Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 3:2 - ພຣະຄຳພີສັກສິ

2 ເຮົາ​ຢາກ​ຮູ້​ຂໍ້​ດຽວ​ຈາກ​ພວກເຈົ້າ​ວ່າ ເຈົ້າ​ທັງຫລາຍ​ໄດ້​ຮັບ​ພຣະວິນຍານ​ນັ້ນ ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ​ຫລື? ຫລື​ວ່າ​ໄດ້​ຮັບ​ໂດຍ​ການ​ເຊື່ອຟັງ​ຂໍ້ຄວາມ​ທີ່​ໄດ້ຍິນ​ນັ້ນ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເຮົາ​ຢາກ​ຮູ້​ຈາກ​ພວກເຈົ້າ​ພຽງແຕ່​ສິ່ງ​ດຽວ​ກໍ​ຄື: ພວກເຈົ້າ​ໄດ້​ຮັບ​ພຣະວິນຍານ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ ຫລື ໂດຍ​ຄວາມເຊື່ອ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ?

Uka jalj uñjjattʼäta Copia luraña




ຄາລາເຕຍ 3:2
19 Jak'a apnaqawi uñst'ayäwi  

ພຣະເຈົ້າ​ຜູ້​ທີ່​ຢັ່ງຮູ້​ຄວາມ​ຄິດ​ຈິດໃຈ​ຂອງ​ທຸກຄົນ ໄດ້​ຊົງ​ສຳແດງ​ການ​ຕ້ອນຮັບ​ຄົນຕ່າງຊາດ ໂດຍ​ຊົງ​ປະທານ​ພຣະວິນຍານ​ບໍຣິສຸດ​ໃຫ້​ແກ່​ພວກເຂົາ ເໝືອນ​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ.


ເປໂຕ​ກ່າວ​ແກ່​ພວກເຂົາ​ວ່າ, “ແຕ່ລະຄົນ​ໃນ​ພວກທ່ານ ຕ້ອງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູ​ຄຣິດເຈົ້າ ເພື່ອ​ວ່າ​ບາບກຳ​ຂອງ​ພວກທ່ານ​ຈະ​ໄດ້​ຮັບ​ການອະໄພ ແລະ​ພວກທ່ານ​ກໍ​ຈະ​ໄດ້​ຮັບ​ຂອງ​ປະທານ​ຈາກ​ພຣະເຈົ້າ ຄື​ພຣະວິນຍານ​ບໍຣິສຸດເຈົ້າ.


ທ່ານ​ທັງສອງ​ກໍໄດ້​ໄປ​ພາວັນນາ​ອະທິຖານ​ສຳລັບ​ຄົນ​ທີ່​ເຊື່ອ ເພື່ອ​ໃຫ້​ພວກເຂົາ​ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ.


ເພາະ​ໃນ​ຂ່າວປະເສີດ​ນັ້ນ ມີ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ເລີ່ມຕົ້ນ​ດ້ວຍ​ຄວາມເຊື່ອ ແລະ​ສຸດທ້າຍ​ກໍ​ດ້ວຍ​ຄວາມເຊື່ອ​ຢ່າງ​ດຽວ ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຜູ້​ທີ່​ຊົງ​ຖື​ວ່າ ເປັນ​ຄົນ​ຊອບທຳ​ເພາະ​ດ້ວຍ​ຄວາມເຊື່ອ ຜູ້ນັ້ນ​ແຫຼະ ຈະ​ໄດ້​ຊີວິດ.”


ຕໍ່​ຄົນ​ທີ່​ຢູ່​ນອກ​ກົດບັນຍັດ ເຮົາ​ກໍ​ເຮັດ​ເໝືອນ​ຄົນ​ທີ່​ຢູ່​ນອກ​ກົດບັນຍັດ (ເຖິງ​ແມ່ນ​ເຮົາ​ບໍ່​ຢູ່​ນອກ​ກົດບັນຍັດ​ຂອງ​ພຣະເຈົ້າ​ກໍດີ ແຕ່​ເຮົາ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະຄຣິດ) ເພື່ອ​ຈະ​ໄດ້​ໃຈ​ຄົນ​ທັງຫລາຍ​ທີ່​ຢູ່​ນອກ​ກົດບັນຍັດ​ນັ້ນ.


ດ້ວຍວ່າ, ຖ້າ​ຜູ້ໃດ​ທີ່​ມາ​ປະກາດ​ເລື່ອງ​ພຣະເຢຊູເຈົ້າ​ອົງ​ອື່ນ ທີ່​ແຕກຕ່າງ​ໄປ​ຈາກ​ອົງ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ ຫລື​ຮັບ​ເອົາ​ວິນຍານ​ແລະ​ຂ່າວປະເສີດ​ຢ່າງ​ອື່ນ ທີ່​ແຕກຕ່າງ​ໄປ​ຈາກ​ພຣະວິນຍານ ແລະ​ຂ່າວປະເສີດ ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພວກເຮົາ​ນັ້ນ ກໍ​ເທົ່າ​ກັບ​ວ່າ​ພວກເຈົ້າ​ໄດ້​ຍອມ​ເຊື່ອຟັງ​ຕໍ່​ພວກເຂົາ​ງ່າຍ​ເຕັມທີ.


ເພື່ອ​ພຣະພອນ​ທາງ​ອັບຣາຮາມ​ຈະ​ໄດ້​ມາ​ເຖິງ​ບັນດາ​ຄົນຕ່າງຊາດ​ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ, ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ພຣະວິນຍານ​ຕາມ​ພຣະສັນຍາ​ໂດຍ​ທາງ​ຄວາມເຊື່ອ.


ເຈົ້າ​ທັງຫລາຍ​ຍັງ​ໂງ່​ເຖິງ​ພຽງ​ນັ້ນ​ບໍ? ພວກເຈົ້າ​ໄດ້​ຕັ້ງຕົ້ນ​ໂດຍ​ທາງ​ພຣະວິນຍານ​ແລ້ວ ບັດນີ້ ພວກເຈົ້າ​ຈະ​ສຳເລັດ​ລົງ​ໂດຍ​ທາງ​ມະນຸດ​ທຳມະດາ​ບໍ?


ພຣະອົງ​ຜູ້​ຊົງ​ປະທານ​ພຣະວິນຍານ​ແກ່​ເຈົ້າ​ທັງຫລາຍ ແລະ​ຊົງ​ສຳແດງ​ອິດທິຣິດ​ທ່າມກາງ​ພວກເຈົ້າ ຊົງ​ກະທຳ​ການ​ເຫຼົ່ານັ້ນ ເພາະ​ດ້ວຍ​ການ​ປະຕິບັດ​ຕາມ​ກົດບັນຍັດ​ບໍ? ຫລື​ວ່າ​ເພາະ​ດ້ວຍ​ການ​ເຊື່ອຟັງ​ຂໍ້ຄວາມ​ທີ່​ໄດ້ຍິນ​ນັ້ນ


ພຣະເຈົ້າ​ກໍ​ຍັງ​ຊົງ​ເປັນ​ພະຍານ​ຮ່ວມ​ກັນ​ກັບ​ພວກເຂົາ ໂດຍ​ຊົງ​ສຳແດງ​ໝາຍສຳຄັນ, ການ​ອັດສະຈັນ, ການ​ອິດທິຣິດ​ຕ່າງໆ ແລະ​ໂດຍ​ຂອງ​ປະທານ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ຊົງ​ປະທານ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ.


ເພາະວ່າ​ພວກເຮົາ​ໄດ້ຍິນ​ຂ່າວປະເສີດ​ຢ່າງ​ດຽວກັນ​ກັບ​ພວກເຂົາ ແຕ່​ວ່າ​ພວກເຂົາ​ບໍ່ໄດ້​ຮັບ​ປະໂຫຍດ​ຈາກ​ຂ່າວປະເສີດ​ນັ້ນ ເພາະ​ພວກເຂົາ​ບໍ່ໄດ້​ຮັບ​ດ້ວຍ​ຄວາມເຊື່ອ.


ເພາະວ່າ​ຄົນ​ເຫຼົ່ານັ້ນ ທີ່​ໄດ້​ຮັບ​ຄວາມ​ສະຫວ່າງ​ມາ​ເທື່ອໜຶ່ງ​ແລ້ວ ແລະ​ຊີມ​ຣົດ​ຂອງ​ປະທານ​ຈາກ​ສະຫວັນ ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ


ກໍ​ຊົງ​ສຳແດງ​ໃຫ້​ພວກ​ຜູ້ທຳນວາຍ​ນັ້ນ​ຮູ້​ວ່າ ທີ່​ທ່ານ​ເຫຼົ່ານັ້ນ​ໄດ້​ປະຕິບັດ​ໃນ​ເຫດການ​ທັງປວງ​ນັ້ນ ບໍ່ແມ່ນ​ສຳລັບ​ພວກເພິ່ນ​ເອງ ແຕ່​ສຳລັບ​ເຈົ້າ​ທັງຫລາຍ. ບັດນີ້ ຄົນ​ເຫຼົ່ານັ້ນ​ທີ່​ປະກາດ​ຂ່າວປະເສີດ​ແກ່​ເຈົ້າ​ທັງຫລາຍ ໄດ້​ກ່າວ​ສິ່ງ​ເຫຼົ່ານັ້ນ​ແກ່​ພວກເຈົ້າ​ແລ້ວ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຜູ້​ຊົງ​ຮັບໃຊ້​ມາ​ຈາກ​ສະຫວັນ. ເຫດການ​ເຫຼົ່ານີ້ ເປັນ​ສິ່ງ​ຊຶ່ງ​ພວກ​ເທວະດາ​ປາຖະໜາ​ຈະ​ພິຈາລະນາ​ເບິ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka