Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 1:2 - ພຣະຄຳພີສັກສິ

2 ກັບ​ບັນດາ​ພີ່ນ້ອງ​ທີ່​ຢູ່​ນຳ​ເຮົາ ເຖິງ​ຄຣິສຕະຈັກ​ທັງຫລາຍ​ຢູ່​ໃນ​ແຄ້ວນ​ຄາລາເຕຍ:

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ແລະ ພີ່ນ້ອງ​ທຸກຄົນ​ທີ່​ຢູ່​ກັບ​ເຮົາ, ເຖິງ​ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ຄາລາເຕຍ:

Uka jalj uñjjattʼäta Copia luraña




ຄາລາເຕຍ 1:2
8 Jak'a apnaqawi uñst'ayäwi  

ໂປໂລ​ໄດ້​ໄປ​ທົ່ວ​ແຂວງ​ຊີເຣຍ ແລະ ກີລີເກຍ ໜູນໃຈ​ພີ່ນ້ອງ​ໃນ​ຄຣິສຕະຈັກ​ໃຫ້​ເຂັ້ມແຂງ​ຂຶ້ນ.


ຫລັງຈາກ​ພັກ​ຢູ່​ໃນ​ເມືອງ​ນີ້​ໄລຍະ​ໜຶ່ງ​ແລ້ວ ເພິ່ນ​ກໍ​ເດີນທາງ​ຜ່ານ​ແຂວງ​ຄາລາເຕຍ ແລະ​ຟີເຄຍ​ເປັນ​ລຳດັບ​ໄປ ເພື່ອ​ໜູນໃຈ​ພວກ​ຄົນ​ທີ່​ເຊື່ອ​ທັງໝົດ​ໃຫ້​ເຂັ້ມແຂງ​ຂຶ້ນ​ໃນ​ຄວາມເຊື່ອ.


ໃນ​ຂະນະ​ນັ້ນ ຄຣິສຕະຈັກ​ທົ່ວ​ແຂວງ​ຢູດາຍ, ແຂວງ​ຄາລີເລ ແລະ ຊາມາເຣຍ ຈຶ່ງ​ມີ​ຄວາມ​ສະຫງົບສຸກ​ແລະ​ຈະເລີນ​ຂຶ້ນ ພ້ອມ​ກັນ​ນັ້ນ​ກໍ​ດຳເນີນ​ໄປ​ໃນ​ຄວາມ​ຢຳເກງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຄຣິສຕະຈັກ​ກໍ​ເຕີບໂຕ​ຂຶ້ນ ສ່ວນ​ຈຳນວນ​ຄຣິສຕະຈັກ​ກໍ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ໂດຍ​ໄດ້​ຮັບ​ການ​ຊົງ​ນຳ ຈາກ​ອົງ​ພຣະວິນຍານ​ບໍຣິສຸດເຈົ້າ.


ບັດນີ້ ກ່ຽວກັບ​ຊັບ ຊຶ່ງ​ມີ​ການ​ແຜ່ ເພື່ອ​ສົງເຄາະ​ແກ່​ໄພ່ພົນ​ຂອງ​ພຣະເຈົ້າ​ນັ້ນ ພວກເຈົ້າ​ຕ້ອງ​ປະຕິບັດ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ໃຫ້​ບັນດາ​ຄຣິສຕະຈັກ​ໃນ​ແຂວງ​ຄາລາເຕຍ​ປະຕິບັດ.


ໂອ ຊາວ​ຄາລາເຕຍ​ຜູ້​ບໍ່ມີ​ຄວາມຄິດ​ເອີຍ, ແມ່ນ​ຜູ້ໃດ​ໜໍ ທີ່​ໄດ້​ສະກົດ​ຈິດໃຈ​ຂອງ​ພວກເຈົ້າ​ໃຫ້​ຫລົງ​ເຊື່ອ​ໄປ ການ​ທີ່​ພຣະເຢຊູ​ຄຣິດເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ນັ້ນ ກໍໄດ້​ປາກົດ​ແຈ້ງ​ແກ່​ຕາ​ພວກເຈົ້າ​ຢ່າງ​ຄັກແນ່​ແລ້ວ


ພວກເຈົ້າ​ເອງ​ກໍ​ຮູ້​ດີ​ແລ້ວ​ວ່າ ເພິ່ນ​ໄດ້​ພິສູດ​ຄຸນຄ່າ​ຂອງ​ເພິ່ນ​ແລ້ວ ແລະ​ເພິ່ນ​ກັບ​ເຮົາ​ກໍ​ເປັນ​ດັ່ງ​ລູກ​ກັບ​ພໍ່ ທີ່​ໄດ້​ດຳເນີນ​ພາລະກິດ​ຮ່ວມ​ກັນ ເພື່ອ​ເຫັນ​ແກ່​ຂ່າວປະເສີດ.


ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ ໃນ​ພຣະຄຣິດເຈົ້າ​ເຢຊູ ພີ່ນ້ອງ​ທັງຫລາຍ​ທີ່​ຢູ່​ກັບ​ເຮົາ ກໍ​ສົ່ງ​ຄວາມ​ຄິດເຖິງ​ມາ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka