Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 3:1 - ພຣະຄຳພີສັກສິ

1 ໂອ ຊາວ​ຄາລາເຕຍ​ຜູ້​ບໍ່ມີ​ຄວາມຄິດ​ເອີຍ, ແມ່ນ​ຜູ້ໃດ​ໜໍ ທີ່​ໄດ້​ສະກົດ​ຈິດໃຈ​ຂອງ​ພວກເຈົ້າ​ໃຫ້​ຫລົງ​ເຊື່ອ​ໄປ ການ​ທີ່​ພຣະເຢຊູ​ຄຣິດເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ນັ້ນ ກໍໄດ້​ປາກົດ​ແຈ້ງ​ແກ່​ຕາ​ພວກເຈົ້າ​ຢ່າງ​ຄັກແນ່​ແລ້ວ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ຊາວຄາລາເຕຍ​ຜູ້​ໂງ່ຈ້າ​ເອີຍ! ຜູ້ໃດ​ໃສ່​ຄາຖາ​ພວກເຈົ້າ? ພາບ​ທີ່​ພຣະເຢຊູຄຣິດເຈົ້າ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ​ກໍ​ຊັດເຈນ​ຢູ່​ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ​ແລ້ວ.

Uka jalj uñjjattʼäta Copia luraña




ຄາລາເຕຍ 3:1
38 Jak'a apnaqawi uñst'ayäwi  

ດ້ວຍວ່າ, ຈະ​ມີ​ພຣະຄຣິດ​ປອມ​ແລະ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ຈະ​ເກີດຂຶ້ນ ພວກເຂົາ​ຈະ​ເຮັດ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່ ແລະ​ໝາຍສຳຄັນ​ຫລາຍ​ປະການ ເພື່ອ​ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນແຕ່​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ໃຫ້​ຫລົງ​ເສຍ​ໄປ.


“ແຕ່​ຜູ້ໃດ​ທີ່​ໄດ້ຍິນ​ຖ້ອຍຄຳ​ເຫຼົ່ານີ້​ຂອງເຮົາ​ແລ້ວ ແລະ​ບໍ່​ປະຕິບັດ​ຕາມ ຄົນ​ນັ້ນ​ກໍ​ເປັນ​ດັ່ງ​ຄົນ​ໂງ່​ທີ່​ປຸກ​ເຮືອນ​ຂອງຕົນ​ຢູ່​ເທິງ​ຫາດ​ຊາຍ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ໂອ ຄົນ​ໂງ່​ເອີຍ ພວກເຈົ້າ​ຊ່າງ​ມີ​ໃຈ​ເສີຍຊ້າ​ແທ້ ທີ່​ຈະ​ເຊື່ອຟັງ​ທຸກ​ຖ້ອຍຄຳ ຊຶ່ງ​ບັນດາ​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້


ພຣະວິນຍານ​ບໍຣິສຸດເຈົ້າ ບໍ່​ອະນຸຍາດ​ໃຫ້​ເພິ່ນ​ປະກາດ​ພຣະທຳ​ໃນ​ແຂວງ​ເອເຊຍ ພວກເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ເຂດແດນ​ຂອງ​ເມືອງ​ຟີເຄຍ ແລະ ເມືອງ​ຄາລາເຕຍ.


ດັ່ງນັ້ນ ພຣະທຳ​ຂອງ​ພຣະເຈົ້າ​ຈຶ່ງ​ໄດ້​ຈະເລີນ​ຂຶ້ນ ສືບຕໍ່​ແຜ່​ຂະຫຍາຍ​ອອກ​ໄປ ຈຳນວນ​ພວກ​ສິດ​ໃນ​ນະຄອນ​ເຢຣູຊາເລັມ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ແລະ​ໄດ້​ມີ​ປະໂຣຫິດ​ຫລາຍ​ຄົນ ກໍໄດ້​ຍອມ​ເຊື່ອຟັງ​ຕໍ່​ຄວາມເຊື່ອ​ນັ້ນ.


ແຕ່​ບໍ່ແມ່ນ​ທຸກຄົນ​ທີ່​ຍອມ​ຟັງ​ຂ່າວປະເສີດ​ນັ້ນ ເພາະ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, “ພຣະອົງເຈົ້າ​ເອີຍ, ມີ​ຜູ້ໃດ​ແດ່​ທີ່​ໄດ້​ເຊື່ອຟັງ​ໃນ​ຖ້ອຍຄຳ ຕາມ​ທີ່​ພວກເຂົາ​ໄດ້ຍິນ​ຈາກ​ພວກ​ຂ້ານ້ອຍ​ນັ້ນ?”


ແຕ່​ພຣະອົງ​ຈະ​ຊົງ​ສຳແດງ​ຄວາມ​ໂກດຮ້າຍ​ອັນ​ເຜັດຮ້ອນ​ແກ່​ຄົນ​ທັງຫລາຍ​ທີ່​ຄິດ​ໃຫຍ່​ໃຝ່ສູງ ແລະ​ແກ່​ຜູ້​ທີ່​ບໍ່​ເຊື່ອ​ວາງ​ໃຈ​ໃນ​ຄວາມຈິງ ແຕ່​ຍອມ​ເຮັດ​ຕາມ​ຄວາມຊົ່ວ.


ແຕ່​ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພາະ​ເມື່ອ​ກ່ອນ​ພວກເຈົ້າ​ໄດ້​ເປັນ​ທາດ​ຂອງ​ຄວາມ​ບາບ, ແຕ່​ບັດນີ້​ພວກເຈົ້າ​ໄດ້​ເຊື່ອຟັງ​ຫລັກ​ຄຳ​ສອນ​ນັ້ນ ຊຶ່ງ​ຊົງ​ໃຫ້​ຄອບຄອງ​ພວກເຈົ້າ.


ດ້ວຍວ່າ, ທຸກ​ເທື່ອ​ທີ່​ພວກເຈົ້າ​ກິນ​ເຂົ້າຈີ່​ນີ້ ແລະ​ດື່ມ​ຈາກ​ຈອກ​ນີ້​ເວລາ​ໃດ ພວກເຈົ້າ​ກໍ​ປະກາດ​ການ​ຕາຍ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈົນກວ່າ​ພຣະອົງ​ຈະ​ສະເດັດ​ມາ.


ດ້ວຍວ່າ, ຂະນະທີ່​ເຮົາ​ໄດ້​ຢູ່​ນຳ​ພວກເຈົ້າ​ນັ້ນ ເຮົາ​ຕັ້ງໃຈ​ໄວ້​ແລ້ວ​ວ່າ ຈະ​ບໍ່​ສັ່ງສອນ​ເລື່ອງ​ໃດ​ເລີຍ ເວັ້ນໄວ້​ແຕ່​ເລື່ອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ໂດຍ​ສະເພາະ​ຄວາມ​ຕາຍ​ຂອງ​ພຣະອົງ​ທີ່​ໄມ້ກາງແຂນ.


ແລະ​ຄວາມ​ດື້ດຶງ​ທຸກປະການ ທີ່​ຕັ້ງຕົວ​ຂຶ້ນ​ຂັດຂວາງ​ຄວາມ​ຮູ້ຈັກ​ພຣະເຈົ້າ ແລະ​ປາບ​ຄວາມ​ຄິດ​ທຸກປະການ​ລົງ​ໃຫ້​ຢູ່​ໃຕ້​ບັງຄັບ ຈົນເຖິງ​ນ້ອມ​ຟັງ​ພຣະຄຣິດ.


ແຕ່​ເຮົາ​ຢ້ານ​ວ່າ, ຄວາມ​ຄິດ​ຂອງ​ພວກເຈົ້າ​ຈະ​ຖືກ​ລໍ້ລວງ​ໃຫ້​ຫລົງ​ຜິດ​ໄປ ຈະ​ປະຖິ້ມ​ຄວາມ​ຜູກພັນ​ອັນ​ສັດຊື່​ແລະ​ບໍຣິສຸດ​ທີ່​ມີ​ຕໍ່​ພຣະຄຣິດ ໃນ​ທຳນອງ​ດຽວ​ກັບ​ນາງ​ເອວາ​ທີ່​ຖືກ​ຫລອກລວງ​ດ້ວຍ​ກົນ​ອຸບາຍ​ອັນ​ເລິກແລບ​ຂອງ​ງູ.


ກັບ​ບັນດາ​ພີ່ນ້ອງ​ທີ່​ຢູ່​ນຳ​ເຮົາ ເຖິງ​ຄຣິສຕະຈັກ​ທັງຫລາຍ​ຢູ່​ໃນ​ແຄ້ວນ​ຄາລາເຕຍ:


ເຮົາ​ຮູ້​ສຶກ​ປະຫລາດ​ໃຈ ທີ່​ເຈົ້າ​ທັງຫລາຍ​ພາກັນ​ປະຖິ້ມ​ພຣະອົງ​ຢ່າງ​ຮີບດ່ວນ ພຣະອົງ​ຊົງ​ເອີ້ນ​ພວກເຈົ້າ​ມາ​ດ້ວຍ​ພຣະຄຸນ​ຂອງ​ພຣະຄຣິດ ແຕ່​ພວກເຈົ້າ​ຕ່າວ​ຄືນ​ໄປ​ຫາ​ຂ່າວປະເສີດ​ອັນ​ແຕກຕ່າງ​ເສຍ.


ເມື່ອ​ເຮົາ​ເຫັນ​ວ່າ ພວກເພິ່ນ​ບໍ່ໄດ້​ດຳເນີນ​ໄປ​ຕາມ​ຄວາມຈິງ​ແຫ່ງ​ຂ່າວປະເສີດ ເຮົາ​ຈຶ່ງ​ເວົ້າ​ໃຫ້​ເປໂຕ​ຕໍ່ໜ້າ​ຄົນ​ທັງໝົດ​ນັ້ນ​ວ່າ, “ເຈົ້າ​ຜູ້​ເປັນ​ຄົນ​ຢິວ ແຕ່​ເຈົ້າ​ໄດ້​ດຳເນີນ​ຊີວິດ​ເໝືອນ​ຄົນຕ່າງຊາດ​ແລະ​ບໍ່​ເໝືອນ​ຄົນ​ຢິວ. ຖ້າດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ບັງຄັບ​ຄົນຕ່າງຊາດ​ໃຫ້​ດຳເນີນ​ຊີວິດ​ເໝືອນ​ຄົນ​ຢິວ?”


ເຈົ້າ​ທັງຫລາຍ​ຍັງ​ໂງ່​ເຖິງ​ພຽງ​ນັ້ນ​ບໍ? ພວກເຈົ້າ​ໄດ້​ຕັ້ງຕົ້ນ​ໂດຍ​ທາງ​ພຣະວິນຍານ​ແລ້ວ ບັດນີ້ ພວກເຈົ້າ​ຈະ​ສຳເລັດ​ລົງ​ໂດຍ​ທາງ​ມະນຸດ​ທຳມະດາ​ບໍ?


ແຕ່​ບັດນີ້​ເຈົ້າ​ທັງຫລາຍ​ຮູ້ຈັກ​ພຣະເຈົ້າ​ແລ້ວ (ຫລື​ຈະ​ເວົ້າ​ໃຫ້​ຖືກ​ກວ່າ ກໍ​ວ່າ​ພຣະເຈົ້າ​ຊົງ​ຮູ້ຈັກ​ເຈົ້າ​ທັງຫລາຍ​ແລ້ວ) ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຈະ​ກັບ​ໄປ​ຫາ​ອຳນາດ​ສິ່ງ​ສັກສິດ​ທຳມະດາ ອັນ​ອ່ອນແອ​ແລະ​ບໍ່ມີ​ປະໂຫຍດ? ພວກເຈົ້າ​ຢາກ​ຕົກ​ເປັນ​ຂ້ອຍຂ້າ​ຂອງ​ມັນ​ອີກ​ບໍ?


ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ເຮົາ​ຍັງ​ເທດສະໜາ​ຊັກຊວນ​ໃຫ້​ຮັບ​ພິທີຕັດ ດ້ວຍເຫດໃດ​ເຮົາ​ຈຶ່ງ​ຍັງ​ຖືກ​ຂົ່ມເຫັງ​ຢູ່? ຖ້າ​ເປັນ​ດັ່ງນັ້ນ ການ​ທີ່​ໄມ້ກາງແຂນ​ເປັນ​ເຫດ​ເຮັດ​ໃຫ້​ເກີດ​ສະດຸດ​ໃຈ ກໍ​ຄົງ​ຖືກ​ຍົກເລີກ​ເສຍ​ແລ້ວ.


ໃນ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ​ທັງໝົດ​ນັ້ນ ຂ້າພະເຈົ້າ​ເປັນ​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ກວ່າ​ຜູ້​ທີ່​ເລັກນ້ອຍ​ທີ່ສຸດ, ເຖິງ​ປານນັ້ນ ພຣະອົງ​ກໍ​ຍັງ​ໂຜດ​ປະທານ​ພຣະຄຸນ​ນີ້​ແກ່​ຂ້າພະເຈົ້າ ຄື​ໃຫ້​ຂ້າພະເຈົ້າ​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເຖິງ​ຄວາມ​ບໍຣິບູນ​ອັນ​ຫາ​ທີ່​ປຽບ​ບໍ່ໄດ້​ຂອງ​ພຣະຄຣິດ,


ເພື່ອ​ພວກເຮົາ​ຈະ​ບໍ່​ເປັນ​ເດັກນ້ອຍ​ອີກ​ຕໍ່ໄປ ຖືກ​ພັດ​ໄປ​ພັດ​ມາ ແລະ​ຫັນເຫ​ໄປມາ​ດ້ວຍ​ລົມ​ປາກ​ແຫ່ງ​ຄຳສັ່ງສອນ​ທຸກຢ່າງ​ຂອງ​ຄົນ​ທີ່​ຫລອກລວງ ຜູ້​ທີ່​ນຳ​ຄົນອື່ນ​ໃຫ້​ຫລົງ​ຜິດ​ໄປ​ດ້ວຍ​ກົນອຸບາຍ​ອັນ​ສະຫລາດ​ຂອງ​ພວກເຂົາ.


ດັ່ງນັ້ນ ຈົ່ງ​ລະວັງ​ໃນ​ການ​ດຳເນີນ​ຊີວິດ​ໃຫ້​ດີ ຢ່າ​ໃຫ້​ເປັນ​ດັ່ງ​ຄົນ​ໄຮ້​ປັນຍາ, ແຕ່​ໃຫ້​ເປັນ​ດັ່ງ​ຄົນມີ​ປັນຍາ.


ປະຊາຊົນ​ທີ່​ໂງ່ຈ້າ ແລະ​ເບົາ​ປັນຍາ​ເອີຍ ພວກເຈົ້າ​ຄວນ​ເຮັດ​ວິທີ​ນີ້​ບໍ ກັບ​ພຣະເຈົ້າຢາເວ? ພຣະອົງ​ເປັນ​ບິດາ​ຂອງ​ພວກເຈົ້າ ແລະ​ທັງ​ເປັນ​ຜູ້​ສ້າງ​ພວກເຈົ້າ​ມາ ທັງ​ດູແລ​ແລະ​ຮັກສາ ຈົນ​ພວກເຈົ້າ​ກາຍເປັນ​ຊາດ​ໜຶ່ງ.


ເພື່ອ​ລົງໂທດ​ຜູ້​ທີ່​ປະຕິເສດ​ພຣະເຈົ້າ ແລະ​ຜູ້​ທີ່​ບໍ່​ຍອມ​ເຊື່ອຟັງ​ຂ່າວປະເສີດ​ເລື່ອງ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.


ກໍ​ເປັນ​ຄົນ​ຈອງຫອງ​ພອງຕົວ​ຂຶ້ນ ແລະ​ບໍ່​ຮູ້ຈັກ​ສິ່ງໃດ​ເລີຍ. ເຂົາ​ມົວເມົາ​ຢູ່​ກັບ​ການ​ຖົກຖຽງ ແລະ​ການ​ທະເລາະ​ວິວາດ​ເຖິງ​ເລື່ອງ​ຖ້ອຍຄຳ ຊຶ່ງ​ນຳ​ໄປ​ສູ່​ການ​ເຫິງສາ​ກັນ ການ​ຜິດຖຽງ​ກັນ ການ​ໝິ່ນປະໝາດ​ກັນ ຄວາມ​ລະແວງ​ສົງໄສ​ກັນ


ເພາະ​ອັບຣາຮາມ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ພຣະເຈົ້າ​ຊົງ​ເອີ້ນ​ໃຫ້​ເພິ່ນ​ອອກ​ເດີນທາງ​ໄປ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ວ່າ ຈະ​ມອບ​ໃຫ້​ເພິ່ນ ເພິ່ນ​ໄດ້​ເຊື່ອຟັງ ແລະ​ອອກ​ຈາກ​ບ້ານເກີດ​ເມືອງນອນ​ຂອງຕົນ​ໄປ ໂດຍ​ບໍ່​ຮູ້​ເລີຍ​ວ່າ​ຕົນ​ຈະ​ໄປ​ໃສ.


ເມື່ອ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະບຸດ ເຖິງ​ທີ່​ສຳເລັດ​ແລ້ວ ພຣະບຸດ​ນັ້ນ ຈຶ່ງ​ໄດ້​ເກີດ​ເປັນ​ຕົ້ນ​ກຳເນີດ​ແຫ່ງ​ຄວາມ​ລອດພົ້ນ​ອັນ​ຕະຫລອດໄປ​ເປັນນິດ ແກ່​ຄົນ​ທັງປວງ​ທີ່​ເຊື່ອຟັງ​ພຣະອົງ,


ທີ່​ເຈົ້າ​ທັງຫລາຍ​ໄດ້​ຊຳລະ​ຈິດໃຈ​ຂອງຕົນ ໃຫ້​ບໍຣິສຸດ​ດ້ວຍ​ຄວາມ​ເຊື່ອຟັງ​ຄວາມຈິງ ຈົນ​ມີ​ຄວາມຮັກ​ພວກ​ພີ່ນ້ອງ​ຢ່າງ​ຈິງໃຈ ພວກເຈົ້າ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ.


ດ້ວຍວ່າ, ເຖິງ​ເວລາ​ແລ້ວ​ທີ່​ການ​ຊົງ​ພິພາກສາ ຈະ​ຕ້ອງ​ເລີ່ມຕົ້ນ​ທີ່​ຄົວ​ວິຫານ​ຂອງ​ພຣະເຈົ້າ ແລະ​ຖ້າ​ການ​ພິພາກສາ​ນັ້ນ​ເລີ່ມຕົ້ນ​ທີ່​ພວກເຮົາ​ກ່ອນ ປາຍ​ທາງ​ຂອງ​ຄົນ​ເຫຼົ່ານັ້ນ ທີ່​ບໍ່​ເຊື່ອຟັງ​ຂ່າວປະເສີດ​ເລື່ອງ​ຂອງ​ພຣະເຈົ້າ​ຈະ​ເປັນ​ຢ່າງ​ໃດ?


ເພາະວ່າ ພວກເຂົາ​ມັກ​ກ່າວ​ຄຳ​ອວດອ້າງ​ອັນ​ເປົ່າໆ ແລະ​ໃຊ້​ຄວາມ​ປາຖະໜາ​ຊົ່ວ​ທາງ​ກາຍ ຫລອກລວງ​ຄົນ​ທັງຫລາຍ ທີ່​ກຳລັງ​ໜີ​ພົ້ນ​ຈາກ ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ການ​ຫລົງ​ຜິດ.


ເພາະວ່າ​ປະຊາຊາດ​ທັງປວງ​ໄດ້​ດື່ມ​ເຫລົ້າແວງ​ປຸກ​ຢ່າງ​ເຫລືອເກີນ ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ນະຄອນ​ນັ້ນ. ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ພໍ່ຄ້າ​ທັງຫລາຍ​ແຫ່ງ​ແຜ່ນດິນ​ໂລກ ໄດ້​ລໍ້າລວຍ​ດ້ວຍ​ຊັບ​ອັນ​ຟຸມເຟືອຍ​ຂອງ​ນະຄອນ​ນັ້ນ.”


ແຕ່​ເຮົາ​ມີ​ຂໍ້​ຕໍ່​ວ່າ​ເຈົ້າ​ດັ່ງນີ້ ຄື​ເຈົ້າ​ຍອມ​ທົນ​ຟັງ​ຍິງ​ທີ່​ຊື່​ວ່າ​ເຢເຊເບນ ຜູ້​ທີ່​ອ້າງ​ຕົນ​ວ່າ​ເປັນ​ຜູ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ, ນາງ​ສອນ​ແລະ​ນຳພາ​ຜູ້ຮັບໃຊ້​ຂອງເຮົາ ໃຫ້​ປະພຶດ​ຜິດ​ສິນທຳ​ທາງ​ເພດ ແລະ​ໃຫ້​ກິນ​ອາຫານ​ທີ່​ຖືກ​ຖວາຍ​ແກ່​ຮູບເຄົາຣົບ​ນັ້ນ.


ຊາມູເອນ​ຕອບ​ວ່າ, “ເປັນ​ການ​ໂງ່ຈ້າ​ທີ່ສຸດ​ທີ່​ເຮັດ​ເຊັ່ນນັ້ນ ເຈົ້າ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເຈົ້າ​ທີ່​ໄດ້​ໃຫ້​ແກ່​ເຈົ້າ. ຖ້າ​ເຈົ້າ​ເຊື່ອຟັງ​ແລ້ວ ພຣະເຈົ້າຢາເວ​ກໍ​ຈະ​ໃຫ້​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ຕະຫລອດໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka