Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 2:13 - ພຣະຄຳພີສັກສິ

13 ສ່ວນ​ພີ່ນ້ອງ​ຊາວ​ຢິວ​ຄົນອື່ນໆ ກໍ​ເຮັດ​ເໝືອນ​ດັ່ງ​ເປໂຕ ແມ່ນແຕ່​ບາຣະນາບາ​ກໍ​ປະພຶດ​ຕາມ​ແບບ​ນັ້ນ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ສ່ວນ​ຊາວ​ຢິວ​ຄົນ​ອື່ນໆ​ກໍ​ໄດ້​ຮ່ວມ​ໃນ​ຄວາມ​ໜ້າຊື່ໃຈຄົດ​ຂອງ​ເພິ່ນ, ເພື່ອວ່າ​ດ້ວຍ​ຄວາມໜ້າຊື່ໃຈຄົດ​ຂອງ​ພວກເພິ່ນ​ນັ້ນ ແມ່ນແຕ່​ບາຣະນາບາ​ກໍ​ຍັງ​ຖືກ​ຊັກຈູງ​ໃຫ້​ຫລົງ​ເຮັດ​ຕາມ.

Uka jalj uñjjattʼäta Copia luraña




ຄາລາເຕຍ 2:13
17 Jak'a apnaqawi uñst'ayäwi  

ແຕ່​ເພິ່ນ​ຍັງ​ຖາມ​ຊໍ້າ​ອີກ​ວ່າ, “ເຈົ້າ​ແມ່ນ​ເອຊາວ​ແທ້​ບໍ?” ລາວ​ຕອບ​ວ່າ, “ແມ່ນແທ້.”


ໃນທີ່ສຸດ ຂ້ານ້ອຍ​ຈະ​ຕ້ອງ​ຮັບໃຊ້​ຜູ້ໃດ? ຖ້າ​ບໍ່​ຮັບໃຊ້​ລູກຊາຍ​ຂອງ​ນາຍ​ຂ້ານ້ອຍ. ຂ້ານ້ອຍ​ເຄີຍ​ຮັບໃຊ້​ພໍ່​ຂອງທ່ານ​ຢ່າງ​ໃດ ບັດນີ້​ຂ້ານ້ອຍ​ກໍ​ຈະ​ຮັບໃຊ້​ທ່ານ​ຢ່າງ​ນັ້ນ.”


ແຕ່​ເຈົ້າ​ພັດ​ຕື່ນເຕັ້ນ ມີ​ທ່າທີ​ບໍ່​ດີ​ຕໍ່​ພວກເຮົາ ເຈົ້າ​ແນມເບິ່ງ​ພວກເຮົາ​ດ້ວຍ​ຄວາມ​ໂກດຮ້າຍ.


ແມງວັນ​ຕາຍ​ຍ່ອມ​ເຮັດ​ໃຫ້​ນໍ້າຫອມ​ທັງ​ແກ້ວ​ເໝັນ​ໄດ້​ສັນໃດ ຄວາມ​ໂງ່ຈ້າ​ພຽງແຕ່​ເລັກນ້ອຍ​ກໍ​ຍ່ອມ​ເຮັດ​ໃຫ້​ປັນຍາ​ອັນ​ຍິ່ງໃຫຍ່​ຖືກ​ເສຍຫາຍ​ໄປ​ໄດ້​ສັນນັ້ນ.


ຢູ່​ໃນ​ໂລກນີ້ ບໍ່ມີ​ຜູ້ໃດ​ທີ່​ເຮັດ​ຖືກຕ້ອງ​ສະເໝີ​ໄປ ໂດຍ​ບໍ່ໄດ້​ເຮັດ​ບາບ​ຈັກເທື່ອ.


ພວກເຈົ້າ​ກໍ​ເປັນ​ຢ່າງ​ດຽວກັນ​ນັ້ນ​ແຫຼະ ຄົນ​ເບິ່ງ​ພວກເຈົ້າ​ພາຍນອກ​ຄື​ເປັນ​ຄົນ​ຊອບທຳ ແຕ່​ພາຍໃນ​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ໜ້າຊື່​ໃຈຄົດ ແລະ​ການບາບ.”


ໄດ້​ມີ​ຊາຍ​ເລວີ​ຜູ້ໜຶ່ງ​ເປັນ​ຄົນ​ພື້ນເມືອງ​ໃນ​ເກາະ​ໄຊປຣັດ ຊື່​ວ່າ ໂຢເຊັບ ພວກ​ອັກຄະສາວົກ​ເອີ້ນ​ລາວ​ວ່າ ບາຣະນາບາ (ຊຶ່ງ​ໝາຍຄວາມວ່າ ຜູ້​ມີ​ໃຈ​ອຸດໜູນ)


ເຈົ້າ​ທັງຫລາຍ​ກໍ​ຮູ້​ຢູ່​ວ່າ​ແຕ່​ກ່ອນ ເມື່ອ​ພວກເຈົ້າ​ຍັງ​ເປັນ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ພວກເຈົ້າ​ໄດ້​ຖືກ​ຊັກນຳ​ໃຫ້​ຫລົງ​ໄປ​ຫາ​ຮູບເຄົາຣົບ​ທີ່​ປາກ​ບໍ່​ເປັນ ຕາມ​ທີ່​ມີ​ຜູ້​ຊັກນຳ​ໄປ​ນັ້ນ.


ຢ່າ​ສູ່​ໃຫ້​ພວກເຈົ້າ​ຫລົງ​ຜິດ​ໄປ “ການ​ຄົບ​ກັບ​ຄົນຊົ່ວ​ຍ່ອມ​ເຮັດ​ໃຫ້​ເສຍ​ນິໄສ.”


ການ​ທີ່​ພວກເຈົ້າ​ອວດອ້າງ​ນັ້ນ ບໍ່​ເປັນ​ການ​ດີ​ເລີຍ ພວກເຈົ້າ​ກໍ​ຮູ້​ວ່າ ເຊື້ອແປ້ງ​ແຕ່​ໜ້ອຍ​ດຽວ ກໍ​ເຮັດ​ໃຫ້​ແປ້ງ​ນວດ​ຟູ​ຂຶ້ນ​ທັງ​ກ້ອນ​ໄດ້.


ແຕ່​ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ການ​ໃຊ້​ເສລີພາບ​ຂອງ​ພວກເຈົ້າ ເປັນ​ເຫດ​ໃຫ້​ຄົນ​ທີ່​ມີ​ຄວາມເຊື່ອ​ອ່ອນ​ສະດຸດ​ໃຈ.


ຫລັງຈາກ​ນັ້ນ​ມາ​ສິບສີ່​ປີ ເຮົາ​ໄດ້​ກັບຄືນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ​ກັບ​ບາຣະນາບາ ແລະ​ເຮົາ​ກໍໄດ້​ເອົາ​ຕີໂຕ​ໄປ​ດ້ວຍ.


ເມື່ອ​ຢາໂກໂບ​ກັບ​ເກຟາ ແລະ ໂຢຮັນ ຜູ້​ທີ່​ພວກເຂົາ​ຖື​ວ່າ​ເປັນ​ຫລັກ​ໄດ້​ສັງເກດ​ເຫັນ​ພຣະຄຸນ​ທີ່​ໄດ້​ຊົງ​ປະທານ​ແກ່​ເຮົາ ທ່ານ​ທັງ​ສາມ​ກໍໄດ້​ຍື່ນ​ມື​ຂວາ​ໃຫ້​ເຮົາ​ກັບ​ບາຣະນາບາ​ຈັບ ເພື່ອ​ສະແດງ​ວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມງານ​ກັນ ເພື່ອ​ໃຫ້​ພວກເຮົາ​ໄປ​ຫາ​ພວກ​ຕ່າງຊາດ ແລະ​ທ່ານ​ເຫຼົ່ານັ້ນ​ຈະ​ໄປ​ຫາ​ພວກ​ທີ່​ຖື​ພິທີຕັດ.


ເພື່ອ​ພວກເຮົາ​ຈະ​ບໍ່​ເປັນ​ເດັກນ້ອຍ​ອີກ​ຕໍ່ໄປ ຖືກ​ພັດ​ໄປ​ພັດ​ມາ ແລະ​ຫັນເຫ​ໄປມາ​ດ້ວຍ​ລົມ​ປາກ​ແຫ່ງ​ຄຳສັ່ງສອນ​ທຸກຢ່າງ​ຂອງ​ຄົນ​ທີ່​ຫລອກລວງ ຜູ້​ທີ່​ນຳ​ຄົນອື່ນ​ໃຫ້​ຫລົງ​ຜິດ​ໄປ​ດ້ວຍ​ກົນອຸບາຍ​ອັນ​ສະຫລາດ​ຂອງ​ພວກເຂົາ.


ຢ່າ​ຍອມ​ໃຫ້​ຄຳສອນ​ປອມ​ໃດໆ ນຳພາ​ພວກເຈົ້າ​ໃຫ້​ຫລົງຜິດ​ໄປ. ເປັນ​ການ​ດີ​ແທ້​ທີ່​ຈິດໃຈ​ຂອງ​ພວກເຮົາ​ໄດ້​ຮັບ​ການ​ເຊີດຊູ​ໃຫ້​ເຂັ້ມແຂງ​ດ້ວຍ​ພຣະຄຸນ​ຂອງ​ພຣະເຈົ້າ. ບໍ່ແມ່ນ​ດ້ວຍ​ອາຫານ​ການ​ກິນ ຊຶ່ງ​ບໍ່​ເປັນ​ປະໂຫຍດ​ແກ່​ຄົນ​ທີ່​ປະຕິບັດ​ຕາມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka