ຄາລາເຕຍ 2:12 - ພຣະຄຳພີສັກສິ12 ດ້ວຍວ່າ, ກ່ອນທີ່ຄົນຂອງຢາໂກໂບໄດ້ມາເຖິງ ເປໂຕໄດ້ກິນຢູ່ຮ່ວມກັບຄົນຕ່າງຊາດ ແຕ່ພໍພວກເຫຼົ່ານັ້ນມາເຖິງແລ້ວ ເພິ່ນກໍຖອຍອອກມາ ແລະບໍ່ກິນຢູ່ຮ່ວມກັບຄົນຕ່າງຊາດອີກ ເພາະເພິ່ນຢ້ານພວກທີ່ຖືພິທີຕັດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່12 ເພາະກ່ອນທີ່ຄົນຂອງຢາໂກໂບບາງຄົນຈະມາເຖິງ, ເກຟາເຄີຍຮ່ວມຮັບປະທານອາຫານກັບຄົນຕ່າງຊາດ. ແຕ່ເມື່ອພວກເຂົາມາເຖິງ ເພິ່ນກໍເລີ່ມຖອຍຫ່າງອອກ ແລະ ແຍກຕົນເອງອອກຈາກຄົນຕ່າງຊາດ ເພາະເພິ່ນຢ້ານບັນດາຜູ້ທີ່ຢູ່ໃນກຸ່ມທີ່ຮັບພິທີຕັດ. Uka jalj uñjjattʼäta |
ເມື່ອເຮົາເຫັນວ່າ ພວກເພິ່ນບໍ່ໄດ້ດຳເນີນໄປຕາມຄວາມຈິງແຫ່ງຂ່າວປະເສີດ ເຮົາຈຶ່ງເວົ້າໃຫ້ເປໂຕຕໍ່ໜ້າຄົນທັງໝົດນັ້ນວ່າ, “ເຈົ້າຜູ້ເປັນຄົນຢິວ ແຕ່ເຈົ້າໄດ້ດຳເນີນຊີວິດເໝືອນຄົນຕ່າງຊາດແລະບໍ່ເໝືອນຄົນຢິວ. ຖ້າດັ່ງນັ້ນ ເປັນຫຍັງເຈົ້າຈຶ່ງບັງຄັບຄົນຕ່າງຊາດໃຫ້ດຳເນີນຊີວິດເໝືອນຄົນຢິວ?”
ເມື່ອຢາໂກໂບກັບເກຟາ ແລະ ໂຢຮັນ ຜູ້ທີ່ພວກເຂົາຖືວ່າເປັນຫລັກໄດ້ສັງເກດເຫັນພຣະຄຸນທີ່ໄດ້ຊົງປະທານແກ່ເຮົາ ທ່ານທັງສາມກໍໄດ້ຍື່ນມືຂວາໃຫ້ເຮົາກັບບາຣະນາບາຈັບ ເພື່ອສະແດງວ່າເຮົາເປັນເພື່ອນຮ່ວມງານກັນ ເພື່ອໃຫ້ພວກເຮົາໄປຫາພວກຕ່າງຊາດ ແລະທ່ານເຫຼົ່ານັ້ນຈະໄປຫາພວກທີ່ຖືພິທີຕັດ.