Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 2:18 - ພຣະຄຳພີສັກສິ

18 ເພາະວ່າ ຖ້າ​ເຮົາ​ກໍ່​ສິ່ງ​ທີ່​ເຮົາ​ທຳລາຍ​ລົງ​ແລ້ວ​ນັ້ນ​ຂຶ້ນ​ອີກ ເຮົາ​ກໍ​ສະແດງ​ຕົວເອງ​ວ່າ​ເປັນ​ຜູ້​ລ່ວງ​ລະເມີດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ຖ້າ​ເຮົາ​ສ້າງ​ສິ່ງ​ທີ່​ເຮົາ​ໄດ້​ທຳລາຍ​ລົງ​ແລ້ວ​ຂຶ້ນ​ມາ​ໃໝ່, ກໍ​ສະແດງ​ວ່າ​ເຮົາ​ເປັນ​ຄົນ​ລະເມີດ​ກົດບັນຍັດ​ແທ້ໆ.

Uka jalj uñjjattʼäta Copia luraña




ຄາລາເຕຍ 2:18
9 Jak'a apnaqawi uñst'ayäwi  

ຖ້າ​ພີ່ນ້ອງ​ຂອງ​ເຈົ້າ​ເປັນທຸກໃຈ ເພາະ​ອາຫານ​ທີ່​ເຈົ້າ​ກິນ, ເຈົ້າ​ກໍ​ບໍ່ໄດ້​ເຮັດ​ດ້ວຍ​ຄວາມຮັກ​ເສຍ​ແລ້ວ ຢ່າ​ໃຫ້​ອາຫານ​ທີ່​ເຈົ້າ​ກິນ​ນັ້ນ ເປັນ​ເຫດ​ເຮັດ​ໃຫ້​ຄົນ​ທີ່​ພຣະຄຣິດ​ໄດ້​ສິ້ນພຣະຊົນ​ແທນ​ແລ້ວ ຕ້ອງ​ຈິບຫາຍ​ໄປ.


ຖ້າ​ເຈົ້າ​ເຮັດ​ຕາມ​ກົດບັນຍັດ ພິທີຕັດ​ນັ້ນ​ກໍ​ເປັນ​ປະໂຫຍດ​ແທ້, ແຕ່​ຖ້າ​ເຈົ້າ​ລ່ວງ​ລະເມີດ​ກົດບັນຍັດ ການ​ທີ່​ເຈົ້າ​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່ມີ​ປະໂຫຍດ​ຫຍັງ​ເລີຍ.


ແຕ່​ຖ້າ​ວ່າ​ຄວາມຊົ່ວ​ຂອງ​ພວກເຮົາ ເປັນ​ເຫດ​ຊີ້​ໃຫ້​ເຫັນ​ຄວາມ​ຍຸດຕິທຳ​ຂອງ​ພຣະເຈົ້າ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ພຣະເຈົ້າ​ລົງໂທດ​ບໍ່​ຍຸດຕິທຳ​ຢ່າງ​ນັ້ນ​ບໍ່? (ເຮົາ​ເວົ້າ​ຢ່າງ​ມະນຸດ).


ເຮົາ​ບໍ່ໄດ້​ເຮັດ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ເສຍ​ໄປ​ລ້າໆ ເພາະວ່າ ຖ້າ​ຄວາມ​ຊອບທຳ​ໄດ້​ມາ​ໂດຍ​ທາງ​ກົດບັນຍັດ​ແລ້ວ ພຣະຄຣິດ​ກໍ​ຊົງ​ສິ້ນພຣະຊົນ​ໂດຍ​ບໍ່ມີ​ປະໂຫຍດ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ເຮົາ​ຍັງ​ເທດສະໜາ​ຊັກຊວນ​ໃຫ້​ຮັບ​ພິທີຕັດ ດ້ວຍເຫດໃດ​ເຮົາ​ຈຶ່ງ​ຍັງ​ຖືກ​ຂົ່ມເຫັງ​ຢູ່? ຖ້າ​ເປັນ​ດັ່ງນັ້ນ ການ​ທີ່​ໄມ້ກາງແຂນ​ເປັນ​ເຫດ​ເຮັດ​ໃຫ້​ເກີດ​ສະດຸດ​ໃຈ ກໍ​ຄົງ​ຖືກ​ຍົກເລີກ​ເສຍ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka