Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 1:6 - ພຣະຄຳພີສັກສິ

6 ເຮົາ​ຮູ້​ສຶກ​ປະຫລາດ​ໃຈ ທີ່​ເຈົ້າ​ທັງຫລາຍ​ພາກັນ​ປະຖິ້ມ​ພຣະອົງ​ຢ່າງ​ຮີບດ່ວນ ພຣະອົງ​ຊົງ​ເອີ້ນ​ພວກເຈົ້າ​ມາ​ດ້ວຍ​ພຣະຄຸນ​ຂອງ​ພຣະຄຣິດ ແຕ່​ພວກເຈົ້າ​ຕ່າວ​ຄືນ​ໄປ​ຫາ​ຂ່າວປະເສີດ​ອັນ​ແຕກຕ່າງ​ເສຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ເຮົາ​ປະຫລາດໃຈ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ປະຖິ້ມ​ພຣະອົງ ຜູ້​ເອີ້ນ​ພວກເຈົ້າ​ໃຫ້​ດໍາເນີນຊີວິດ​ຢູ່​ໃນ​ພຣະຄຸນ​ຂອງ​ພຣະຄຣິດເຈົ້າ​ໄປ​ຢ່າງ​ໄວວາ ແລະ ຫັນ​ໄປ​ຫາ​ຂ່າວປະເສີດ​ທີ່​ແຕກຕ່າງ

Uka jalj uñjjattʼäta Copia luraña




ຄາລາເຕຍ 1:6
33 Jak'a apnaqawi uñst'ayäwi  

ແຕ່​ພວກເພິ່ນ​ພັດ​ໄດ້​ລືມໄລ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ໂດຍໄວ ແລະ​ໄດ້​ກະທຳ​ໄປ​ໂດຍ​ບໍ່​ຂໍ​ຄຳແນະນຳ​ຈາກ​ພຣະອົງ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ອ້າງ​ວ່າ​ນະມັດສະການ​ເຮົາ ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ໄຮ້​ຄວາມໝາຍ ແລະ​ຈິດໃຈ​ຂອງ​ພວກເຂົາ​ກໍ​ສຸມ​ຢູ່​ທີ່​ອື່ນ. ຄວາມ​ເຊື່ອຖື​ຂອງ​ພວກເຂົາ​ບໍ່ມີ​ຫຍັງ, ແຕ່​ເປັນ​ກົດເກນ ແລະ​ຮີດຄອງ​ຂອງ​ມະນຸດ ຊຶ່ງ​ພວກເຂົາ​ໄດ້​ທ່ອງ​ຂຶ້ນໃຈ​ເທົ່ານັ້ນ.


ພຣະອົງ​ປະຫລາດ​ໃຈ​ຫລາຍ​ທີ່​ເຫັນ​ຊາວເມືອງ​ບໍ່ມີ​ຄວາມເຊື່ອ ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ສັ່ງສອນ​ທົ່ວ​ທຸກ​ບ້ານ​ທີ່​ຢູ່​ອ້ອມຮອບ​ເຂດ​ນັ້ນ.


ຊາຍ​ຄົນ​ນັ້ນ​ຕອບ​ພວກເຂົາ​ວ່າ, “ເປັນ​ໜ້າ​ແປກ​ປະຫລາດ​ແທ້ໆ ພວກທ່ານ​ບໍ່​ຮູ້​ວ່າ​ເພິ່ນ​ມາ​ຈາກ​ໃສ, ແຕ່​ເພິ່ນ​ໄດ້​ຮັກສາ​ຕາ​ຂອງ​ຂ້ານ້ອຍ​ໃຫ້​ຫາຍ​ດີ


ແຕ່​ພວກເຮົາ​ເຊື່ອ​ວ່າ ພວກເຮົາ​ພົ້ນ​ດ້ວຍ​ພຣະຄຸນ​ຂອງ​ອົງ​ພຣະເຢຊູເຈົ້າ ເໝືອນກັນ​ກັບ​ພວກເຂົາ.”


ເພາະ​ພວກເຂົາ​ບໍ່ໄດ້​ຮູ້ຈັກ​ຄວາມ​ຊອບທຳ ຊຶ່ງ​ພຣະເຈົ້າ​ປະທານ​ໃຫ້ ແຕ່​ພວກເຂົາ​ໄດ້​ພະຍາຍາມ​ຕັ້ງ​ຄວາມ​ຊອບທຳ​ຂອງ​ພວກເຂົາ​ເອງ​ແທນ, ພວກເຂົາ​ຈຶ່ງ​ບໍ່​ຍອມ​ຢູ່​ໃຕ້​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ.


ໂດຍ​ທາງ​ພຣະອົງ ເຮົາ​ຈຶ່ງ​ໄດ້​ເຂົ້າ​ໄປ​ໃນ​ຮົ່ມ​ພຣະຄຸນ ຊຶ່ງ​ບັດນີ້​ພວກເຮົາ​ຕັ້ງໝັ້ນ​ຢູ່​ດ້ວຍ​ຄວາມເຊື່ອ ແລະ​ພວກເຮົາ​ຊື່ນຊົມ​ຍິນດີ ໃນ​ຄວາມຫວັງ​ວ່າ​ຈະ​ໄດ້​ມີ​ສ່ວນ​ໃນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ


ພວກເຮົາ​ຮູ້​ແລ້ວ​ວ່າ ພຣະເຈົ້າ​ຊົງ​ຮ່ວມ​ກັບ​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ ເພື່ອ​ໃຫ້​ເກີດຜົນ​ດີ​ໃນ​ທຸກສິ່ງ ຄື​ຄົນ​ທັງປວງ​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ໄວ້​ຕາມ​ພຣະ​ປະສົງ​ຂອງ​ພຣະອົງ.


ແລະ​ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ກຳນົດ​ລ່ວງໜ້າ​ໄວ້​ແລ້ວ​ນັ້ນ ພຣະອົງ​ກໍ​ຊົງ​ເອີ້ນ​ມາ​ດ້ວຍ ແລະ​ພວກ​ທີ່​ພຣະອົງ​ຊົງ​ເອີ້ນ​ມາ​ນັ້ນ ພຣະອົງ​ກໍ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ແລະ​ພວກ​ທີ່​ພຣະອົງ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ພຣະອົງ​ກໍ​ຊົງ​ໂຜດ​ໃຫ້​ພວກເຂົາ​ໄດ້​ຮັບ​ສະຫງ່າຣາສີ​ຮ່ວມ​ກັບ​ພຣະອົງ.


ເຖິງ​ແມ່ນ​ວ່າ ຊີວິດ​ໃນ​ພຣະຄຣິດ ພວກເຈົ້າ​ມີ​ຜູ້​ຄວບຄຸມ​ດູແລ​ເປັນ​ສິບພັນ​ຄົນ​ກໍຕາມ, ແຕ່​ພວກເຈົ້າ​ກໍ​ມີ​ພໍ່​ຄົນ​ດຽວ​ເທົ່ານັ້ນ ເພາະ​ຊີວິດ​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ, ເຮົາ​ໄດ້​ໃຫ້​ກຳເນີດ​ພວກເຈົ້າ​ໂດຍ​ຂ່າວປະເສີດ.


ດ້ວຍວ່າ, ຖ້າ​ຜູ້ໃດ​ທີ່​ມາ​ປະກາດ​ເລື່ອງ​ພຣະເຢຊູເຈົ້າ​ອົງ​ອື່ນ ທີ່​ແຕກຕ່າງ​ໄປ​ຈາກ​ອົງ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ ຫລື​ຮັບ​ເອົາ​ວິນຍານ​ແລະ​ຂ່າວປະເສີດ​ຢ່າງ​ອື່ນ ທີ່​ແຕກຕ່າງ​ໄປ​ຈາກ​ພຣະວິນຍານ ແລະ​ຂ່າວປະເສີດ ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພວກເຮົາ​ນັ້ນ ກໍ​ເທົ່າ​ກັບ​ວ່າ​ພວກເຈົ້າ​ໄດ້​ຍອມ​ເຊື່ອຟັງ​ຕໍ່​ພວກເຂົາ​ງ່າຍ​ເຕັມທີ.


ພວກເຮົາ​ບໍ່​ຄື​ຫລາຍ​ຄົນ ທີ່​ເຮັດ​ກັບ​ຖ້ອຍຄຳ​ຂອງ​ພຣະເຈົ້າ ເປັນ​ເໝືອນ​ສິນຄ້າ​ຊື້​ຂາຍ​ລາຄາ​ຖືກໆ ແຕ່​ເພາະ​ພຣະເຈົ້າ​ໄດ້​ໃຊ້​ພວກເຮົາ​ມາ ພວກເຮົາ​ຈຶ່ງ​ກ່າວ​ດ້ວຍ​ຄວາມ​ຈິງໃຈ​ຊ້ອງໜ້າ​ພຣະອົງ ເໝືອນ​ຢ່າງ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ບອກ​ໃຫ້​ພວກເຈົ້າ​ຮູ້​ວ່າ ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແກ່​ເຈົ້າ​ທັງຫລາຍ​ນັ້ນ ບໍ່ແມ່ນ​ຂອງ​ມະນຸດ.


ແຕ່​ດ້ວຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ໄດ້​ຊົງ​ເລືອກ​ເຮົາ​ໄວ້​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່ ແລະ​ໄດ້​ເອີ້ນ​ເຮົາ​ໃຫ້​ບົວລະບັດ​ຮັບໃຊ້​ພຣະອົງ ເມື່ອ​ພຣະອົງ​ຊົງ​ພໍພຣະໄທ


ຕາມ​ທີ່​ຈິງ​ແລ້ວ “ຂ່າວປະເສີດ​ຢ່າງ​ອື່ນ” ບໍ່ມີ ແຕ່​ທີ່​ເຮົາ​ກ່າວ​ຢ່າງ​ນີ້ ກໍ​ເພາະວ່າ​ມີ​ບາງຄົນ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ວຸ້ນວາຍ​ໃຈ ແລະ​ຫາ​ທາງ​ປ່ຽນແປງ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ.


ເມື່ອ​ເຮົາ​ເຫັນ​ວ່າ ພວກເພິ່ນ​ບໍ່ໄດ້​ດຳເນີນ​ໄປ​ຕາມ​ຄວາມຈິງ​ແຫ່ງ​ຂ່າວປະເສີດ ເຮົາ​ຈຶ່ງ​ເວົ້າ​ໃຫ້​ເປໂຕ​ຕໍ່ໜ້າ​ຄົນ​ທັງໝົດ​ນັ້ນ​ວ່າ, “ເຈົ້າ​ຜູ້​ເປັນ​ຄົນ​ຢິວ ແຕ່​ເຈົ້າ​ໄດ້​ດຳເນີນ​ຊີວິດ​ເໝືອນ​ຄົນຕ່າງຊາດ​ແລະ​ບໍ່​ເໝືອນ​ຄົນ​ຢິວ. ຖ້າດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ບັງຄັບ​ຄົນຕ່າງຊາດ​ໃຫ້​ດຳເນີນ​ຊີວິດ​ເໝືອນ​ຄົນ​ຢິວ?”


ເຮົາ​ໄປ​ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ແກ່​ເຮົາ ເຮົາ​ໄດ້​ອະທິບາຍ​ເລື່ອງ​ຂ່າວປະເສີດ​ແກ່​ພວກເຂົາ ຊຶ່ງ​ເຮົາ​ໄດ້​ເຄີຍ​ປະກາດ​ແກ່​ຄົນຕ່າງຊາດ (ແຕ່​ຍັງ​ໄດ້​ເລົ່າ​ໃຫ້​ຄົນ​ສຳຄັນ​ຟັງ​ເປັນ​ການ​ສ່ວນຕົວ) ເພາະ​ຢ້ານ​ວ່າ​ເຮົາ​ກຳລັງ​ແລ່ນ​ແຂ່ງ​ກັນ ຫລື​ວ່າ​ໄດ້​ແລ່ນ​ແຂ່ງ​ແລ້ວ​ໂດຍ​ບໍ່ມີ​ປະໂຫຍດ.


ແຕ່​ພວກເຮົາ​ບໍ່ໄດ້​ອ່ອນ​ຍອມ​ຕໍ່​ພວກເຂົາ​ແມ່ນແຕ່​ນາທີ​ດຽວ ເພື່ອ​ຈະ​ໄດ້​ຮັກສາ​ຄວາມ​ສັດຈິງ​ຂອງ​ຂ່າວປະເສີດ​ນັ້ນ ໄວ້​ສຳລັບ​ເຈົ້າ​ທັງຫລາຍ.


ກົງກັນຂ້າມ ເມື່ອ​ພວກເຂົາ​ເຫັນ​ວ່າ​ພຣະເຈົ້າ​ໄດ້​ມອບ​ພາລະກິດ​ໃຫ້​ເຮົາ ເພື່ອ​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ມອບ​ພາລະກິດ​ໃຫ້​ເປໂຕ​ເພື່ອ​ປະກາດ​ຂ່າວປະເສີດ​ແກ່​ຄົນ​ຢິວ.


ດ້ວຍວ່າ, ກົດບັນຍັດ​ທັງໝົດ​ກໍ​ລວມ​ເຂົ້າ​ໃນ​ຂໍ້​ດຽວ​ນີ້​ຄື: “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.”


ຄົນ​ໃດ​ໃນ​ພວກເຈົ້າ​ທີ່​ພະຍາຍາມ​ເປັນ​ຜູ້​ຊອບທຳ ໂດຍ​ປະຕິບັດ​ຕາມ​ກົດບັນຍັດ ຄົນ​ນັ້ນ​ກໍ​ຕັດ​ຕົນເອງ​ອອກ​ຈາກ​ພຣະຄຣິດ ໄດ້​ຫລຸດ​ຕົກ​ຈາກ​ພຣະຄຸນ​ເສຍ​ແລ້ວ.


ພຣະເຈົ້າ​ຊົງ​ເອີ້ນ​ເອົາ​ພວກເຈົ້າ​ໃຫ້​ມາ​ເຖິງ​ຊີວິດ​ໃໝ່​ນີ້ ກໍ​ໂດຍ​ຂ່າວປະເສີດ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ ພຣະອົງ​ໄດ້​ຊົງ​ເອີ້ນ​ເອົາ​ພວກເຈົ້າ ໃຫ້​ມີ​ສ່ວນ​ໃນ​ສະຫງ່າຣາສີ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.


ຝ່າຍ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ພຣະອົງ​ໄດ້​ຖອກ​ເທ​ພຣະຄຸນ​ໃສ່​ເຮົາ​ຢ່າງ​ລົ້ນເຫລືອ ພ້ອມ​ດ້ວຍ​ຄວາມເຊື່ອ​ແລະ​ຄວາມຮັກ ຊຶ່ງ​ພວກເຮົາ​ມີ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ເມື່ອ​ເຮົາ​ກຳລັງ​ເດີນທາງ​ໄປ​ທີ່​ແຂວງ​ມາເກໂດເນຍ ເຮົາ​ຂໍຮ້ອງ​ໃຫ້​ເຈົ້າ​ຢູ່​ໃນ​ເມືອງ​ເອເຟໂຊ ເພື່ອ​ຈະ​ໄດ້​ສັ່ງ​ຫ້າມ​ບາງຄົນ ບໍ່​ໃຫ້​ພວກເຂົາ​ສອນ​ຄຳ​ໂອວາດ​ຢ່າງ​ອື່ນ.


ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ແລະ​ຊົງ​ເອີ້ນ​ເອົາ​ເຮົາ​ທັງຫລາຍ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ບໍ່ແມ່ນ​ເພາະ​ເຫັນ​ແກ່​ການ​ດີ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ ແຕ່​ເພາະ​ເຫັນ​ແກ່​ພຣະ​ປະສົງ​ຂອງ​ພຣະອົງເອງ ແລະ​ພຣະຄຸນ​ຊຶ່ງ​ຊົງ​ປະທານ​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າ​ເຢຊູ ຕັ້ງແຕ່​ດຶກດຳບັນ​ມາ​ນັ້ນ


ເຫດສະນັ້ນ ລູກ​ຂອງ​ເຮົາ​ເອີຍ ຈົ່ງ​ເຂັ້ມແຂງ​ຂຶ້ນ​ໂດຍ​ພຣະຄຸນ ທີ່​ພວກເຮົາ​ມີ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ແຕ່​ເພາະ​ພຣະອົງ ຜູ້​ຊົງ​ເອີ້ນ​ເຈົ້າ​ທັງຫລາຍ​ນັ້ນ​ບໍຣິສຸດ ຝ່າຍ​ພວກເຈົ້າ​ຈົ່ງ​ກາຍເປັນ​ຜູ້​ບໍຣິສຸດ ໃນ​ທາງ​ກິຣິຍາ​ວາຈາ​ທຸກປະການ​ເໝືອນກັນ.


ດ້ວຍ​ເຫັນ​ແລ້ວ​ວ່າ ຣິດເດດ​ຂອງ​ພຣະເຈົ້າ​ໄດ້​ຊົງ​ປະທານ​ສິ່ງສາລະພັດ​ແກ່​ພວກເຮົາ ຊຶ່ງ​ຈຳເປັນ​ຕໍ່​ຊີວິດ ແລະ​ຕໍ່​ການ​ດຳເນີນ​ຕາມ​ທາງ​ຂອງ​ພຣະເຈົ້າ ໂດຍ​ການ​ຮູ້ຈັກ​ພຣະອົງ ຜູ້​ທີ່​ຊົງ​ເອີ້ນ​ພວກເຈົ້າ​ດ້ວຍ​ສະຫງ່າຣາສີ ແລະ​ຄວາມ​ລໍ້າເລີດ​ຂອງ​ພຣະອົງ​ເອງ.


ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູເຈົ້າ ຈົ່ງ​ສະຖິດ​ຢູ່​ນຳ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ​ເທີ້ນ ອາແມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka