ຄາລາເຕຍ 2:5 - ພຣະຄຳພີສັກສິ5 ແຕ່ພວກເຮົາບໍ່ໄດ້ອ່ອນຍອມຕໍ່ພວກເຂົາແມ່ນແຕ່ນາທີດຽວ ເພື່ອຈະໄດ້ຮັກສາຄວາມສັດຈິງຂອງຂ່າວປະເສີດນັ້ນ ໄວ້ສຳລັບເຈົ້າທັງຫລາຍ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່5 ພວກເຮົາບໍ່ໄດ້ຍອມຈຳນົນຕໍ່ພວກເຂົາເລີຍແມ່ນແຕ່ຊົ່ວຂະນະໜຶ່ງ, ເພື່ອວ່າຄວາມຈິງຂອງຂ່າວປະເສີດຈະຖືກຮັກສາໄວ້ສຳລັບພວກເຈົ້າທັງຫລາຍ. Uka jalj uñjjattʼäta |
ເມື່ອເຮົາເຫັນວ່າ ພວກເພິ່ນບໍ່ໄດ້ດຳເນີນໄປຕາມຄວາມຈິງແຫ່ງຂ່າວປະເສີດ ເຮົາຈຶ່ງເວົ້າໃຫ້ເປໂຕຕໍ່ໜ້າຄົນທັງໝົດນັ້ນວ່າ, “ເຈົ້າຜູ້ເປັນຄົນຢິວ ແຕ່ເຈົ້າໄດ້ດຳເນີນຊີວິດເໝືອນຄົນຕ່າງຊາດແລະບໍ່ເໝືອນຄົນຢິວ. ຖ້າດັ່ງນັ້ນ ເປັນຫຍັງເຈົ້າຈຶ່ງບັງຄັບຄົນຕ່າງຊາດໃຫ້ດຳເນີນຊີວິດເໝືອນຄົນຢິວ?”
ເພື່ອນທີ່ຮັກຂອງເຮົາເອີຍ, ເຮົາອົດສາພະຍາຍາມຢ່າງສຸດຄວາມສາມາດ ເພື່ອຂຽນຈົດໝາຍມາເຖິງພວກເຈົ້າ ກ່ຽວກັບເລື່ອງຄວາມພົ້ນທີ່ພວກເຮົາມີຢູ່ຮ່ວມກັນ ເມື່ອເຮົາເຫັນມີຄວາມຈຳເປັນທີ່ຈະຕ້ອງຂຽນມາເຕືອນສະຕິພວກເຈົ້າ ໃຫ້ຕໍ່ສູ້ເພື່ອຄວາມເຊື່ອ ຊຶ່ງພຣະເຈົ້າໄດ້ມອບໃຫ້ແກ່ປະຊາຊົນຂອງພຣະອົງເທື່ອດຽວເປັນການສິ້ນສຸດ.