Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 2:9 - ພຣະຄຳພີສັກສິ

9 ເມື່ອ​ຢາໂກໂບ​ກັບ​ເກຟາ ແລະ ໂຢຮັນ ຜູ້​ທີ່​ພວກເຂົາ​ຖື​ວ່າ​ເປັນ​ຫລັກ​ໄດ້​ສັງເກດ​ເຫັນ​ພຣະຄຸນ​ທີ່​ໄດ້​ຊົງ​ປະທານ​ແກ່​ເຮົາ ທ່ານ​ທັງ​ສາມ​ກໍໄດ້​ຍື່ນ​ມື​ຂວາ​ໃຫ້​ເຮົາ​ກັບ​ບາຣະນາບາ​ຈັບ ເພື່ອ​ສະແດງ​ວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມງານ​ກັນ ເພື່ອ​ໃຫ້​ພວກເຮົາ​ໄປ​ຫາ​ພວກ​ຕ່າງຊາດ ແລະ​ທ່ານ​ເຫຼົ່ານັ້ນ​ຈະ​ໄປ​ຫາ​ພວກ​ທີ່​ຖື​ພິທີຕັດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ຢາໂກໂບ, ເກຟາ ແລະ ໂຢຮັນ ຜູ້​ທີ່​ຖື​ວ່າ​ເປັນ​ເສົາ​ຫລັກ ກໍ​ໄດ້​ຈັບ​ມື​ຂວາ​ຂອງ​ເຮົາ ແລະ ບາຣະນາບາ​ເພື່ອ​ຄວາມສຳພັນ​ກັນ ເມື່ອ​ພວກເພິ່ນ​ໄດ້​ຮັບຮູ້​ເຖິງ​ພຣະຄຸນ​ທີ່​ເຮົາ​ໄດ້​ຮັບ. ພວກເພິ່ນ​ເຫັນດີ​ວ່າ​ພວກເຮົາ​ຄວນ​ໄປ​ຍັງ​ຄົນຕ່າງຊາດ ແລະ ພວກເພິ່ນ​ກໍ​ໄປ​ຫາ​ຄົນ​ທີ່​ຮັບ​ພິທີຕັດ.

Uka jalj uñjjattʼäta Copia luraña




ຄາລາເຕຍ 2:9
32 Jak'a apnaqawi uñst'ayäwi  

ແລ້ວ​ເຢຮູ​ກໍໄດ້​ອອກ​ເດີນທາງ​ຕໍ່ໄປ ເມື່ອ​ຕາມ​ທາງ​ໄປ​ນັ້ນ​ເພິ່ນ​ໄດ້​ພົບ​ໂຢນາດາບ​ລູກຊາຍ​ຂອງ​ເຣກາບ. ເຢຮູ​ຈຶ່ງ​ຄຳນັບ​ລາວ ແລະ​ເວົ້າ​ວ່າ, “ທ່ານ ແລະ​ຂ້າພະເຈົ້າ​ມີ​ຄວາມຄິດ​ແບບ​ດຽວ​ກັນ ທ່ານ​ຈະ​ສະໜັບ​ສະໜູນ​ຂ້າພະເຈົ້າ​ຫລື​ບໍ່?” ໂຢນາດາບ​ຕອບ​ວ່າ, “ຈະ​ສະໜັບ​ສະໜູນ.” ເຢຮູ​ບອກ​ວ່າ, “ຖ້າດັ່ງນັ້ນ ຍື່ນມື​ຂອງທ່ານ​ມາ​ເບິ່ງດູ” ທັງສອງ​ຈັບ​ມື​ກັນ ແລະ​ເຢຮູ​ໄດ້​ດຶງ​ເອົາ​ໂຢນາດາບ​ຂຶ້ນ​ລົດມ້າ​ໄປ​ນຳ​ຕົນ


ຝ່າຍ​ເຮົາ​ຈຶ່ງ​ບອກ​ວ່າ ເຈົ້າ​ຄື​ເປໂຕ ເທິງ​ສີລາ​ກ້ອນ​ນີ້​ເຮົາ​ຈະ​ສ້າງ​ຄຣິສຕະຈັກ​ຂອງເຮົາ​ຂຶ້ນ ແລະ​ປະຕູ​ແຫ່ງ​ແດນ​ມໍຣະນາ​ຈະ​ເອົາ​ຊະນະ​ຄຣິສຕະຈັກ​ນີ້​ບໍ່ໄດ້.


ພຣະເຢຊູເຈົ້າ​ຊົງ​ໃຊ້​ເປໂຕ​ກັບ​ໂຢຮັນ​ໄປ ແລະ​ໃຫ້​ຄຳແນະນຳ​ວ່າ, “ຈົ່ງ​ໄປ​ຈັດແຈ່ງ​ອາຫານ​ປັດສະຄາ​ສຳລັບ​ພວກເຮົາ​ໃຫ້​ຮຽບຮ້ອຍ.”


ແລ້ວ​ລາວ​ກໍ​ພາ​ຊີໂມນ​ໄປ​ຫາ​ພຣະເຢຊູເຈົ້າ. ເມື່ອ​ພຣະເຢຊູເຈົ້າ​ເບິ່ງ​ລາວ​ແລ້ວ ຈຶ່ງ​ກ່າວ​ວ່າ, “ເຈົ້າ​ຊື່ ຊີໂມນ​ລູກ​ຂອງ​ໂຢຮັນ ແຕ່​ເຈົ້າ​ຈະ​ໄດ້​ຊື່​ໃໝ່​ວ່າ ເກຟາ.” (ທີ່​ແປ​ວ່າ “ເປໂຕ” ແລະ​ໝາຍຄວາມວ່າ, “ຫີນ”).


ເປໂຕ​ໃຊ້​ມື​ເຮັດ​ສັນຍານ​ໃຫ້​ພວກເຂົາ​ມິດ ແລະ​ໄດ້​ເລົ່າ​ໃຫ້​ພວກເຂົາ​ຟັງ ເຖິງ​ເລື່ອງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ນຳ​ຕົນ​ອອກ​ມາ​ຈາກ​ຄຸກ​ຢ່າງ​ໃດ ແລ້ວ​ເປໂຕ​ໄດ້​ສັ່ງ​ວ່າ, “ຈົ່ງ​ບອກ​ເລື່ອງ​ນີ້​ໃຫ້​ຢາໂກໂບ ແລະ​ພວກ​ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ໃຫ້​ຮູ້​ດ້ວຍ.” ເມື່ອ​ເພິ່ນ​ສັ່ງ​ແລ້ວ​ກໍ​ອອກ​ໄປ​ທີ່​ອື່ນ.


ຫລັງຈາກ​ເລົ່າ​ຈົບ​ແລ້ວ ຢາໂກໂບ ກໍ​ກ່າວ​ຂຶ້ນ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ ຈົ່ງ​ຟັງ​ຂ້າພະເຈົ້າ​ກ່ອນ


ຫລັງຈາກ ໂຕ້ຖຽງ​ກັນ​ເປັນ​ເວລາ​ຍືດຍາວ​ແລ້ວ ເປໂຕ​ກໍ​ລຸກ​ຂຶ້ນ ແລະ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ ເມື່ອ​ເລີ່ມຕົ້ນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ຂ້າພະເຈົ້າ​ຈາກ​ທ່າມກາງ​ພວກເຈົ້າ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້ຍິນ ແລະ​ຈະ​ໄດ້​ເຊື່ອ.


ໄດ້​ມີ​ຊາຍ​ເລວີ​ຜູ້ໜຶ່ງ​ເປັນ​ຄົນ​ພື້ນເມືອງ​ໃນ​ເກາະ​ໄຊປຣັດ ຊື່​ວ່າ ໂຢເຊັບ ພວກ​ອັກຄະສາວົກ​ເອີ້ນ​ລາວ​ວ່າ ບາຣະນາບາ (ຊຶ່ງ​ໝາຍຄວາມວ່າ ຜູ້​ມີ​ໃຈ​ອຸດໜູນ)


ໂດຍ​ທາງ​ພຣະອົງ​ນີ້ແຫຼະ ເຮົາ​ໄດ້​ຮັບ​ພຣະຄຸນ ແລະ​ໜ້າທີ່​ເປັນ​ອັກຄະສາວົກ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ພຣະອົງ ໃຫ້​ໄປ​ປະກາດ​ທ່າມກາງ​ຊົນຊາດ​ຕ່າງໆ​ໃຫ້​ເຂົາ​ເຊື່ອຟັງ.


ເນື່ອງ​ຈາກ​ວ່າ ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພຣະຄຸນ​ແກ່​ເຮົາ, ເຮົາ​ຈຶ່ງ​ຂໍ​ບອກ​ພວກເຈົ້າ​ທຸກຄົນ​ວ່າ ຢ່າ​ຄິດ​ຖືຕົວ​ເກີນ​ທີ່​ຕົນ​ເປັນ​ຢູ່ ແຕ່​ໃຫ້​ຄິດ​ສົມເຫດ​ສົມຜົນ ໃຫ້​ຄິດ​ສົມກັບ​ຂະໜາດ​ແຫ່ງ​ຄວາມເຊື່ອ ທີ່​ພຣະເຈົ້າ​ໄດ້​ໂຜດ​ໃຫ້​ແຕ່ລະຄົນ​ນັ້ນ.


ແຕ່​ການ​ທີ່​ເຮົາ​ກ້າ​ຂຽນ​ຈົດໝາຍ​ມາ​ຫາ​ພວກເຈົ້າ​ນີ້ ກໍ​ເພື່ອ​ຢາກ​ເຕືອນ​ຄວາມ​ຈື່ຈຳ​ຂອງ​ພວກເຈົ້າ ດ້ວຍ​ເຫດ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ເຮົາ


ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ​ພຣະຄຸນ​ທີ່​ພຣະອົງ​ໄດ້​ໂຜດ​ໃຫ້​ແກ່​ເຮົາ​ນັ້ນ ກໍ​ບໍ່ໄດ້​ໄຮ້​ປະໂຫຍດ, ກົງກັນຂ້າມ ເຮົາ​ໄດ້​ເຮັດ​ການ​ຢ່າງ​ໜັກໜ່ວງ​ຫຼາຍກວ່າ​ບັນດາ​ອັກຄະສາວົກ​ຄົນອື່ນໆ ຕາມ​ທີ່​ຈິງ​ແລ້ວ​ບໍ່ແມ່ນ​ເຮົາ​ເອງ​ເຮັດ ແຕ່​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ທີ່​ເຮັດ.


ເພາະ​ເຮົາ​ຄິດ​ວ່າ, ເຮົາ​ບໍ່ໄດ້​ເປັນ​ຜູ້​ຕໍ່າຕ້ອຍ​ກວ່າ​ພວກ​ອັກຄະສາວົກ​ຊັ້ນ​ຜູ້ໃຫຍ່​ເຫຼົ່ານັ້ນ ແມ່ນແຕ່​ໜ້ອຍ​ດຽວ.


ເຮົາ​ກາຍເປັນ​ຄົນ​ໂງ່​ແລ້ວ ເຈົ້າ​ທັງຫລາຍ​ໄດ້​ບັງຄັບ​ເຮົາ​ໃຫ້​ເປັນ​ເຊັ່ນນັ້ນ ເພາະວ່າ​ສົມຄວນ​ແລ້ວ​ທີ່​ພວກເຈົ້າ​ຈະ​ຍ້ອງຍໍ​ເຮົາ. ເຖິງ​ວ່າ​ເຮົາ​ບໍ່​ເປັນ​ຜູ້​ດີ​ວິເສດ​ກໍ​ຈິງ ເຮົາ​ກໍ​ບໍ່ໄດ້​ຕໍ່າຕ້ອຍ​ກວ່າ​ອັກຄະສາວົກ​ຊັ້ນ​ຜູ້ໃຫຍ່​ເຫຼົ່ານັ້ນ​ໃນ​ປະການ​ໜຶ່ງ​ປະການ​ໃດ.


ແລ້ວ​ຕາມ​ລຳພັງ​ໃຈ​ຂອງ​ພວກເຂົາ​ເອງ ພວກເຂົາ​ກໍ​ຍັງ​ໄດ້​ວອນຂໍ​ຢ່າງ​ຫລວງຫລາຍ ຂໍ​ໃຫ້​ເຮົາ​ກະລຸນາ​ພວກເຂົາ​ໄດ້​ມີ​ສ່ວນ​ໃນ​ການ​ຊ່ວຍເຫລືອ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ.


ທີ່​ຈະ​ໂຜດ​ສຳແດງ​ພຣະບຸດ​ຂອງ​ພຣະອົງ​ໃຫ້​ປາກົດ​ແກ່​ເຮົາ ເພື່ອ​ໃຫ້​ເຮົາ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ນັ້ນ ໃນ​ທ່າມກາງ​ພວກ​ຕ່າງຊາດ ເຮົາ​ບໍ່ໄດ້​ປຶກສາ​ກັນ​ກັບ​ມະນຸດ​ຄົນ​ໃດ,


ຫລັງຈາກ​ນັ້ນ​ສາມ​ປີ ເຮົາ​ໄດ້​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ທຳ​ຄວາມ​ລື້ງເຄີຍ​ກັບ​ເປໂຕ ແລະ​ໄດ້​ພັກ​ຢູ່​ກັບ​ເພິ່ນ​ເປັນ​ເວລາ​ສອງ​ອາທິດ.


ຫລັງຈາກ​ນັ້ນ​ມາ​ສິບສີ່​ປີ ເຮົາ​ໄດ້​ກັບຄືນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ​ກັບ​ບາຣະນາບາ ແລະ​ເຮົາ​ກໍໄດ້​ເອົາ​ຕີໂຕ​ໄປ​ດ້ວຍ.


ເຮົາ​ໄປ​ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ແກ່​ເຮົາ ເຮົາ​ໄດ້​ອະທິບາຍ​ເລື່ອງ​ຂ່າວປະເສີດ​ແກ່​ພວກເຂົາ ຊຶ່ງ​ເຮົາ​ໄດ້​ເຄີຍ​ປະກາດ​ແກ່​ຄົນຕ່າງຊາດ (ແຕ່​ຍັງ​ໄດ້​ເລົ່າ​ໃຫ້​ຄົນ​ສຳຄັນ​ຟັງ​ເປັນ​ການ​ສ່ວນຕົວ) ເພາະ​ຢ້ານ​ວ່າ​ເຮົາ​ກຳລັງ​ແລ່ນ​ແຂ່ງ​ກັນ ຫລື​ວ່າ​ໄດ້​ແລ່ນ​ແຂ່ງ​ແລ້ວ​ໂດຍ​ບໍ່ມີ​ປະໂຫຍດ.


ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນ​ເປັນ​ຄົນ​ສຳຄັນ ທັງໆ​ທີ່​ຕົນ​ບໍ່​ສຳຄັນ​ຫຍັງ ຜູ້ນັ້ນ​ກໍ​ຫລອກລວງ​ຕົນເອງ.


ພວກເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ເທິງ​ຮາກຖານ ຊຶ່ງ​ພວກ​ອັກຄະສາວົກ ແລະ​ພວກ​ຜູ້​ປະກາດ​ພຣະທຳ​ໄດ້​ວາງ​ລົງ​ແລ້ວ ພຣະເຢຊູ​ຄຣິດເຈົ້າ​ເອງ​ຊົງ​ເປັນ​ຫີນ​ເສົາ​ເອກ.


ໃນ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ​ທັງໝົດ​ນັ້ນ ຂ້າພະເຈົ້າ​ເປັນ​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ກວ່າ​ຜູ້​ທີ່​ເລັກນ້ອຍ​ທີ່ສຸດ, ເຖິງ​ປານນັ້ນ ພຣະອົງ​ກໍ​ຍັງ​ໂຜດ​ປະທານ​ພຣະຄຸນ​ນີ້​ແກ່​ຂ້າພະເຈົ້າ ຄື​ໃຫ້​ຂ້າພະເຈົ້າ​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເຖິງ​ຄວາມ​ບໍຣິບູນ​ອັນ​ຫາ​ທີ່​ປຽບ​ບໍ່ໄດ້​ຂອງ​ພຣະຄຣິດ,


ເພື່ອ​ການ​ນີ້​ແຫຼະ, ເຮົາ​ຈຶ່ງ​ທົນ​ການ​ໜັກໜ່ວງ​ດ້ວຍ​ອົດສາ​ສູ້ ຕາມ​ພຣະ​ກຳລັງ​ຂອງ​ພຣະອົງ ຜູ້​ຊົງ​ໂຜດ​ກະທຳ​ດ້ວຍ​ຣິດອຳນາດ​ໃນ​ຕົວ​ເຮົາ​ຢູ່.


ຖ້າ​ເຮົາ​ຍັງ​ຊັກຊ້າ​ຢູ່ ຈົດໝາຍ​ສະບັບ​ນີ້ ກໍ​ຈະ​ໄດ້​ບອກ​ພວກເຈົ້າ​ໃຫ້​ຮູ້​ວ່າ ຄວນ​ຈະ​ບົວລະບັດ​ຢ່າງ​ໃດ ໃນ​ຄອບຄົວ​ຂອງ​ພຣະເຈົ້າ ຄື​ໃນ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ທີ່​ເປັນ​ເສົາ​ແລະ​ເປັນ​ຮາກ​ແຫ່ງ​ຄວາມຈິງ.


ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ​ແລະ​ໄດ້ຍິນ​ນັ້ນ ພວກເຮົາ​ກໍ​ປະກາດ​ແກ່​ພວກເຈົ້າ​ເໝືອນກັນ ເພື່ອ​ວ່າ​ພວກເຈົ້າ​ຈະ​ເຂົ້າ​ຮ່ວມ​ສາມັກຄີທຳ​ກັບ​ພວກເຮົາ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ກັບ​ພຣະບິດາເຈົ້າ ແລະ ກັບ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ.


ເຮົາ​ຈະ​ຕັ້ງ​ຜູ້​ທີ່​ມີ​ໄຊຊະນະ​ນັ້ນ ໃຫ້​ເປັນ​ເສົາ​ໃນ​ວິຫານ​ແຫ່ງ​ພຣະເຈົ້າ​ຂອງເຮົາ ແລະ​ຜູ້ນັ້ນ​ຈະ​ບໍ່​ອອກ​ໄປ​ຈາກ​ພຣະວິຫານ​ຈັກເທື່ອ, ເຮົາ​ຈະ​ຈາລຶກ​ພຣະນາມ​ແຫ່ງ​ພຣະເຈົ້າ​ຂອງເຮົາ​ໃສ່​ຕົວ​ຜູ້ນັ້ນ ກັບ​ທັງ​ຊື່​ນະຄອນ​ເຢຣູຊາເລັມ​ໃໝ່ ຊຶ່ງ​ຈະ​ລົງ​ມາ​ແຕ່​ສະຫວັນ​ຈາກ​ພຣະເຈົ້າ​ຂອງເຮົາ ແລະ​ເຮົາ​ຍັງ​ຈະ​ຈາລຶກ​ນາມ​ໃໝ່​ຂອງເຮົາ​ໃສ່​ຕົວ​ຂອງ​ຜູ້ນັ້ນ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka