5 ຈົ່ງຖວາຍກຽດຕິຍົດແດ່ພຣະອົງນັ້ນ ສືບໆໄປເປັນນິດ ອາແມນ.
5 ຂໍໃຫ້ກຽດຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ! ອາແມນ.
ບັດນີ້ ພຣະເຈົ້າຂອງຂ້ານ້ອຍເອີຍ ພວກຂ້ານ້ອຍຂໍໂມທະນາຂອບພຣະຄຸນ ແລະຍ້ອງຍໍສັນລະເສີນພຣະນາມອັນຮຸ່ງເຮືອງຂອງພຣະອົງ.
ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ ຈົ່ງຍ້ອງຍໍສັນລະເສີນພຣະອົງໃນບັດນີ້ແລະສືບໆໄປເປັນນິດ ອາແມນ! ອາແມນ!
ຂໍໃຫ້ພຣະນາມອັນຊົງຣິດຂອງພຣະອົງນັ້ນ ຈົ່ງເປັນທີ່ຍ້ອງຍໍສັນລະເສີນຕະຫລອດໄປ ຂໍໃຫ້ພຣະສະຫງ່າຣາສີ ຈົ່ງເຕັມໄປທົ່ວແຜ່ນດິນໂລກ. ອາແມນ ອາແມນ.
ແລະຜູ້ທີ່ຢູ່ທາງທິດຕາເວັນອອກກໍຈະສັນລະເສີນພຣະເຈົ້າຢາເວ. ປະຊາຊົນທີ່ຢູ່ຕາມແຄມທະເລຈະສັນລະເສີນພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ.
ຂໍໃຫ້ຄົນທີ່ອາໄສຢູ່ໃນແດນຫ່າງໄກ ຈົ່ງຖວາຍສະຫງ່າຣາສີແກ່ພຣະເຈົ້າຢາເວ
ສັ່ງສອນພວກເຂົາໃຫ້ຖືຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ ນີ້ແຫຼະ ເຮົາຢູ່ກັບເຈົ້າທັງຫລາຍທຸກໆວັນຈົນສິ້ນໂລກນີ້.”
ແລະຂໍຢ່າພາຂ້ານ້ອຍເຂົ້າໄປ ໃນການທົດລອງ ແຕ່ຂໍຊົງໂຜດໃຫ້ພົ້ນຈາກມານຊົ່ວຮ້າຍ [ເຫດວ່າ ຣາຊອານາຈັກ ຣິດອຳນາດ ແລະ ພຣະຣັດສະໝີກໍເປັນຂອງພຣະອົງສືບໆໄປເປັນນິດ ອາແມນ’]
“ພຣະຣັດສະໝີ ຈົ່ງມີແດ່ພຣະເຈົ້າ ໃນສະຫວັນທີ່ສູງສຸດ ແລະ ທີ່ແຜ່ນດິນໂລກຈົ່ງມີສັນຕິສຸກ ແກ່ມະນຸດທັງປວງຜູ້ທີ່ພຣະອົງ ຊົງພໍພຣະໄທນັ້ນ.”
ດ້ວຍວ່າ, ສິ່ງສາລະພັດເປັນມາຈາກພຣະອົງ ມີມາດ້ວຍພຣະອົງ ແລະເພື່ອພຣະອົງ ຂໍໃຫ້ພຣະສະຫງ່າຣາສີ ຈົ່ງເປັນຂອງພຣະອົງຕະຫລອດໄປເປັນນິດເທີ້ນ ອາແມນ.
ໂດຍພຣະເຢຊູຄຣິດເຈົ້າ ຂໍໃຫ້ສະຫງ່າຣາສີ ຈົ່ງມີແດ່ພຣະເຈົ້າ ຜູ້ຊົງພຣະປັນຍາແຕ່ອົງດຽວຕະຫລອດໄປເປັນນິດເທີ້ນ ອາແມນ.
ເພາະສະນັ້ນ ຖ້າອາຫານເປັນເຫດເຮັດໃຫ້ພີ່ນ້ອງຂອງເຮົາສະດຸດໃຈ ເຮົາກໍຈະບໍ່ກິນຊີ້ນຕະຫລອດໄປ ເພື່ອວ່າຈະບໍ່ໄດ້ເຮັດໃຫ້ພີ່ນ້ອງຂອງເຮົາສະດຸດໃຈ.
ພວກເຮົາເປັນຄົນຜູ້ທຳອິດ ທີ່ມີຄວາມຫວັງໃນພຣະຄຣິດ ໄດ້ຮັບການກຳນົດແລະແຕ່ງຕັ້ງ ໃຫ້ຖວາຍສັນລະເສີນຄວາມຍິ່ງໃຫຍ່ຂອງພຣະອົງ.
ຂໍໃຫ້ພຣະກຽດຕິຍົດ ຈົ່ງມີແກ່ພຣະເຈົ້າ ຄືພຣະບິດາເຈົ້າຂອງເຮົາທັງຫລາຍສືບໆໄປເປັນນິດ ອາແມນ.
ພຣະກຽດແລະພຣະຣັດສະໝີ ຈົ່ງມີແກ່ພຣະມະຫາກະສັດ ຜູ້ຊົງພຣະຈະເລີນຢູ່ເປັນນິດ ຜູ້ຊົງເປັນອົງອະມະຕະ ຊຶ່ງບໍ່ໄດ້ປາກົດພຣະອົງ ຜູ້ຊົງເປັນພຣະເຈົ້າແຕ່ອົງດຽວ ສືບໆໄປເປັນນິດ ອາແມນ.
ອົງພຣະຜູ້ເປັນເຈົ້າຊົງຊ່ວຍກູ້ເອົາເຮົາໃຫ້ພົ້ນຈາກຄວາມຊົ່ວຊ້າທຸກຢ່າງ ແລະນຳເຮົາເຂົ້າໄປສູ່ອານາຈັກສະຫວັນຂອງພຣະອົງຢ່າງປອດໄພ ຂໍໃຫ້ສະຫງ່າຣາສີ ຈົ່ງມີແກ່ພຣະອົງ ສືບໆໄປເປັນນິດເທີ້ນ ອາແມນ.
ຈົ່ງຊົງກະທຳໃຫ້ເຈົ້າທັງຫລາຍເປັນຄົນຄົບຖ້ວນໃນການດີທຸກຢ່າງ ເພື່ອຈະໄດ້ປະຕິບັດຕາມພຣະໄທພຣະອົງ ແລະຊົງທຳງານພາຍໃນເຈົ້າທັງຫລາຍ ຕາມທີ່ຊອບໃນສາຍພຣະເນດຂອງພຣະອົງ ໂດຍທາງພຣະເຢຊູຄຣິດເຈົ້າ. ສະຫງ່າຣາສີຈົ່ງມີແດ່ພຣະຄຣິດສືບໆໄປເປັນນິດ ອາແມນ.
ຣິດທານຸພາບ ຈົ່ງເປັນຂອງພຣະອົງຕະຫລອດໄປເປັນນິດເທີ້ນ ອາແມນ.
ແຕ່ຂໍໃຫ້ເຈົ້າທັງຫລາຍຈະເລີນຂຶ້ນໃນພຣະຄຸນແລະໃນຄວາມຮູ້ ຊຶ່ງມາຈາກອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະພຣະເຢຊູຄຣິດເຈົ້າ ພຣະຜູ້ໂຜດໃຫ້ພົ້ນ. ຂໍໃຫ້ພຣະກຽດຈົ່ງມີແດ່ພຣະອົງ ທັງໃນປະຈຸບັນແລະຕະຫລອດຊົ່ວນິຣັນດອນ ອາແມນ.
ແດ່ພຣະເຈົ້າອົງດຽວ ອົງພຣະຜູ້ຊົງໂຜດຊ່ວຍໃຫ້ພົ້ນຂອງເຮົາທັງຫລາຍ ໂດຍພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ; ສະຫງ່າຣາສີ, ຄວາມຍິ່ງໃຫຍ່, ຣິດເດດ ແລະຣິດອຳນາດ ຈົ່ງມີແດ່ພຣະອົງທັງໃນອະດີດ, ໃນປະຈຸບັນ ແລະໃນອະນາຄົດຊົ່ວນິຣັນດອນ ອາແມນ.
ເທວະດາຕົນນັ້ນເປັ່ງສຽງຮ້ອງວ່າ, “ຈົ່ງຢຳເກງພຣະເຈົ້າ ແລະຍົກຍ້ອງໃຫ້ກຽດແກ່ພຣະອົງ ເພາະເຖິງເວລາແລ້ວ ທີ່ພຣະອົງຈະຕັດສິນມະນຸດສະໂລກ ຈົ່ງນະມັດສະການພຣະອົງ ຜູ້ທີ່ໄດ້ສ້າງຟ້າສະຫວັນ, ແຜ່ນດິນໂລກ, ນໍ້າທະເລ ກັບບໍ່ນໍ້າພຸທັງຫລາຍ.”
ແລະຮ້ອງສຽງດັງວ່າ, “ພຣະເມສານ້ອຍທີ່ຖືກຂ້າແລ້ວນັ້ນ ເປັນຜູ້ສົມຄວນທີ່ຈະໄດ້ຮັບຣິດອຳນາດ, ຊັບສົມບັດ, ສະຕິປັນຍາ, ພະລັງອຳນາດ, ກຽດຕິຍົດ, ສະຫງ່າຣາສີ ແລະ ຄຳສັນລະເສີນ.”
ໂດຍກ່າວວ່າ, “ອາແມນ ຄຳສັນລະເສີນ, ສະຫງ່າຣາສີ, ສະຕິປັນຍາ, ຄຳໂມທະນາຂອບພຣະຄຸນ, ກຽດຕິຍົດ, ຣິດອຳນາດ ແລະຣິດເດດ ຈົ່ງເປັນຂອງພຣະເຈົ້າຂອງພວກຂ້ານ້ອຍຕະຫລອດຊົ່ວນິຣັນດອນເທີ້ນ ອາແມນ.”