Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 2:19 - ພຣະຄຳພີສັກສິ

19 ເຫດ​ວ່າ​ໂດຍ​ທາງ​ກົດບັນຍັດ​ນັ້ນ ເຮົາ​ໄດ້​ຕາຍ​ຈາກ​ກົດບັນຍັດ​ແລ້ວ ເພື່ອ​ເຮົາ​ຈະ​ໄດ້​ມີ​ຊີວິດ​ຢູ່​ສຳລັບ​ພຣະເຈົ້າ ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະຄຣິດ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 “ເພາະ​ໂດຍ​ທາງ​ກົດບັນຍັດ​ເຮົາ​ໄດ້​ຕາຍ​ຕໍ່​ກົດບັນຍັດ​ແລ້ວ​ເພື່ອ​ວ່າ​ຈະ​ໄດ້​ມີຊີວິດ​ຢູ່​ເພື່ອ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ຄາລາເຕຍ 2:19
28 Jak'a apnaqawi uñst'ayäwi  

ກົດບັນຍັດ​ເປັນ​ເຫດ​ໃຫ້​ພຣະເຈົ້າ​ໂກດຮ້າຍ, ແຕ່​ບ່ອນ​ໃດ​ທີ່​ບໍ່ມີ​ກົດບັນຍັດ ບ່ອນ​ນັ້ນ​ກໍ​ບໍ່ມີ​ການ​ລ່ວງ​ລະເມີດ​ກົດບັນຍັດ.


ກົດບັນຍັດ​ຖືກ​ນຳ​ເຂົ້າ​ມາ​ສູ່​ໂລກ ກໍ​ເພື່ອ​ໃຫ້​ການ​ເຮັດ​ຜິດ​ຈະ​ປາກົດ​ຫລາຍ​ຂຶ້ນ, ແຕ່​ບ່ອນ​ໃດ​ມີ​ບາບ​ຫລາຍ​ຂຶ້ນ ບ່ອນ​ນັ້ນ​ກໍ​ມີ​ພຣະຄຸນ​ຂອງ​ພຣະເຈົ້າ​ຫລາຍ​ເພີ່ມ​ຂຶ້ນ.


ຢ່າງ​ດຽວກັນ​ນັ້ນ​ແຫຼະ ພວກເຈົ້າ​ຈົ່ງ​ຖື​ວ່າ​ພວກເຈົ້າ​ໄດ້​ຕາຍ​ຕໍ່​ຄວາມ​ບາບ​ແລ້ວ ແຕ່​ມີ​ຊີວິດ​ຢູ່​ເພື່ອ​ພຣະເຈົ້າ​ໃນ​ພຣະເຢຊູ​ຄຣິດເຈົ້າ.


ດ້ວຍວ່າ, ການບາບ​ຈະ​ບໍ່​ຄອບງຳ​ພວກເຈົ້າ​ອີກ​ຕໍ່ໄປ ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຢູ່​ໃຕ້​ກົດບັນຍັດ, ແຕ່​ຢູ່​ໃຕ້​ພຣະຄຸນ​ຂອງ​ພຣະເຈົ້າ.


ບໍ່​ເປັນ​ຢ່າງ​ນັ້ນ​ດອກ ພວກເຮົາ​ຜູ້​ຕາຍ​ຕໍ່​ບາບກຳ​ນັ້ນ​ແລ້ວ ຈະ​ສືບຕໍ່​ດຳເນີນ​ຊີວິດ​ແບບ​ນັ້ນ​ໄດ້​ຢ່າງ​ໃດ?


ພວກເຮົາ​ຮູ້​ແລ້ວ​ວ່າ ກົດບັນຍັດ​ເປັນ​ມາ​ໂດຍ​ຝ່າຍ​ພຣະວິນຍານ, ແຕ່​ສ່ວນ​ເຮົາ​ເປັນ​ຝ່າຍ​ມະນຸດ​ທຳມະດາ​ທີ່​ຕາຍ​ເປັນ ຊຶ່ງ​ໄດ້​ຖືກ​ຂາຍ​ໃຫ້​ເປັນ​ທາດ​ຂອງ​ຄວາມ​ບາບ.


ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຈົ້າ​ໄດ້​ຕາຍ​ຈາກ​ກົດບັນຍັດ ໂດຍ​ພຣະກາຍ​ຂອງ​ພຣະຄຣິດ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ອື່ນ ຄື​ຂອງ​ພຣະອົງ ຜູ້​ຊົງ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ເພື່ອ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແດ່​ພຣະເຈົ້າ.


ເພາະວ່າ​ກົດ​ຂອງ​ພຣະວິນຍານ​ທີ່​ນຳ​ພວກເຮົາ​ໃຫ້​ມີ​ຊີວິດ​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ​ໄດ້​ເຮັດ​ໃຫ້​ເຮົາ ເປັນ​ອິດສະຫລະ​ຈາກ​ກົດ​ຂອງ​ຄວາມ​ບາບ​ແລະ​ຄວາມ​ຕາຍ.


ເຫດສະນັ້ນ ເມື່ອ​ເຈົ້າ​ທັງຫລາຍ​ຈະ​ກິນ ຈະ​ດື່ມ ຫລື​ຈະ​ເຮັດ​ສິ່ງໃດ​ກໍດີ ຈົ່ງ​ເຮັດ​ທຸກສິ່ງ​ເພື່ອ​ຖວາຍ​ພຣະກຽດ​ແດ່​ພຣະເຈົ້າ.


ເມື່ອ​ເຮັດ​ກັບ​ຄົນ​ຢິວ​ເຮົາ​ກໍ​ໃຊ້​ຊີວິດ​ດັ່ງ​ຄົນ​ຢິວ ເພື່ອ​ຈະ​ໄດ້​ໃຈ​ຄົນ​ຢິວ ເຖິງ​ແມ່ນ​ເຮົາ​ເອງ​ບໍ່​ຢູ່​ໃຕ້​ກົດບັນຍັດ​ກໍຕາມ ເຮົາ​ກໍ​ໃຊ້​ຊີວິດ​ດັ່ງ​ຄົນ​ທີ່​ຢູ່​ໃຕ້​ກົດບັນຍັດ ເພື່ອ​ຈະ​ໄດ້​ໃຈ​ຄົນ​ເຫຼົ່ານີ້.


ແລະ​ພຣະອົງ​ໄດ້​ຕາຍ​ແທນ​ຄົນ​ທັງປວງ ເພື່ອ​ວ່າ​ພວກ​ທີ່​ມີ​ຊີວິດ​ຢູ່​ນັ້ນ ຈະ​ບໍ່​ໃຊ້​ຊີວິດ​ຢູ່​ເພື່ອ​ຕົນເອງ​ອີກ​ຕໍ່ໄປ, ແຕ່​ເພື່ອ​ພຣະອົງ​ຜູ້​ທີ່​ໄດ້​ຕາຍ ແລະ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ ເພາະ​ເຫັນແກ່​ເຂົາ​ທັງຫລາຍ.


ເຮົາ​ຈຶ່ງ​ບໍ່ມີ​ຊີວິດ​ຢູ່ ແຕ່​ແມ່ນ​ພຣະຄຣິດ​ທີ່​ຊົງ​ມີ​ຊີວິດ​ຢູ່​ໃນ​ເຮົາ ຊີວິດ​ທີ່​ເຮົາ​ມີ​ໃນ​ຮ່າງກາຍ​ເວລາ​ນີ້ ເຮົາ​ມີ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ໄດ້​ຮັກ​ເຮົາ ແລະ​ໄດ້​ສະຫລະ​ຊີວິດ​ເພື່ອ​ເຮົາ.


ດ້ວຍວ່າ, ທຸກຄົນ​ທີ່​ອາໄສ​ການ​ປະຕິບັດ​ຕາມ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ຜູ້ໃດ​ກໍຕາມ​ທີ່​ບໍ່ໄດ້​ປະຕິບັດ​ຕາມ​ທຸກ​ຂໍ້ ທີ່​ຂຽນ​ໄວ້​ໃນ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ”


ເພາະສະນັ້ນ ກົດບັນຍັດ​ຈຶ່ງ​ເປັນ​ຜູ້ດູແລ​ພວກເຮົາ ຈົນກວ່າ​ພຣະຄຣິດ​ສະເດັດ​ມາ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເປັນ​ຄົນ​ຊອບທຳ ໂດຍ​ທາງ​ຄວາມເຊື່ອ.


ສຳລັບ​ເຮົາ​ແລ້ວ, ເຮົາ​ຂໍ​ອວດອ້າງ​ແຕ່​ເລື່ອງ​ໄມ້ກາງແຂນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ເທົ່ານັ້ນ ຍ້ອນ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະອົງ​ນີ້​ແຫຼະ ໂລກ​ຈຶ່ງ​ຕາຍ​ແລ້ວ​ສຳລັບ​ເຮົາ ແລະ​ເຮົາ​ກໍ​ຕາຍ​ແລ້ວ​ສຳລັບ​ໂລກ.


ຖ້າ​ພວກເຈົ້າ​ໄດ້​ຕາຍ​ກັບ​ພຣະຄຣິດ ແລະ​ໄດ້​ພົ້ນ​ຈາກ​ສິ່ງ​ສັກສິດ​ແຫ່ງ​ສາກົນ​ຈັກກະວານ​ແລ້ວ, ເຫດສະນັ້ນ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ດຳເນີນ​ຊີວິດ​ເໝືອນ​ດັ່ງ​ຄົນ​ຍັງ​ຢູ່​ຝ່າຍ​ໂລກ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ປະຕິບັດ​ຕາມ​ກົດບັນຍັດ​ທີ່​ວ່າ,


ດ້ວຍວ່າ, ພວກເຈົ້າ​ໄດ້​ຕາຍ​ແລ້ວ ແລະ​ຊີວິດ​ຂອງ​ພວກເຈົ້າ ກໍ​ຖືກ​ເຊື່ອງ​ຊ້ອນບັງ​ໄວ້​ດ້ວຍ​ກັນ​ກັບ​ພຣະຄຣິດ​ໃນ​ພຣະເຈົ້າ.


ຜູ້​ທີ່​ໄດ້​ຕາຍ​ເພື່ອ​ພວກເຮົາ ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຊີວິດ​ກັບ​ພຣະອົງ ເມື່ອ​ພຣະອົງ​ສະເດັດ​ມາ​ປາກົດ ບໍ່​ວ່າ​ພວກເຮົາ​ຍັງ​ມີ​ຊີວິດ​ຢູ່ ຫລື​ຕາຍໄປ​ແລ້ວ​ກໍຕາມ.


ພຣະອົງ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ເປັນ​ຜູ້​ບໍຣິສຸດ ເພື່ອ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ໂດຍ​ສະເພາະ ແລະ​ມີ​ໃຈ​ຮ້ອນຮົນ​ສຳລັບ​ເຮັດ​ຄວາມດີ.


ຫລາຍກວ່າ​ນັ້ນ​ຈັກ​ພຽງໃດ ພຣະ​ໂລຫິດ​ຂອງ​ພຣະຄຣິດ ຜູ້​ໄດ້​ຊົງ​ຖວາຍ​ພຣະອົງ​ເອງ​ແດ່​ພຣະເຈົ້າ ໂດຍ​ພຣະວິນຍານ​ຜູ້​ຊົງ​ຕັ້ງ​ຢູ່​ເປັນນິດ ເປັນ​ເຄື່ອງ​ບູຊາ​ປາສະຈາກ​ຕຳໜິ ກໍ​ຈະ​ຊົງ​ຊຳລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ເຮົາ​ທັງຫລາຍ ໃຫ້​ພົ້ນ​ຈາກ​ກິດຈະການ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ເພື່ອ​ຫັນ​ໄປ​ຮັບໃຊ້​ພຣະເຈົ້າ​ຜູ້​ຊົງພຣະຊົນ​ຢູ່.


ໃນ​ພຣະກາຍ​ຂອງ​ພຣະອົງ​ເອງ ພຣະອົງ​ໄດ້​ຊົງ​ຮັບ​ແບກ​ບາບ​ຂອງ​ພວກເຮົາ​ໄປ​ເຖິງ​ຕົ້ນໄມ້​ນັ້ນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ເສຍ​ຝ່າຍ​ການບາບ ແລະ​ມີ​ຊີວິດ​ຝ່າຍ​ຄວາມ​ຊອບທຳ, ດ້ວຍ​ບາດແຜ​ຂອງ​ພຣະອົງ ເຈົ້າ​ທັງຫລາຍ​ກໍດີ​ປົກກະຕິ​ແລ້ວ.


ດ້ວຍເຫດນີ້ ຂ່າວປະເສີດ​ໄດ້​ປະກາດ​ແກ່​ພວກ​ຄົນ​ທີ່​ຕາຍໄປ​ແລ້ວ​ເໝືອນກັນ ເພື່ອ​ພວກເຂົາ​ຈະ​ໄດ້​ຖືກ​ຊົງ​ພິພາກສາ​ໃນ​ເນື້ອກາຍ ເໝືອນ​ຢ່າງ​ມະນຸດ​ທົ່ວໆ​ໄປ ແລ້ວ​ຈະ​ໄດ້​ມີ​ຊີວິດ​ທາງ​ຈິດ​ວິນຍານ ຢ່າງ​ດຽວ​ກັບ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka