ຄາລາເຕຍ 3:16 - ພຣະຄຳພີສັກສິ16 ບັນດາພຣະສັນຍາທີ່ພຣະເຈົ້າກ່າວແກ່ອັບຣາຮາມ ແລະເຊື້ອສາຍຂອງເພິ່ນນັ້ນ ບໍ່ໄດ້ກ່າວວ່າ, “ແກ່ເຊື້ອສາຍທັງຫລາຍ,” ແຕ່ຊົງກ່າວວ່າ, “ແກ່ເຊື້ອສາຍຂອງທ່ານ.” ໝາຍເຖິງຄົນດຽວ ຄືພຣະຄຣິດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່16 ສັນຍາຕ່າງໆທີ່ພຣະເຈົ້າໄດ້ເຮັດໄວ້ກັບອັບຣາຮາມ ແລະ ລູກຫລານຂອງເພິ່ນ. ພຣະຄຳພີບໍ່ໄດ້ກ່າວວ່າ “ແກ່ບັນດາລູກຫລານ” ເຊິ່ງໝາຍເຖິງຄົນຈຳນວນຫລາຍ, ແຕ່ກ່າວວ່າ “ແກ່ລູກຫລານຂອງເຈົ້າ” ເຊິ່ງໝາຍເຖິງພຽງຜູ້ດຽວ, ຄືພຣະຄຣິດເຈົ້າ. Uka jalj uñjjattʼäta |
ຕໍ່ໄປນີ້ ແມ່ນລາຍຊື່ບັນພະບູລຸດຂອງພຣະເຢຊູຄຣິດເຈົ້າ ເຊື້ອສາຍຄົນໜຶ່ງຂອງດາວິດຜູ້ທີ່ສືບເຊື້ອສາຍມາຈາກອັບຣາຮາມ. 2-6(ກ) ແຕ່ອັບຣາຮາມເຖິງກະສັດດາວິດມີບັນພະບູລຸດດັ່ງລາຍຊື່ຕໍ່ລົງໄປນີ້: ອັບຣາຮາມ, ອີຊາກ, ຢາໂຄບ, ຢູດາ ແລະ ອ້າຍນ້ອງຂອງຕົນ, ຕໍ່ມາ ແມ່ນເປເຣັດ ແລະ ເຊຣາ (ແມ່ຂອງພວກເຂົາຊື່ວ່າຕາມາ), ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ (ແມ່ຂອງລາວຊື່ວ່າຣາຮາບ), ໂອເບັດ (ແມ່ຂອງລາວຊື່ວ່າ ຣຸດ), ເຢຊີ ແລະ ກະສັດດາວິດ. 6(ຂ)-11 ແຕ່ດາວິດເຖິງສະໄໝທີ່ປະຊາຊົນອິດສະຣາເອນຖືກຈັບໄປເປັນຊະເລີຍໃນນະຄອນບາບີໂລນ ມີບັນພະບູລຸດດັ່ງລາຍຊື່ຕໍ່ລົງໄປນີ້: ດາວິດ, ໂຊໂລໂມນ (ແມ່ຂອງລາວເຄີຍເປັນເມຍຂອງອູຣີຢາ), ເຣໂຫໂບອາມ, ອາບີຢາ, ອາສາ, ເຢໂຮຊາຟັດ, ເຢໂຮຣາມ, ອຸດຊີຢາ, ໂຢທາມ, ອາຮາດ, ເຮເສກີຢາ, ມານາເຊ, ອາໂມນ, ໂຢສີຢາ ແລະ ເຢໂຮຍອາກິນກັບພວກອ້າຍນ້ອງຂອງຕົນ.
ດ້ວຍເຫດນີ້ເອງ, ການທີ່ໄດ້ຮັບມໍຣະດົກນັ້ນ ຈຶ່ງຂຶ້ນຢູ່ກັບຄວາມເຊື່ອ ເພື່ອຈະໄດ້ເປັນຕາມພຣະຄຸນ ເພື່ອພຣະສັນຍານັ້ນຈະເປັນທີ່ວາງໃຈແກ່ຜູ້ສືບເຊື້ອສາຍຂອງເພິ່ນທຸກຄົນ ແລະບໍ່ແມ່ນຜູ້ສືບເຊື້ອສາຍທີ່ຖືກົດບັນຍັດພວກດຽວ, ແຕ່ແກ່ບັນດາຄົນທີ່ມີຄວາມເຊື່ອຢ່າງດຽວກັນກັບອັບຣາຮາມ ຜູ້ເປັນບິດາຂອງພວກເຮົາທັງໝົດ.