ຄາລາເຕຍ 3:12 - ພຣະຄຳພີສັກສິ12 ແຕ່ກົດບັນຍັດນັ້ນບໍ່ໄດ້ອາໄສຄວາມເຊື່ອ ເພາະ “ຜູ້ໃດກໍຕາມທີ່ເຮັດທຸກສິ່ງຕາມກົດບັນຍັດ ກໍຈະດຳລົງຊີວິດຢູ່ຕາມກົດນັ້ນ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່12 ກົດບັນຍັດບໍ່ໄດ້ຢູ່ເທິງພື້ນຖານຂອງຄວາມເຊື່ອ; ແຕ່ກົງກັນຂ້າມ, ກົດບັນຍັດໄດ້ກ່າວວ່າ, “ຜູ້ໃດທີ່ເຮັດສິ່ງເຫລົ່ານີ້ຈະມີຊີວິດຢູ່ໂດຍສິ່ງເຫລົ່ານີ້”. Uka jalj uñjjattʼäta |
ແຕ່ປະຊາຊົນອິດສະຣາເອນຊໍ້າພັດທ້າທາຍເຮົາແມ່ນແຕ່ໃນຖິ່ນແຫ້ງແລ້ງກັນດານ. ພວກເຂົາໄດ້ຝ່າຝືນບັນດາກົດບັນຍັດຂອງເຮົາ ແລະປະຖິ້ມຂໍ້ຄຳສັ່ງຂອງເຮົາ ຊຶ່ງນຳຊີວິດມາສູ່ທຸກໆຄົນທີ່ປະຕິບັດຕາມ. ພວກເຂົາໄດ້ເຮັດໃຫ້ວັນຊະບາໂຕເປັນມົນທິນ. ສະນັ້ນ ເຮົາຈຶ່ງພ້ອມແລ້ວ ທີ່ຈະໃຫ້ພວກເຂົາໄດ້ຊີມຣິດແຫ່ງຄວາມໂກດຮ້າຍອັນເຕັມຂະໜາດຂອງເຮົາ ໃນຖິ່ນແຫ້ງແລ້ງກັນດານນັ້ນແລະທຳລາຍພວກເຂົາຖິ້ມ.
ດ້ວຍເຫດນີ້ເອງ, ການທີ່ໄດ້ຮັບມໍຣະດົກນັ້ນ ຈຶ່ງຂຶ້ນຢູ່ກັບຄວາມເຊື່ອ ເພື່ອຈະໄດ້ເປັນຕາມພຣະຄຸນ ເພື່ອພຣະສັນຍານັ້ນຈະເປັນທີ່ວາງໃຈແກ່ຜູ້ສືບເຊື້ອສາຍຂອງເພິ່ນທຸກຄົນ ແລະບໍ່ແມ່ນຜູ້ສືບເຊື້ອສາຍທີ່ຖືກົດບັນຍັດພວກດຽວ, ແຕ່ແກ່ບັນດາຄົນທີ່ມີຄວາມເຊື່ອຢ່າງດຽວກັນກັບອັບຣາຮາມ ຜູ້ເປັນບິດາຂອງພວກເຮົາທັງໝົດ.