຄົນ​ທີ່​ເຫັນ​ພຣະບຸດ ແລະ​ເຊື່ອ​ໃນ​ພຣະອົງ​ນັ້ນ​ມີ​ຊີວິດ​ນິຣັນດອນ ແລະ​ເຮົາ​ຈະ​ໃຫ້​ຜູ້ນັ້ນ​ເປັນ​ຄືນ​ມາ​ສູ່​ຊີວິດ​ໃນ​ວັນ​ສຸດທ້າຍ.”


ພວກເພິ່ນ​ຕອບ​ວ່າ, “ຈົ່ງ​ເຊື່ອ​ໃນ​ອົງ​ພຣະເຢຊູເຈົ້າ ແລ້ວ​ເຈົ້າ​ກັບ​ຄອບຄົວ​ຂອງ​ເຈົ້າ​ກໍ​ຈະ​ໄດ້​ພົ້ນ.”


ຖ້າ​ເຈົ້າ​ຮັບ​ດ້ວຍ​ປາກ​ວ່າ, “ພຣະເຢຊູເຈົ້າ​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ” ແລະ​ເຊື່ອ​ໃນ​ໃຈ​ວ່າ, “ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ” ເຈົ້າ​ກໍ​ຈະ​ໄດ້​ພົ້ນ.


ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ເຮັດ​ໃຫ້​ມະນຸດ​ທຸກຄົນ ເປັນ​ຊະເລີຍ​ແຫ່ງ​ຄວາມ​ບໍ່​ເຊື່ອຟັງ ເພື່ອ​ວ່າ​ພຣະ​ເມດຕາ​ຈະ​ໄດ້​ເປັນ​ທີ່​ສຳແດງ​ແກ່​ເຂົາ​ທຸກຄົນ.


ຄື​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ ຊຶ່ງ​ຊົງ​ປະທານ​ແກ່​ຜູ້​ທີ່​ເຊື່ອ​ທຸກຄົນ ດ້ວຍ​ອາໄສ​ຄວາມເຊື່ອ​ໃນ​ພຣະເຢຊູ​ຄຣິດເຈົ້າ ເພາະວ່າ ຄົນ​ທັງຫລາຍ​ສະເໝີ​ກັນ​ທຸກຄົນ.


ດ້ວຍວ່າ, ທຸກຄົນ​ໄດ້​ເຮັດ​ຜິດບາບ ແລະ​ຂາດ​ຈາກ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ;


ດ້ວຍເຫດນັ້ນ ຄວາມ​ບາບ​ໄດ້​ເຂົ້າ​ມາ​ໃນ​ໂລກ ເພາະ​ດ້ວຍ​ມະນຸດ​ຄົນ​ດຽວ ແລະ​ຄວາມ​ຕາຍ​ກໍໄດ້​ເກີດ​ມາ​ຍ້ອນ​ຄວາມ​ຜິດບາບ​ນັ້ນ. ຢ່າງ​ນັ້ນ​ແຫຼະ ຄວາມ​ຕາຍ​ຈຶ່ງ​ໄດ້​ລາມ​ໄປ​ເຖິງ​ມະນຸດ​ທຸກຄົນ ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ​ແລ້ວ.


ເພື່ອ​ພຣະພອນ​ທາງ​ອັບຣາຮາມ​ຈະ​ໄດ້​ມາ​ເຖິງ​ບັນດາ​ຄົນຕ່າງຊາດ​ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ, ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ພຣະວິນຍານ​ຕາມ​ພຣະສັນຍາ​ໂດຍ​ທາງ​ຄວາມເຊື່ອ.


ເຮົາ​ຈຶ່ງ​ເວົ້າ​ຢ່າງ​ນີ້​ວ່າ ກົດບັນຍັດ​ທີ່​ມາ​ພາຍ​ຫລັງ​ເຖິງ​ສີ່ຮ້ອຍ​ສາມສິບ​ປີ ຈະ​ທຳລາຍ​ພັນທະສັນຍາ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ແຕ່ງຕັ້ງ​ໄວ້​ກ່ອນ​ນັ້ນ ຈະ​ຖືກ​ລຶບລ້າງ​ບໍ່ໄດ້.


ເມື່ອ​ຄວາມເຊື່ອ​ຍັງ​ບໍ່​ທັນ​ມາ​ນັ້ນ ພວກເຮົາ​ໄດ້​ຕົກ​ຢູ່​ໃນ​ຂອບເຂດ​ອຳນາດ​ຂອງ​ກົດບັນຍັດ ຖືກ​ຄວບຄຸມ​ໄວ້​ຈົນເຖິງ​ຄວາມເຊື່ອ​ຈະ​ໄດ້​ມາ​ປາກົດ.


ຖ້າ​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະຄຣິດ​ແລ້ວ ພວກເຈົ້າ​ກໍ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ຄື​ເປັນ​ຜູ້​ໄດ້​ຮັບ​ມໍຣະດົກ​ຕາມ​ພຣະສັນຍາ.


ຈາກ ໂປໂລ ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຕາມ​ພຣະສັນຍາ​ທີ່​ຊົງ​ປະທານ​ຊີວິດ ຊຶ່ງ​ພວກເຮົາ​ມີ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ.


ເພາະ​ເຫດ​ນີ້, ພຣະອົງ​ຈຶ່ງ​ຊົງ​ເປັນ​ຜູ້​ກາງ​ແຫ່ງ​ພັນທະສັນຍາ​ໃໝ່ ເພື່ອ​ໃຫ້​ຄົນ​ທັງຫລາຍ​ທີ່​ພຣະອົງ​ຊົງ​ເອີ້ນ​ມາ ໄດ້​ຮັບ​ມໍຣະດົກ​ຕະຫລອດໄປ ຕາມ​ທີ່​ຊົງ​ສັນຍາ​ໄວ້ ເພາະ​ຄວາມ​ຕາຍ​ນັ້ນ​ໄຖ່​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ບາບ ທີ່​ເກີດ​ໃຕ້​ພັນທະສັນຍາ​ເດີມ.


ດ້ວຍ​ສິ່ງ​ເຫຼົ່ານັ້ນ ພຣະອົງ​ໄດ້​ຊົງ​ປະທານ​ພຣະສັນຍາ​ປະເສີດ​ອັນ​ໃຫຍ່ຫລວງ​ແກ່​ເຮົາ​ທັງຫລາຍ ເພື່ອ​ວ່າ​ດ້ວຍ​ສິ່ງ​ເຫຼົ່ານີ້ ພວກເຈົ້າ​ຈຶ່ງ​ໜີ​ພົ້ນ​ໄດ້​ຈາກ​ຄວາມ​ເສື່ອມໂຊມ​ທີ່​ມີ​ຢູ່​ໃນ​ໂລກນີ້​ເພາະ​ຕັນຫາ ແລະ​ຈະ​ໄດ້​ຮັບ​ສ່ວນ​ໃນ​ສະພາບ​ຂອງ​ພຣະອົງ.


ແຕ່​ວ່າ ຕາມ​ພຣະສັນຍາ​ຂອງ​ພຣະອົງ ເຮົາ​ທັງຫລາຍ​ຄອຍ​ຖ້າ​ຟ້າ​ສະຫວັນ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່ ຊຶ່ງ​ຄວາມ​ຊອບທຳ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ.


ນີ້​ແຫຼະ ເປັນ​ພຣະສັນຍາ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ເຮົາ​ທັງຫລາຍ ຄື​ຊີວິດ​ນິຣັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka