Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 1:3 - ພຣະຄຳພີສັກສິ

3 ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຊຶ່ງ​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ​ອົງ​ພຣະເຢຊູ​ຄຣິດເຈົ້າ ຈົ່ງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ​ເທີ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ,

Uka jalj uñjjattʼäta Copia luraña




ຄາລາເຕຍ 1:3
11 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ກັບ​ອົງ​ພຣະເຢຊູ​ຄຣິດເຈົ້າ ໂຜດ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ​ແກ່​ພວກເຈົ້າ​ດ້ວຍ​ເທີ້ນ.


ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ​ແລະ​ອົງ​ພຣະເຢຊູ​ຄຣິດເຈົ້າ ໂຜດ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ​ແກ່​ພວກເຈົ້າ​ດ້ວຍ​ເທີ້ນ.


ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ຄວາມຮັກ​ຂອງ​ພຣະເຈົ້າ ແລະ​ຄວາມ​ສາມັກຄີທຳ​ກັບ​ພຣະວິນຍານ​ບໍຣິສຸດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.


ເພື່ອ​ໂຜດ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຍຸກ​ອັນ​ຊົ່ວຊ້າ​ໃນ​ປະຈຸບັນ​ນີ້ ພຣະຄຣິດ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ການບາບ​ຂອງ​ພວກເຮົາ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ພວກເຮົາ.


ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຊຶ່ງ​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ​ຈາກ​ອົງ​ພຣະເຢຊູ​ຄຣິດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ເຈົ້າ​ທັງຫລາຍ​ເທີ້ນ.


ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ແລະ​ອົງ​ພຣະເຢຊູ​ຄຣິດເຈົ້າ ຊົງ​ໂຜດ​ປະທານ​ພຣະຄຸນ​ແລະ​ສັນຕິສຸກ​ແກ່​ພວກເຈົ້າ​ເທີ້ນ.


ເຖິງ​ໄພ່ພົນ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກໂລຊາຍ ຜູ້​ເຫຼື້ອມໃສ​ສັດທາ​ໃນ​ພຣະຄຣິດ. ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຊຶ່ງ​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ຈົ່ງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ​ເທີ້ນ.


ຈາກ ໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງ ຄຣິສຕະຈັກ​ຊາວ​ເທສະໂລນິກ ທີ່​ເປັນ​ຂອງ​ພຣະເຈົ້າ ພຣະບິດາເຈົ້າ ແລະ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ: ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຈົ່ງ​ມີ​ຢູ່​ກັບ​ພີ່ນ້ອງ​ທັງຫລາຍ​ເທີ້ນ.


ຂໍ​ພຣະບິດາເຈົ້າ ແລະ ອົງ​ພຣະເຢຊູ​ຄຣິດເຈົ້າ ຊົງ​ໂຜດ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ​ແກ່​ພວກເຈົ້າ​ເທີ້ນ.


ພຣະຄຸນ ພຣະ​ເມດຕາ ແລະ​ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ ແລະ​ຈາກ​ພຣະເຢຊູ​ຄຣິດເຈົ້າ ພຣະບຸດ​ຂອງ​ພຣະບິດາ​ນັ້ນ ຈະ​ສະຖິດ​ຢູ່​ກັບ​ເຮົາ​ທັງຫລາຍ ໃນ​ຄວາມຈິງ​ແລະ​ໃນ​ຄວາມຮັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka