Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 2:16 - ພຣະຄຳພີສັກສິ

16 ແຕ່​ພວກເຮົາ​ກໍ​ຮູ້​ຢູ່​ວ່າ ບໍ່ມີ​ຜູ້ໃດ​ຖືກ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ ແຕ່​ໂດຍ​ທາງ​ຄວາມເຊື່ອ​ໃນ​ພຣະເຢຊູ​ຄຣິດເຈົ້າ​ເທົ່ານັ້ນ ເຖິງ​ແມ່ນ​ພວກເຮົາ​ກໍ​ຍັງ​ເຊື່ອວາງໃຈ​ໃນ​ພຣະເຢຊູ​ຄຣິດເຈົ້າ ເພື່ອ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດ ບໍ່ແມ່ນ​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ ເພາະວ່າ​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ “ບໍ່ມີ​ມະນຸດ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ໄດ້.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ຍັງ​ຮູ້​ວ່າ​ບໍ່​ມີ​ຜູ້ໃດ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ໄດ້​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ, ແຕ່​ໂດຍ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ. ດັ່ງນັ້ນ ພວກເຮົາ​ກໍ​ເໝືອນກັນ, ພວກເຮົາ​ໄດ້​ເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ເພື່ອ​ຈະ​ໄດ້​ຖືກ​ນັບວ່າ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ ບໍ່ແມ່ນ​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ ເພາະວ່າ​ບໍ່​ມີ​ຜູ້ໃດ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ໄດ້​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ.

Uka jalj uñjjattʼäta Copia luraña




ຄາລາເຕຍ 2:16
41 Jak'a apnaqawi uñst'ayäwi  

ມີ​ຄົນ​ໃດ​ແດ່ ເຮັດ​ຖືກຕ້ອງ​ໃນ​ສາຍຕາ​ຂອງ​ພຣະເຈົ້າ? ຄົນ​ທີ່​ເກີດ​ຈາກ​ຜູ້ຍິງ​ຈະ​ບໍຣິສຸດ​ໄດ້​ຢ່າງ​ໃດ?


ຖ້າ​ວ່າ​ຂ້ອຍ​ນີ້​ຄື​ຄົນຜິດ​ສຳລັບ​ພຣະອົງ ເປັນຫຍັງ​ຈຶ່ງ​ຕ້ອງ​ມາ​ລົບກວນ​ຂ້ອຍ​ຢ່າງນີ້?


ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຖືກ​ການ​ທົດລອງ ບໍ່ມີ​ຜູ້ໃດ​ທີ່​ບໍ່ມີ​ຄວາມຜິດ​ໃນ​ສາຍ​ຕາ​ຂອງ​ພຣະອົງ.


ການ​ທີ່​ໄດ້​ຈົດ​ເຫດການ​ເຫຼົ່ານີ້​ໄວ້​ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ເຊື່ອ ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ໂດຍ​ທາງ​ຄວາມເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ.


ໃນ​ຜູ້​ອື່ນ​ຄວາມ​ລອດພົ້ນ​ບໍ່ມີ ດ້ວຍວ່າ, ບໍ່ມີ​ນາມຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ ທີ່​ຊົງ​ປະທານ​ແກ່​ມະນຸດ ເພື່ອ​ໃຫ້​ເຮົາ​ທັງຫລາຍ​ຕ້ອງ​ໄດ້​ພົ້ນ.”


ເພາະ​ໃນ​ຂ່າວປະເສີດ​ນັ້ນ ມີ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ເລີ່ມຕົ້ນ​ດ້ວຍ​ຄວາມເຊື່ອ ແລະ​ສຸດທ້າຍ​ກໍ​ດ້ວຍ​ຄວາມເຊື່ອ​ຢ່າງ​ດຽວ ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຜູ້​ທີ່​ຊົງ​ຖື​ວ່າ ເປັນ​ຄົນ​ຊອບທຳ​ເພາະ​ດ້ວຍ​ຄວາມເຊື່ອ ຜູ້ນັ້ນ​ແຫຼະ ຈະ​ໄດ້​ຊີວິດ.”


ດ້ວຍວ່າ, ມີ​ພຣະເຈົ້າ​ພຽງແຕ່​ອົງ​ດຽວ ພຣະອົງ​ຈະ​ໃຫ້​ຄົນ​ຢິວ​ເປັນ​ຄົນ​ຊອບທຳ​ໂດຍ​ຄວາມເຊື່ອ​ຂອງ​ພວກເຂົາ ແລະ​ໃຫ້​ຄົນຕ່າງຊາດ​ເປັນ​ຄົນ​ຊອບທຳ ໂດຍ​ຄວາມເຊື່ອ​ຂອງ​ພວກເຂົາ​ເໝືອນກັນ.


ຖ້າ​ພຣະເຈົ້າ​ຊົງ​ໃຫ້​ເພິ່ນ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ​ຍ້ອນ​ສິ່ງ​ທີ່​ເພິ່ນ​ເຮັດ ເພິ່ນ​ກໍ​ຄົງ​ມີ​ສິ່ງ​ທີ່​ອວດອ້າງ​ໄດ້, ແຕ່​ຕໍ່ໜ້າ​ພຣະເຈົ້າ​ແລ້ວ​ອັບຣາຮາມ​ບໍ່​ສາມາດ​ອວດອ້າງ​ໄດ້.


ຄຳ​ເຫຼົ່ານີ້​ໄດ້​ຂຽນ​ໄວ້​ສຳລັບ​ເຮົາ​ທັງຫລາຍ​ອີກ​ດ້ວຍ ຊຶ່ງ​ເປັນ​ພວກ​ທີ່​ພຣະເຈົ້າ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ຄື​ພວກເຮົາ​ທີ່​ເຊື່ອ​ໃນ​ພຣະອົງ ອົງ​ທີ່​ບັນດານ​ໃຫ້​ພຣະເຢຊູເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ເປັນ​ຄືນ​ມາ​ຈາກ​ຕາຍ.


ດ້ວຍວ່າ, ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່ໄດ້ ເພາະ​ເນື້ອກາຍ ເຮັດ​ໃຫ້​ອ່ອນ​ກຳລັງ​ເສຍ ພຣະເຈົ້າ​ກໍໄດ້​ຊົງ​ເຮັດ​ແລ້ວ ໂດຍ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ​ໃນ​ສະພາບ​ເໝືອນ​ເນື້ອກາຍ ​ທີ່​ຜິດບາບ ແລະ​ເພື່ອ​ຊົງ​ໄຖ່​ຄວາມ​ຜິດບາບ ພຣະອົງ​ຈຶ່ງ​ໄດ້​ຊົງ​ລົງໂທດ​ຄວາມ​ບາບ​ໃນ​ເນື້ອກາຍ ນັ້ນ.


ຖ້າ​ເປັນ​ດັ່ງນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ຄົນຕ່າງຊາດ​ຜູ້​ທີ່​ບໍ່​ດິ້ນລົນ​ຫາ​ຄວາມ​ຊອບທຳ​ໃຫ້​ຕົນເອງ ກໍ​ຍັງ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະເຈົ້າ ຄື​ຄວາມ​ຊອບທຳ​ໂດຍ​ທາງ​ຄວາມເຊື່ອ,


ແຕ່​ກ່ອນ ມີ​ບາງຄົນ​ໃນ​ພວກເຈົ້າ​ໄດ້​ເປັນ​ຢ່າງ​ນັ້ນ, ແຕ່​ພວກເຈົ້າ​ໄດ້​ຖືກ​ຊຳລະ​ຈາກ​ບາບກຳ​ແລ້ວ, ພວກເຈົ້າ​ໄດ້​ຖືກ​ຊຳລະ​ໃຫ້​ບໍຣິສຸດ​ແລ້ວ, ພວກເຈົ້າ​ໄດ້​ເປັນ​ຄົນ​ຊອບທຳ​ແລ້ວ ໂດຍ​ພຣະນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ແລະ​ໂດຍ​ພຣະວິນຍານ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ.


ເພື່ອ​ຈະ​ຊົງ​ໄຖ່​ເອົາ​ຄົນ​ເຫຼົ່ານັ້ນ ທີ່​ຢູ່​ໃຕ້​ກົດບັນຍັດ ເພື່ອ​ໃຫ້​ພວກເຮົາ​ໄດ້​ຖານະ​ເປັນ​ບຸດ.


ຄົນ​ໃດ​ໃນ​ພວກເຈົ້າ​ທີ່​ພະຍາຍາມ​ເປັນ​ຜູ້​ຊອບທຳ ໂດຍ​ປະຕິບັດ​ຕາມ​ກົດບັນຍັດ ຄົນ​ນັ້ນ​ກໍ​ຕັດ​ຕົນເອງ​ອອກ​ຈາກ​ພຣະຄຣິດ ໄດ້​ຫລຸດ​ຕົກ​ຈາກ​ພຣະຄຸນ​ເສຍ​ແລ້ວ.


ແລະ​ຈະ​ໄດ້​ປາກົດ​ຢູ່​ໃນ​ພຣະອົງ ໂດຍ​ບໍ່ມີ​ຄວາມ​ຊອບທຳ​ໃນ​ເຮົາ​ເອງ ຊຶ່ງ​ໄດ້​ມາ​ໂດຍ​ກົດບັນຍັດ ແຕ່​ມີ​ມາ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດ ເປັນ​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ ຊຶ່ງ​ອາໄສ​ຄວາມເຊື່ອ.


ຄື​ຜູ້​ທີ່​ພຣະເຈົ້າ ພຣະບິດາເຈົ້າ​ໄດ້​ຊົງ​ເລືອກ​ໄວ້​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ຮູ້​ລ່ວງໜ້າ​ໄວ້​ກ່ອນ ເພື່ອ​ພຣະວິນຍານ​ຈະ​ຊົງ​ຊຳລະ​ໃຫ້​ບໍຣິສຸດ ຈະ​ໃຫ້​ນົບ​ນ້ອມ​ເຊື່ອຟັງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຈະ​ໃຫ້​ຮັບ​ການ​ຊຳລະ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ. ຂໍ​ພຣະຄຸນ ແລະ​ສັນຕິສຸກ​ຈົ່ງ​ບັງເກີດ​ທະວີຄູນ​ແກ່​ເຈົ້າ​ທັງຫລາຍ​ເທີ້ນ.


ໃນ​ພຣະກາຍ​ຂອງ​ພຣະອົງ​ເອງ ພຣະອົງ​ໄດ້​ຊົງ​ຮັບ​ແບກ​ບາບ​ຂອງ​ພວກເຮົາ​ໄປ​ເຖິງ​ຕົ້ນໄມ້​ນັ້ນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ເສຍ​ຝ່າຍ​ການບາບ ແລະ​ມີ​ຊີວິດ​ຝ່າຍ​ຄວາມ​ຊອບທຳ, ດ້ວຍ​ບາດແຜ​ຂອງ​ພຣະອົງ ເຈົ້າ​ທັງຫລາຍ​ກໍດີ​ປົກກະຕິ​ແລ້ວ.


ດ້ວຍວ່າ, ພຣະຄຣິດ​ກໍ​ເໝືອນກັນ ໄດ້​ສິ້ນພຣະຊົນ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ເພື່ອ​ແທນ​ຄວາມ​ຜິດບາບ ຄື​ພຣະອົງ​ຜູ້​ຊອບທຳ ແທນ​ຜູ້​ບໍ່​ຊອບທຳ ເພື່ອ​ຈະ​ໄດ້​ນຳ​ເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ ຝ່າຍ​ກາຍ​ພຣະອົງ​ຊົງ​ຖືກ​ປະຫານ​ເສຍ ແຕ່​ຝ່າຍ​ວິນຍານ ພຣະອົງ​ຖືກ​ຊົງ​ບັນດານ​ໃຫ້​ຄືນພຣະຊົນ.


ຊີໂມນ​ເປໂຕ ຜູ້ຮັບໃຊ້ ແລະ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ. ຮຽນ ທ່ານ​ທັງຫລາຍ ທີ່​ໄດ້​ຮັບ​ຄວາມເຊື່ອ​ອັນ​ປະເສີດ ເທົ່າທຽມ​ກັນ​ກັບ​ເຮົາ ດ້ວຍ​ຄວາມ​ຊອບທຳ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ​ຂອງ​ເຮົາ​ທັງຫລາຍ.


ແຕ່​ຖ້າ​ພວກເຮົາ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ເໝືອນ​ດັ່ງ​ພຣະອົງ​ຊົງ​ຢູ່​ໃນ​ຄວາມ​ສະຫວ່າງ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ຊຶ່ງກັນແລະກັນ ແລະ​ພຣະ​ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ກໍ​ຊຳລະ​ເຮົາ​ທັງຫລາຍ​ຈາກ​ການ​ຜິດບາບ​ທັງ​ສິ້ນ.


ຂ້າພະເຈົ້າ​ໄດ້​ຕອບ​ຜູ້ນັ້ນ​ວ່າ, “ທ່ານເອີຍ, ທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ.” ຜູ້ນັ້ນ​ຈຶ່ງ​ບອກ​ຂ້າພະເຈົ້າ​ວ່າ, “ຄົນ​ເຫຼົ່ານີ້ ແມ່ນ​ພວກ​ທີ່​ໄດ້​ຜ່ານ​ການ​ຖືກ​ຂົ່ມເຫັງ​ຢ່າງ​ໜັກ ພວກເຂົາ​ໄດ້​ຊຳລະ​ເສື້ອລ່າມ​ຂອງ​ພວກເຂົາ​ໃຫ້​ຂາວ​ສະອາດ ດ້ວຍ​ເລືອດ​ຂອງ​ພຣະ​ເມສານ້ອຍ.


ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ປະຊາຊົນ​ຫລວງຫລາຍ​ຈົນ​ນັບ​ບໍ່ຖ້ວນ, ພວກ​ເຫຼົ່ານີ້ ມາ​ຈາກ​ທຸກ​ປະເທດ, ທຸກ​ເຜົ່າ, ທຸກ​ຊົນຊາດ, ທຸກ​ພາສາ, ຄົນ​ເຫຼົ່ານີ້​ນຸ່ງ​ເສື້ອຄຸມ​ສີ​ຂາວ ຖື​ກ້ານຕານ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ຊ້ອງໜ້າ​ພຣະ​ເມສານ້ອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka