ຄາລາເຕຍ 2:4 - ພຣະຄຳພີສັກສິ4 ແຕ່ມີພີ່ນ້ອງທີ່ແປກປອມໄດ້ລັກລອບເຂົ້າມາ ເພື່ອຈະສອດແນມເບິ່ງເສລີພາບຂອງພວກເຮົາ ທີ່ມີຢູ່ເພາະພຣະເຢຊູຄຣິດເຈົ້າ ພວກເຂົາຫວັງຈະບັງຄັບພວກເຮົາ ໃຫ້ກັບໄປເປັນຂ້ອຍຂ້າຂອງກົດບັນຍັດອີກ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່4 ເລື່ອງນີ້ເກີດຂຶ້ນເພາະຜູ້ທີ່ເຊື່ອປອມບາງຄົນໄດ້ແຊກແຊງເຂົ້າມາໃນໝູ່ພວກເຮົາ ເພື່ອສືບເບິ່ງເສລີພາບທີ່ພວກເຮົາມີຢູ່ໃນພຣະເຢຊູຄຣິດເຈົ້າ ແລະ ເພື່ອຈະເຮັດໃຫ້ພວກເຮົາເປັນຂ້າທາດ. Uka jalj uñjjattʼäta |
ໃນການເດີນທາງຫລາຍເທື່ອຂອງເຮົາ ເຮົາໄດ້ຕົກຢູ່ໃນໄພອັນຕະລາຍຈາກນໍ້າຖ້ວມແລະຈາກພວກໂຈນ, ໃນອັນຕະລາຍຈາກພວກຢິວເພື່ອນຮ່ວມຊາດຂອງຕົນເອງແລະຈາກພວກຕ່າງຊາດ, ເຮົາຍັງປະເຊີນຕໍ່ອັນຕະລາຍໃນເມືອງ, ຕໍ່ອັນຕະລາຍໃນຖິ່ນແຫ້ງແລ້ງກັນດານ, ຕໍ່ອັນຕະລາຍໃນທະເລ ແລະຕໍ່ອັນຕະລາຍຈາກພີ່ນ້ອງທີ່ໜ້າໄຫວ້ຫລັງຫລອກ.
ດ້ວຍວ່າ, ມີຄົນບໍ່ນັບຖືພຣະເຈົ້າບາງຄົນໄດ້ແອບແຝງເຂົ້າມາຢູ່ໃນທ່າມກາງພວກເຈົ້າ, ເປັນບຸກຄົນທີ່ບິດເບືອນພຣະຄຸນຂອງພຣະເຈົ້າຂອງພວກເຮົາ ເພື່ອເປັນຊ່ອງທາງໃຫ້ຕົນເຮັດຕາມກິເລດຕັນຫາ ແລະເປັນຜູ້ທີ່ປະຕິເສດພຣະເຢຊູຄຣິດເຈົ້າຜູ້ຊົງເປັນເຈົ້ານາຍ ແລະເປັນອົງພຣະເຢຊູຄຣິດເຈົ້າແຕ່ອົງດຽວຂອງພວກເຮົາ. ພຣະຄຳພີໄດ້ກຳນົດໄວ້ລ່ວງໜ້າແຕ່ດົນນານມາແລ້ວ ເຖິງການຕັດສິນລົງໂທດທີ່ພວກເຂົາຈະໄດ້ຮັບ.