Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 3:19 - ພຣະຄຳພີສັກສິ

19 ຖ້າດັ່ງນັ້ນ​ແລ້ວ ມີ​ກົດບັນຍັດ​ໄວ້​ເພື່ອ​ຫຍັງ? ທີ່​ເພີ່ມ​ກົດບັນຍັດ​ໄວ້ ກໍ​ເພື່ອ​ຄວາມ​ຜິດບາບ​ຈະ​ໄດ້​ປາກົດ​ເປັນ​ການ​ລ່ວງ​ລະເມີດ ຈົນກວ່າ​ເຊື້ອສາຍ​ທີ່​ໄດ້​ຮັບ​ພຣະສັນຍາ​ນັ້ນ​ຈະ​ມາ​ເຖິງ ພວກ​ເທວະດາ​ໄດ້​ແຕ່ງຕັ້ງ​ກົດບັນຍັດ​ນັ້ນ​ໄວ້​ໂດຍ​ມື​ຂອງ​ຄົນ​ກາງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ຖ້າ​ດັ່ງນັ້ນ​ແລ້ວ, ກົດບັນຍັດ​ມີ​ໄວ້​ເພື່ອ​ຫຍັງ? ການ​ທີ່​ມີ​ກົດບັນຍັດ​ເພີ່ມ​ຂຶ້ນ ກໍ​ເພາະວ່າ​ມີ​ການລ່ວງລະເມີດ​ຕ່າງໆ​ຈົນ​ກວ່າ​ລູກຫລານ​ຜູ້​ທີ່​ສັນຍາ​ລະບຸ​ໄວ້​ຈະ​ມາ. ກົດບັນຍັດ​ໄດ້​ຖືກ​ມອບ​ໃຫ້​ໂດຍ​ຜ່ານ​ທາງ​ບັນດາ​ເທວະດາ ແລະ ໄດ້​ມອບໝາຍ​ໃຫ້​ຄົນກາງ.

Uka jalj uñjjattʼäta Copia luraña




ຄາລາເຕຍ 3:19
31 Jak'a apnaqawi uñst'ayäwi  

ເມື່ອ​ພຣະອົງ​ບອກ​ວ່າ ພຣະອົງ​ຈະ​ທຳລາຍ​ປະຊາຊົນ​ຂອງ​ພຣະອົງ ໂມເຊ​ຄົນ​ທີ່​ຊົງ​ໄດ້​ເລືອກເອົາ​ກໍ​ລຸກ​ຂຶ້ນ​ຂັດຄ້ານ​ໄວ້. ເພິ່ນ​ໄດ້​ຢັບຢັ້ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ໂດຍ​ບໍ່​ໃຫ້​ຊາວ​ອິດສະຣາເອນ​ຖືກ​ທຳລາຍ.


ອັນ​ນີ້​ແມ່ນ​ລະບຽບການ​ກ່ຽວກັບ​ຜູ້ຊາຍ​ທີ່​ມີ​ນໍ້າໜອງ​ໄຫຼ​ອອກ​ຈາກ​ຮ່າງກາຍ ຫລື​ມີ​ນໍ້າກາມ​ໄຫລ​ອອກ, ກ່ຽວກັບ​ຜູ້ຍິງ​ເມື່ອ​ເປັນ​ປະຈຳເດືອນ ຫລື​ຜູ້ຊາຍ​ທີ່​ສົມສູ່​ກັບ​ຜູ້ຍິງ​ທີ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.


ແຕ່​ອັບຣາຮາມ​ຕອບ​ວ່າ, ‘ຖ້າ​ພວກເຂົາ​ບໍ່​ເຊື່ອຟັງ​ຖ້ອຍຄຳ​ຂອງ​ໂມເຊ ແລະ​ຂອງ​ພວກ​ຜູ້​ປະກາດ​ພຣະທຳ​ແລ້ວ ເຖິງ​ຈະ​ມີ​ຄົນ​ໜຶ່ງ​ຄືນ​ມາ​ຈາກ​ຕາຍ ພວກເຂົາ​ກໍ​ຍັງ​ຈະ​ບໍ່​ຍອມ​ເຊື່ອ​ເໝືອນກັນ.”’


ພຣະເຈົ້າ​ໄດ້​ໃຫ້​ກົດບັນຍັດ​ໂດຍ​ທາງ​ໂມເຊ ສ່ວນ​ພຣະຄຸນ​ແລະ​ຄວາມຈິງ​ນັ້ນ ໄດ້​ມາ​ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.


ຖ້າ​ເຮົາ​ບໍ່ໄດ້​ມາ​ບອກ​ພວກເຂົາ ພວກເຂົາ​ກໍ​ຄົງ​ບໍ່ມີ​ຄວາມ​ຜິດບາບ, ແຕ່​ບັດນີ້ ພວກເຂົາ​ບໍ່ມີ​ຂໍ້​ແກ້​ຕົວ​ໃນ​ເລື່ອງ​ບາບກຳ​ຂອງ​ພວກເຂົາ.


ໂມເຊ​ຜູ້​ນີ້​ແຫຼະ ທີ່​ຮ່ວມ​ຊຸມນຸມ​ກັບ​ປະຊາຊົນ​ອິດສະຣາເອນ ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພິ່ນ​ໄດ້​ຢູ່​ໃນ​ທີ່ນັ້ນ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ ແລະ​ກັບ​ເທວະດາ​ຕົນ​ທີ່​ໄດ້​ກ່າວ​ແກ່​ເພິ່ນ​ທີ່​ເທິງ​ພູເຂົາ​ຊີນາຍ ບ່ອນ​ທີ່​ເພິ່ນ​ໄດ້​ຮັບ​ພຣະທຳ​ອັນ​ມີ​ຊີວິດ​ຖາວອນ​ມາ​ໃຫ້​ພວກເຮົາ.


ເຈົ້າ​ທັງຫລາຍ​ເປັນ​ຜູ້​ທີ່​ໄດ້​ຮັບ​ກົດບັນຍັດ​ຂອງ​ພຣະເຈົ້າ ຈາກ​ເທວະດາ, ແຕ່​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ຕາມ​ກົດບັນຍັດ​ນັ້ນ​ເລີຍ.”


ດ້ວຍວ່າ, ບໍ່ແມ່ນ​ພວກ​ຄົນ​ທີ່​ຟັງ​ກົດບັນຍັດ​ຈະ​ເປັນ​ຜູ້​ຊອບທຳ​ຕໍ່​ພຣະພັກ​ພຣະເຈົ້າ, ແຕ່​ແມ່ນ​ຜູ້​ທີ່​ໄດ້​ເຮັດ​ຕາມ​ກົດບັນຍັດ​ເທົ່ານັ້ນ ທີ່​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ.


ກົດບັນຍັດ​ເປັນ​ເຫດ​ໃຫ້​ພຣະເຈົ້າ​ໂກດຮ້າຍ, ແຕ່​ບ່ອນ​ໃດ​ທີ່​ບໍ່ມີ​ກົດບັນຍັດ ບ່ອນ​ນັ້ນ​ກໍ​ບໍ່ມີ​ການ​ລ່ວງ​ລະເມີດ​ກົດບັນຍັດ.


ບັນດາ​ພຣະສັນຍາ​ທີ່​ພຣະເຈົ້າ​ກ່າວ​ແກ່​ອັບຣາຮາມ ແລະ​ເຊື້ອສາຍ​ຂອງ​ເພິ່ນ​ນັ້ນ ບໍ່ໄດ້​ກ່າວ​ວ່າ, “ແກ່​ເຊື້ອສາຍ​ທັງຫລາຍ,” ແຕ່​ຊົງ​ກ່າວ​ວ່າ, “ແກ່​ເຊື້ອສາຍ​ຂອງທ່ານ.” ໝາຍເຖິງ​ຄົນ​ດຽວ ຄື​ພຣະຄຣິດ.


ພຣະເຈົ້າຢາເວ​ໄດ້​ສະເດັດ​ມາ​ຈາກ​ພູເຂົາ​ຊີນາຍ ຊົງ​ໄດ້​ລຸກ​ຂຶ້ນ​ມາ​ເໝືອນ​ດັ່ງ​ຕາເວັນ​ເທິງ​ເອໂດມ​ນັ້ນ ແລະ​ຈາກ​ພູເຂົາ​ປາຣານ​ພຸ້ນ​ແສງໃສ​ແຈ້ງ​ສ່ອງ ຖືກ​ປະຊາຊົນ​ທົ່ວ​ໜ້າ​ສູ່​ຄົນ​ແທ້​ຂອງ​ພຣະອົງ. ມີ​ເທວະດາ​ເປັນ​ໝື່ນໆ​ອ້ອມລ້ອມ​ຢູ່​ກັບ​ພຣະອົງ ມີ​ໄຟ​ລຸກ​ຮຸ່ງເຮືອງ​ທີ່​ມື​ຂວາ ຂອງ​ພຣະອົງ​ດ້ວຍ.


ຂ້າພະເຈົ້າ​ໄດ້​ຢືນ​ຢູ່​ທາງ​ກາງ​ລະຫວ່າງ​ພວກເຈົ້າ ແລະ​ພຣະເຈົ້າຢາເວ​ໃນ​ຄາວ​ນັ້ນ ເພື່ອ​ບອກ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໃຫ້​ພວກເຈົ້າ​ຮູ້ ເພາະ​ພວກເຈົ້າ​ຢ້ານ​ແປວໄຟ​ແລະ​ບໍ່​ກ້າ​ຂຶ້ນ​ມາ​ເທິງ​ພູ. ພຣະເຈົ້າຢາເວ​ກ່າວ​ວ່າ,


ດ້ວຍວ່າ, ຖ້ອຍຄຳ ຊຶ່ງ​ບັນດາ​ເທວະດາ​ໄດ້​ກ່າວ​ມາ​ນັ້ນ ເປັນ​ຄວາມຈິງ ແລະ​ຜູ້ໃດ​ທີ່​ບໍ່​ເຊື່ອຟັງ​ແລະ​ບໍ່​ປະຕິບັດ​ຕາມ ກໍໄດ້​ຮັບ​ໂທດ​ຕາມ​ຄວາມ​ຍຸດຕິທຳ​ແລ້ວ.


ພຣະເຈົ້າ​ບໍ່ໄດ້​ຕັ້ງ​ຝູງ​ເທວະດາ ໃຫ້​ເປັນ​ຜູ້​ປົກຄອງ​ເໜືອ​ໂລກ​ໜ້າ​ທີ່​ຈະ​ມີ​ມາ ຄື​ໂລກ​ໃໝ່ ຊຶ່ງ​ເຮົາ​ກຳລັງ​ກ່າວ​ເຖິງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka