Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 1:8 - ພຣະຄຳພີສັກສິ

8 ແຕ່​ເຖິງ​ແມ່ນ​ວ່າ​ພວກເຮົາ ຫລື​ເທວະດາ​ຈາກ​ສະຫວັນ​ກໍຕາມ ຈະ​ປະກາດ​ຂ່າວປະເສີດ ທີ່​ແຕກຕ່າງ​ໄປ​ຈາກ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ແລ້ວ​ນັ້ນ ກໍ​ໃຫ້​ຜູ້ນັ້ນ​ຖືກ​ສາບແຊ່ງ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ແຕ່​ຖ້າຫາກ​ວ່າ​ພວກເຮົາ ຫລື ເທວະດາ​ຈາກ​ສະຫວັນ​ຈະ​ປະກາດ​ຂ່າວປະເສີດ​ອື່ນ ເຊິ່ງ​ແຕກຕ່າງ​ໄປ​ຈາກ​ຂ່າວປະເສີດ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ, ກໍ​ໃຫ້​ພວກເຂົາ​ຢູ່​ໃຕ້​ການສາບແຊ່ງ​ຂອງ​ພຣະເຈົ້າ!

Uka jalj uñjjattʼäta Copia luraña




ຄາລາເຕຍ 1:8
23 Jak'a apnaqawi uñst'ayäwi  

ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ກູ​ຂໍ​ສາບແຊ່ງ​ຊາວ​ການາອານ ມັນ​ຈະ​ເປັນ​ຂ້ອຍ​ຂ້າ​ຮັບໃຊ້​ພວກ​ອ້າຍ​ຂອງ​ມັນ


ແລ້ວ​ຜູ້ທຳນວາຍ​ຜູ້ເຖົ້າ​ຈາກ​ເບັດເອນ​ກໍ​ກ່າວ​ແກ່​ລາວ​ວ່າ, “ຂ້າພະເຈົ້າ​ເອງ​ກໍ​ເປັນ​ຜູ້ທຳນວາຍ​ເໝືອນກັບ​ທ່ານ ພຣະເຈົ້າຢາເວ​ສັ່ງ​ໃຫ້​ເທວະດາ​ຕົນ​ໜຶ່ງ​ມາ​ບອກ​ຂ້າພະເຈົ້າ​ໃຫ້​ພາ​ທ່ານ​ເມືອ​ເຮືອນ ເພື່ອ​ໃຫ້​ທ່ານ​ໄດ້​ກິນ​ແລະ​ດື່ມ,” ແຕ່​ຜູ້ທຳນວາຍ​ຜູ້ເຖົ້າ​ຄົນ​ນີ້​ເວົ້າ​ຕົວະ.


ຂ້າພະເຈົ້າ​ໄດ້​ກ່າວ​ປະນາມ​ພວກ​ຜູ້ຊາຍ​ເຫຼົ່ານັ້ນ ໂດຍ​ໄດ້​ສາບແຊ່ງ, ຕົບຕີ ແລະ​ດືງ​ຜົມ​ຂອງ​ພວກເຂົາ. ແລ້ວ​ຂ້າພະເຈົ້າ​ກໍ​ໃຫ້​ພວກເຂົາ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າ​ວ່າ ພວກເຂົາ ຫລື​ລູກຫລານ​ຂອງ​ພວກເຂົາ​ຈະ​ແຕ່ງງານ​ກັບ​ຄົນຕ່າງຊາດ​ອີກ​ບໍ່ໄດ້​ຈັກເທື່ອ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ແກ່​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ, “ຢ່າ​ສູ່ຟັງ​ສິ່ງ​ທີ່​ພວກ​ຜູ້ທຳນວາຍ​ເວົ້າ; ພວກເຂົາ​ໃຫ້​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມຫວັງ​ທີ່​ຈອມປອມ. ພວກເຂົາ​ບອກ​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ປັ້ນແຕ່ງ​ຂຶ້ນມາເອງ ແຕ່​ບໍ່ແມ່ນ​ຈາກ​ປາກ​ຂອງ​ພຣະເຈົ້າຢາເວ.


ສະນັ້ນ ພວກເຂົາ​ບໍ່​ຕ້ອງ​ໃຊ້​ຄຳ​ວ່າ, ‘ພາລະໜັກ​ຂອງ​ພຣະເຈົ້າຢາເວ.’ ເພາະ​ຖ້າ​ຜູ້ໃດ​ໃຊ້​ຄຳເວົ້າ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຖ້ອຍຄຳ​ຂອງເຮົາ​ກາຍເປັນ​ພາລະໜັກ​ແທ້ໆ​ສຳລັບ​ຜູ້ນັ້ນ. ປະຊາຊົນ​ໄດ້​ບິດເບືອນ​ຖ້ອຍຄຳ​ແຫ່ງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່, ພຣະເຈົ້າ​ຂອງ​ພວກເຂົາ.


ເມື່ອນັ້ນ ພຣະອົງ​ກໍ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ວ່າ, ‘ຫຍັບ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ເຮົາ ພວກສູ​ຜູ້​ທີ່​ຖືກ​ສາບແຊ່ງ​ເອີຍ ລົງ​ໄປ​ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ຕະຫລອດໄປ​ເປັນນິດ ຊຶ່ງ​ໄດ້​ຖືກ​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ​ບໍລິວານ​ຂອງ​ມັນ


ແລ້ວ​ເປໂຕ​ກໍ​ປ້ອຍດ່າ ແລະ​ສາບານ​ວ່າ, “ຄົນ​ທີ່​ພວກ​ມຶງ​ເວົ້າ​ນັ້ນ​ກູ​ບໍ່​ຮູ້ຈັກ.”


ແລ້ວ​ພວກເຂົາ​ກໍ​ໄປ​ຫາ​ບັນດາ​ຫົວໜ້າ​ປະໂຣຫິດ​ກັບ​ບັນດາ​ເຖົ້າແກ່ ແລະ​ເວົ້າ​ວ່າ, “ພວກເຮົາ​ໄດ້​ສາບານ​ຕົວ​ໄວ້​ຢ່າງ​ໜັກແໜ້ນ​ວ່າ ຈະ​ບໍ່​ກິນ​ອາຫານ ຈົນກວ່າ​ພວກເຮົາ​ໄດ້​ຂ້າ​ໂປໂລ​ເສຍ​ກ່ອນ.


ບັດນີ້ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຄອຍ​ລະວັງ​ສັງເກດ​ເບິ່ງ ພວກ​ທີ່​ສ້າງ​ຄວາມ​ແຕກແຍກ ແລະ​ເຮັດ​ໃຫ້​ຄົນອື່ນ​ຫລົງ​ໄປ ຈາກ​ຄຳສອນ​ທີ່​ພວກເຈົ້າ​ໄດ້​ຮຽນ​ມາ​ແລ້ວ.


ຖ້າ​ເປັນ​ປະໂຫຍດ ເຮົາ​ປາຖະໜາ​ຢາກ​ໃຫ້​ເຮົາ​ເອງ​ຖືກ​ສາບແຊ່ງ ແລະ​ຖືກ​ຕັດຂາດ​ຈາກ​ພຣະຄຣິດ ເພາະ​ເຫັນ​ແກ່​ພີ່ນ້ອງ​ຂອງເຮົາ ຄື​ຍາດຕິພີ່ນ້ອງ​ຂອງເຮົາ​ຕາມ​ເຊື້ອສາຍ.


ເຫດສະນັ້ນ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ບໍ່ມີ​ຜູ້ໃດ​ດອກ ທີ່​ມີ​ພຣະວິນຍານ​ຂອງ​ພຣະເຈົ້າ ຈະ​ກ່າວ​ວ່າ, “ຂໍ​ໃຫ້​ພຣະເຢຊູເຈົ້າ​ຖືກ​ດ່າ” ແລະ​ບໍ່ມີ​ຜູ້ໃດ​ດອກ​ອາດ​ເວົ້າ​ໄດ້​ວ່າ, “ພຣະເຢຊູເຈົ້າ​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ” ເວັ້ນ​ໄວ້​ແຕ່​ຜູ້​ທີ່​ກ່າວ​ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ.


ຜູ້ໃດ​ກໍຕາມ ທີ່​ບໍ່​ຮັກ​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ໃຫ້​ຖືກ​ສາບແຊ່ງ ມາຣານາທາ ມີ​ຄວາມໝາຍ​ວ່າ, ຂໍ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະເດັດ​ມາ​ເທີ້ນ.


ເໝືອນດັ່ງ​ພວກເຮົາ​ໄດ້​ກ່າວ​ກ່ອນ​ແລ້ວ ແລະ​ບັດນີ້ ເຮົາ​ຂໍ​ກ່າວ​ຢໍ້າ​ອີກ​ວ່າ, ຖ້າ​ຜູ້ໃດ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ ທີ່​ແຕກຕ່າງ​ໄປ​ຈາກ​ທີ່​ພວກເຈົ້າ​ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ກໍ​ໃຫ້​ຜູ້ນັ້ນ​ຖືກ​ສາບແຊ່ງ.


ດ້ວຍວ່າ, ທຸກຄົນ​ທີ່​ອາໄສ​ການ​ປະຕິບັດ​ຕາມ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ຜູ້ໃດ​ກໍຕາມ​ທີ່​ບໍ່ໄດ້​ປະຕິບັດ​ຕາມ​ທຸກ​ຂໍ້ ທີ່​ຂຽນ​ໄວ້​ໃນ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ”


ພຣະຄຣິດ​ໄດ້​ຊົງ​ໄຖ່​ພວກເຮົາ ໃຫ້​ພົ້ນ​ຈາກ​ການ​ສາບແຊ່ງ​ຂອງ​ກົດບັນຍັດ ໂດຍ​ການ​ທີ່​ພຣະອົງ​ຊົງ​ຍອມ​ຖືກ​ສາບແຊ່ງ​ແທນ​ພວກເຮົາ (ເພາະ​ພຣະຄຳພີ​ຂຽນ​ໄວ້​ວ່າ, “ທຸກຄົນ​ທີ່​ຖືກ​ແຂວນ​ໄວ້​ທີ່​ຕົ້ນໄມ້ ກໍ​ຖືກ​ສາບແຊ່ງ​ແລ້ວ.”)


ຄົນ​ໃດ​ທີ່​ຍຸແຫຍ່​ໃຫ້​ເກີດ​ການ​ແຕກແຍກ​ກັນ ເມື່ອ​ໄດ້​ເຕືອນ​ເຂົາ​ຄັ້ງ​ໜຶ່ງ ຫລື​ສອງ​ຄັ້ງ​ແລ້ວ ຢ່າ​ກ່ຽວຂ້ອງ​ກັບ​ຄົນ​ນັ້ນ​ອີກ​ຕໍ່ໄປ.


ຍ້ອນ​ພວກເຈົ້າ​ໄດ້​ເຮັດ​ເຊັ່ນນີ້ ພວກເຈົ້າ​ຈຶ່ງ​ຖືກ​ສາບແຊ່ງ ຄົນ​ຂອງ​ພວກເຈົ້າ​ຈະ​ເປັນ​ຄົນ​ຮັບໃຊ້​ເລື້ອຍໄປ ພວກເຈົ້າ​ຈະ​ຕ້ອງ​ຕັດຟືນ​ແລະ​ຕັກນໍ້າ ສຳລັບ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.”


ຕາ​ຂອງ​ພວກເຂົາ​ກໍ​ມັກ​ເບິ່ງ​ແຕ່​ຍິງ​ທີ່​ລ່ວງ​ປະເວນີ ບໍ່ຢຸດ​ບໍ່ຢັ້ງ​ໃນ​ການ​ເຮັດ​ບາບ, ພວກເຂົາ​ກ້ຽວກ່ອມ​ຄົນ​ທີ່​ມີ​ໃຈ​ບໍ່​ທ່ຽງໝັ້ນ ພວກເຂົາ​ມີ​ໃຈ​ເກັ່ງ​ໃນ​ການ​ໂລບ, ເປັນ​ຄົນ​ທີ່​ຖືກ​ຊົງ​ປ້ອຍດ່າ​ແລ້ວ.


ຂ້າແດ່​ພະຣາຊາ ຂໍ​ທ່ານ​ຟັງ​ຂ້ານ້ອຍ​ເວົ້າ​ສາ​ກ່ອນ ຖ້າ​ແມ່ນ​ພຣະເຈົ້າຢາເວ​ໃຫ້​ທ່ານ​ເປັນ​ຜູ້​ຕໍ່ສູ້​ຂ້ານ້ອຍ​ແລ້ວ ການ​ຖວາຍບູຊາ​ຢ່າງ​ໜຶ່ງ​ກໍ​ຈະ​ກະທຳ​ໃຫ້​ພຣະອົງ​ປ່ຽນໃຈ, ແຕ່​ຖ້າ​ແມ່ນ​ມະນຸດ​ເປັນ​ຜູ້​ກະທຳ​ເອງ ກໍ​ຂໍ​ໃຫ້​ຄຳສາບແຊ່ງ​ຂອງ​ພຣະເຈົ້າຢາເວ​ຕົກ​ຖືກ​ພວກເຂົາ ເພາະ​ພວກເຂົາ​ເອງ​ເປັນ​ຜູ້​ຕາມລ່າ​ຂ້ານ້ອຍ​ໃຫ້​ອອກ​ຈາກ​ດິນແດນ​ຂອງ​ພຣະເຈົ້າຢາເວ ແລະ​ໃຫ້​ຂ້ານ້ອຍ​ໄປ​ອາໄສ​ຢູ່​ໃນ​ປະເທດ​ທີ່​ຂ້ານ້ອຍ​ຈຳເປັນ​ຕ້ອງ​ຂາບໄຫວ້​ພະອື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka