Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 2:2 - ພຣະຄຳພີສັກສິ

2 ເຮົາ​ໄປ​ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ແກ່​ເຮົາ ເຮົາ​ໄດ້​ອະທິບາຍ​ເລື່ອງ​ຂ່າວປະເສີດ​ແກ່​ພວກເຂົາ ຊຶ່ງ​ເຮົາ​ໄດ້​ເຄີຍ​ປະກາດ​ແກ່​ຄົນຕ່າງຊາດ (ແຕ່​ຍັງ​ໄດ້​ເລົ່າ​ໃຫ້​ຄົນ​ສຳຄັນ​ຟັງ​ເປັນ​ການ​ສ່ວນຕົວ) ເພາະ​ຢ້ານ​ວ່າ​ເຮົາ​ກຳລັງ​ແລ່ນ​ແຂ່ງ​ກັນ ຫລື​ວ່າ​ໄດ້​ແລ່ນ​ແຂ່ງ​ແລ້ວ​ໂດຍ​ບໍ່ມີ​ປະໂຫຍດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເຮົາ​ໄປ​ເພື່ອ​ຕອບສະໜອງ​ຕາມ​ການເປີດເຜີຍ ແລະ ໄດ້​ພົບປະ​ກັບ​ບັນດາ​ຜູ້​ທີ່​ຖື​ວ່າ​ເປັນ​ຜູ້ນຳ​ເປັນການສ່ວນຕົວ, ເຮົາ​ໄດ້​ຊີ້ແຈງ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ທ່າມກາງ​ຄົນຕ່າງຊາດ​ໃຫ້​ແກ່​ພວກເຂົາ. ເຮົາ​ຕ້ອງການ​ໃຫ້​ແນ່ໃຈ​ວ່າ​ທີ່​ເຮົາ​ກຳລັງ​ແລ່ນ​ແຂ່ງ ຫລື ໄດ້​ແລ່ນ​ແຂ່ງ​ໄປ​ແລ້ວ​ນັ້ນ​ຈະ​ບໍ່​ເສຍປະໂຫຍດ.

Uka jalj uñjjattʼäta Copia luraña




ຄາລາເຕຍ 2:2
26 Jak'a apnaqawi uñst'ayäwi  

ແມງວັນ​ຕາຍ​ຍ່ອມ​ເຮັດ​ໃຫ້​ນໍ້າຫອມ​ທັງ​ແກ້ວ​ເໝັນ​ໄດ້​ສັນໃດ ຄວາມ​ໂງ່ຈ້າ​ພຽງແຕ່​ເລັກນ້ອຍ​ກໍ​ຍ່ອມ​ເຮັດ​ໃຫ້​ປັນຍາ​ອັນ​ຍິ່ງໃຫຍ່​ຖືກ​ເສຍຫາຍ​ໄປ​ໄດ້​ສັນນັ້ນ.


“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.


ດັ່ງນັ້ນ ພີ່ນ້ອງ​ທັງໝົດ​ຈຶ່ງ​ມິດງຽບ ແລະ​ຟັງ​ບາຣະນາບາ​ກັບ​ໂປໂລ ເລົ່າ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ຕ່າງໆ ທີ່​ພຣະເຈົ້າ​ໄດ້​ກະທຳ​ຜ່ານ​ພວກເພິ່ນ ໃນ​ທ່າມກາງ​ຄົນຕ່າງຊາດ.


ເມື່ອ​ໂປໂລ​ກັບ​ບາຣະນາບາ ເກີດ​ມີ​ການ​ໂຕ້ຖຽງ​ກັບ​ພວກເຂົາ​ຢ່າງ​ຮຸນແຮງ​ກ່ຽວກັບ​ເລື່ອງ​ນີ້ ດັ່ງນັ້ນ ຈຶ່ງ​ມີ​ການ​ຕົກລົງ​ໃຫ້​ໂປໂລ​ກັບ​ບາຣະນາບາ ແລະ​ບາງຄົນ​ໃນ​ເມືອງ​ອັນຕີໂອເຂຍ ໄປ​ປຶກສາ​ກັບ​ພວກ​ອັກຄະສາວົກ ແລະ​ພວກ​ເຖົ້າແກ່​ໃນ​ນະຄອນ​ເຢຣູຊາເລັມ​ກ່ຽວກັບ​ບັນຫາ​ນີ້.


ເມື່ອ​ເພິ່ນ​ມາ​ຮອດ​ນະຄອນ​ເຢຣູຊາເລັມ ກໍໄດ້​ຖືກ​ຮັບຕ້ອນ​ຈາກ​ພີ່ນ້ອງ​ໃນ​ຄຣິສຕະຈັກ, ຈາກ​ພວກ​ອັກຄະສາວົກ ແລະ​ຈາກ​ບັນດາ​ເຖົ້າແກ່ ແລະ​ພວກເພິ່ນ​ໄດ້​ເລົ່າ​ເລື່ອງ​ທັງໝົດ ທີ່​ພຣະເຈົ້າ​ໄດ້​ກະທຳ​ການ​ຜ່ານ​ພວກເພິ່ນ​ສູ່​ຄົນ​ເຫຼົ່ານັ້ນ​ຟັງ.


ມີ​ຄືນ​ໜຶ່ງ ໂປໂລ​ໄດ້​ເຫັນ​ນິມິດ ແລະ​ໃນ​ນິມິດ​ນັ້ນ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ຢ່າ​ສູ່​ຢ້ານ​ຄົນ​ເຫຼົ່ານີ້ ແຕ່​ຈົ່ງ​ກ່າວ​ແກ່​ພວກເຂົາ​ຕໍ່ໄປ​ບໍ່​ຕ້ອງ​ຢຸດ


ໃນ​ຄືນ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຢືນ​ຢູ່​ໃກ້​ໂປໂລ ແລະ​ກ່າວ​ວ່າ, “ຢ່າ​ສູ່​ຢ້ານ ເຈົ້າ​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ນີ້​ແລ້ວ​ຢ່າງ​ໃດ ເຈົ້າ​ກໍ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ຢູ່​ໃນ​ນະຄອນ​ໂຣມ​ຢ່າງ​ນັ້ນ.”


ແຕ່​ມີ​ສະມາຊິກ​ຄົນ​ໜຶ່ງ​ໃນ​ສະພາ​ສູງສຸດ​ຊື່​ວ່າ ຄາມາລິເອັນ ແລະ​ເປັນ​ຄົນ​ຟາຣີຊາຍ ເພິ່ນ​ເປັນ​ອາຈານ ແລະ​ເປັນ​ທີ່​ນັບຖື​ຢ່າງ​ສູງ​ຂອງ​ປະຊາຊົນ​ທົ່ວ​ໄປ ເພິ່ນ​ໄດ້​ຢືນ​ຂຶ້ນ​ໃນ​ທີ່​ປະຊຸມ ແລະ​ສັ່ງ​ໃຫ້​ເຈົ້າໜ້າທີ່​ນຳ​ພວກ​ອັກຄະສາວົກ​ອອກ​ໄປ​ຂ້າງ​ນອກ​ຊົ່ວ​ໄລຍະ​ໜຶ່ງ


ດັ່ງນັ້ນ ຈຶ່ງ​ຈະ​ບໍ່​ຂຶ້ນ​ຢູ່​ກັບ​ຄວາມ​ຕັ້ງໃຈ​ຂອງ​ຄົນ​ເຮົາ ຫລື​ການ​ກະທຳ, ແຕ່​ຂຶ້ນ​ຢູ່​ກັບ​ພຣະ​ເມດຕາ​ກະລຸນາ​ຂອງ​ພຣະເຈົ້າ​ເທົ່ານັ້ນ.


ແຕ່​ສຳລັບ​ພວກເຮົາ​ແລ້ວ ພວກເຮົາ​ປະກາດ​ເລື່ອງ​ພຣະຄຣິດ ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ນັ້ນ ອັນ​ເປັນ​ເລື່ອງ​ທີ່​ພວກ​ຢິວ​ຊຸນ​ສະດຸດ ແລະ​ເປັນ​ເລື່ອງ​ທີ່​ພວກ​ຕ່າງຊາດ​ຖື​ວ່າ​ໂງ່,


ດ້ວຍວ່າ, ຂະນະທີ່​ເຮົາ​ໄດ້​ຢູ່​ນຳ​ພວກເຈົ້າ​ນັ້ນ ເຮົາ​ຕັ້ງໃຈ​ໄວ້​ແລ້ວ​ວ່າ ຈະ​ບໍ່​ສັ່ງສອນ​ເລື່ອງ​ໃດ​ເລີຍ ເວັ້ນໄວ້​ແຕ່​ເລື່ອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ໂດຍ​ສະເພາະ​ຄວາມ​ຕາຍ​ຂອງ​ພຣະອົງ​ທີ່​ໄມ້ກາງແຂນ.


ເຈົ້າ​ທັງຫລາຍ​ບໍ່​ຮູ້​ບໍ​ວ່າ, ໃນ​ການ​ແລ່ນ​ແຂ່ງຂັນ​ກັນ​ນັ້ນ ກໍ​ແລ່ນ​ດ້ວຍ​ກັນ​ທຸກຄົນ, ແຕ່​ມີ​ຄົນ​ດຽວ​ເທົ່ານັ້ນ ທີ່​ໄດ້​ຮັບ​ລາງວັນ. ດັ່ງນັ້ນ ຈົ່ງ​ແລ່ນ​ເພື່ອ​ຊີງ​ເອົາ​ລາງວັນ​ໃຫ້​ໄດ້.


ດ້ວຍເຫດນັ້ນ ເຮົາ​ຈຶ່ງ​ແລ່ນ​ແຂ່ງຂັນ​ກັນ​ໂດຍ​ມີ​ເປົ້າໝາຍ, ເຮົາ​ບໍ່ໄດ້​ຕໍ່ສູ້​ເໝືອນ​ດັ່ງ​ນັກມວຍ​ທີ່​ຊົກ​ລົມ.


ເຮົາ​ຈຳເປັນ​ຕ້ອງ​ອວດ, ເຖິງ​ແມ່ນ​ວ່າ​ການ​ອວດ​ນັ້ນ ບໍ່​ເປັນ​ຜົນດີ​ຫຍັງ​ກໍຕາມ, ແຕ່​ບັດນີ້ ເຮົາ​ຈະ​ເວົ້າ​ເຖິງ​ນິມິດ ແລະ​ການ​ຊົງ​ສຳແດງ ຊຶ່ງ​ເຮົາ​ໄດ້​ຮັບ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.


ດ້ວຍວ່າ, ເຮົາ​ບໍ່ໄດ້​ຮັບ​ຂ່າວປະເສີດ​ນັ້ນ​ຈາກ​ມະນຸດ ຫລື​ບໍ່ມີ​ມະນຸດ​ຄົນ​ໃດ​ສອນ​ເຮົາ ແຕ່​ເຮົາ​ໄດ້​ຮັບ​ຂ່າວປະເສີດ​ນັ້ນ​ໂດຍ​ພຣະເຢຊູ​ຄຣິດເຈົ້າ​ຊົງ​ສຳແດງ​ແກ່​ເຮົາ.


ທີ່​ຈະ​ໂຜດ​ສຳແດງ​ພຣະບຸດ​ຂອງ​ພຣະອົງ​ໃຫ້​ປາກົດ​ແກ່​ເຮົາ ເພື່ອ​ໃຫ້​ເຮົາ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ນັ້ນ ໃນ​ທ່າມກາງ​ພວກ​ຕ່າງຊາດ ເຮົາ​ບໍ່ໄດ້​ປຶກສາ​ກັນ​ກັບ​ມະນຸດ​ຄົນ​ໃດ,


ເຮົາ​ຮູ້​ສຶກ​ປະຫລາດ​ໃຈ ທີ່​ເຈົ້າ​ທັງຫລາຍ​ພາກັນ​ປະຖິ້ມ​ພຣະອົງ​ຢ່າງ​ຮີບດ່ວນ ພຣະອົງ​ຊົງ​ເອີ້ນ​ພວກເຈົ້າ​ມາ​ດ້ວຍ​ພຣະຄຸນ​ຂອງ​ພຣະຄຣິດ ແຕ່​ພວກເຈົ້າ​ຕ່າວ​ຄືນ​ໄປ​ຫາ​ຂ່າວປະເສີດ​ອັນ​ແຕກຕ່າງ​ເສຍ.


ສ່ວນ​ຄົນ​ເຫຼົ່ານັ້ນ ທີ່​ພວກເຂົາ​ຖື​ວ່າ​ເປັນ​ຄົນ​ສຳຄັນ ພວກເຂົາ​ຈະ​ເຄີຍ​ເປັນ​ຄົນ​ຢ່າງ​ໃດ​ມາ​ກ່ອນ​ແລ້ວ​ກໍຕາມ ກໍ​ບໍ່​ສຳຄັນ​ຢ່າງ​ໃດ​ສຳລັບ​ເຮົາ ພຣະເຈົ້າ​ບໍ່​ຊົງ​ເຫັນ​ແກ່​ໜ້າ​ຄົນ​ໃດ ຄົນ​ເຫຼົ່ານັ້ນ​ທີ່​ພວກເຂົາ​ຖື​ວ່າ​ເປັນ​ຄົນ​ສຳຄັນ ກໍ​ບໍ່ໄດ້​ເພີ່ມ​ເຕີມ​ສິ່ງ​ໜຶ່ງ​ສິ່ງໃດ​ແກ່​ເຮົາ.


ເມື່ອ​ຢາໂກໂບ​ກັບ​ເກຟາ ແລະ ໂຢຮັນ ຜູ້​ທີ່​ພວກເຂົາ​ຖື​ວ່າ​ເປັນ​ຫລັກ​ໄດ້​ສັງເກດ​ເຫັນ​ພຣະຄຸນ​ທີ່​ໄດ້​ຊົງ​ປະທານ​ແກ່​ເຮົາ ທ່ານ​ທັງ​ສາມ​ກໍໄດ້​ຍື່ນ​ມື​ຂວາ​ໃຫ້​ເຮົາ​ກັບ​ບາຣະນາບາ​ຈັບ ເພື່ອ​ສະແດງ​ວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມງານ​ກັນ ເພື່ອ​ໃຫ້​ພວກເຮົາ​ໄປ​ຫາ​ພວກ​ຕ່າງຊາດ ແລະ​ທ່ານ​ເຫຼົ່ານັ້ນ​ຈະ​ໄປ​ຫາ​ພວກ​ທີ່​ຖື​ພິທີຕັດ.


ພວກເຈົ້າ​ແລ່ນ​ແຂ່ງຂັນ​ດີ​ຢູ່​ແລ້ວ ແມ່ນ​ຜູ້ໃດ​ຂັດຂວາງ​ພວກເຈົ້າ​ບໍ່​ໃຫ້​ເຊື່ອຟັງ​ຄວາມຈິງ?


ໂດຍ​ນຳ​ພຣະທຳ​ທີ່​ໃຫ້​ຊີວິດ​ໄປ​ສູ່​ພວກເຂົາ ຖ້າ​ເຮັດ​ດັ່ງນັ້ນ, ເຮົາ​ກໍ​ຈະ​ມີ​ເຫດຜົນ​ອວດອ້າງ​ໄດ້​ໃນ​ວັນ​ຂອງ​ພຣະຄຣິດ​ວ່າ ຄວາມ​ບາກບັ່ນ​ແລະ​ພາລະກິດ​ຂອງເຮົາ​ທັງໝົດ ບໍ່ໄດ້​ໄຮ້​ປະໂຫຍດ.


ເຫດສະນັ້ນ ຈົ່ງ​ຕ້ອນຮັບ​ເພິ່ນ​ໄວ້​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເໝືອນ​ດັ່ງ​ພີ່ນ້ອງ​ຄົນ​ໜຶ່ງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ໃຫ້​ນັບຖື​ທຸກຄົນ​ທີ່​ເປັນ​ແບບ​ດຽວກັນ​ກັບ​ເພິ່ນ,


ດ້ວຍເຫດນີ້ ເມື່ອ​ເຮົາ​ທົນ​ຕໍ່​ການ​ຄອຍຖ້າ​ບໍ່ໄດ້​ອີກ​ແລ້ວ ຈຶ່ງ​ໃຊ້​ຄົນ​ໄປ ເພື່ອ​ຈະ​ໄດ້​ຮູ້​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ ເພາະ​ເຮົາ​ຢ້ານ​ວ່າ​ຜູ້ລໍ້ລວງ​ຈະ​ທົດລອງ​ພວກເຈົ້າ​ແລ້ວ ດ້ວຍ​ປະການ​ໃດ​ປະການ​ໜຶ່ງ ແລະ​ພາລະກິດ​ທັງ​ສິ້ນ​ທີ່​ພວກເຮົາ​ໄດ້​ກະທຳ​ໄປ​ນັ້ນ ກໍ​ຈະ​ເສຍ​ປະໂຫຍດ.


ເຮົາ​ໄດ້​ຕໍ່ສູ້​ຢ່າງ​ສຸດ​ກຳລັງ ເຮົາ​ໄດ້​ແລ່ນ​ແຂ່ງຂັນ​ຈົນເຖິງ​ທີ່ສຸດ ແລະ​ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.


ດ້ວຍເຫດນັ້ນ ເມື່ອ​ເຮົາ​ທັງຫລາຍ​ມີ​ຝູງ​ພະຍານ​ຫລວງຫລາຍ​ຢູ່​ຮອບຂ້າງ​ຢ່າງ​ນີ້​ແລ້ວ ພວກເຮົາ​ຈົ່ງ​ຊັດຖິ້ມ​ທຸກຢ່າງ​ທີ່​ຖ່ວງ​ຢູ່ ແລະ​ຜິດບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ, ສ່ວນ​ການ​ແລ່ນແຂ່ງ​ທີ່​ກຳນົດ​ໄວ້​ຕໍ່ໜ້າ​ພວກເຮົາ​ນັ້ນ, ຈົ່ງ​ພາກັນ​ແລ່ນ​ດ້ວຍ​ຄວາມ​ພຽນ​ພະຍາຍາມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka