Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 1:19 - ພຣະຄຳພີສັກສິ

19 ເຮົາ​ບໍ່ໄດ້​ພົບ​ກັບ​ອັກຄະສາວົກ​ຄົນອື່ນ​ເລີຍ ນອກຈາກ​ຢາໂກໂບ ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ເຮົາ​ບໍ່​ໄດ້​ເຫັນ​ອັກຄະສາວົກ​ຄົນ​ອື່ນ​ເລີຍ ນອກຈາກ​ຢາໂກໂບ​ນ້ອງຊາຍ​ຂອງ​ອົງພຣະຜູ້ເປັນເຈົ້າ.

Uka jalj uñjjattʼäta Copia luraña




ຄາລາເຕຍ 1:19
12 Jak'a apnaqawi uñst'ayäwi  

ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍ​ຄົນ​ເກັບພາສີ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ ແລະ ທາດາຍ,


ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ກັບ​ປະຊາຊົນ​ຢູ່​ນັ້ນ ມານດາ​ແລະ​ບັນດາ​ນ້ອງຊາຍ​ຂອງ​ພຣະອົງ​ໄດ້​ມາ​ຖ້າ​ຢູ່​ຂ້າງ​ນອກ ເພື່ອ​ຢາກ​ເວົ້າ​ກັບ​ພຣະອົງ.


ລາວ​ບໍ່ແມ່ນ​ລູກຊາຍ​ຂອງ​ຊ່າງ​ໄມ້​ນັ້ນ​ບໍ? ມາຣີ​ເປັນ​ແມ່​ຂອງ​ລາວ​ບໍ່ແມ່ນ​ບໍ? ຢາໂກໂບ, ໂຢເຊັບ, ຊີໂມນ ແລະ ຢູດາ​ເປັນ​ນ້ອງຊາຍ​ຂອງ​ລາວ​ບໍ່ແມ່ນ​ບໍ?


ອັນເດອາ, ຟີລິບ, ບາຣະໂທໂລມາຍ, ມັດທາຍ, ໂທມາ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ທາດາຍ, ຊີໂມນ​ຜູ້ຮັກຊາດ,


ລາວ​ບໍ່ແມ່ນ​ຊ່າງໄມ້​ລູກຊາຍ​ຂອງ​ມາຣີ ແລະ​ເປັນ​ອ້າຍ​ຂອງ​ຢາໂກໂບ, ໂຢເຊັບ, ຢູດາ ແລະ ຊີໂມນ​ນັ້ນ​ບໍ? ພວກ​ນ້ອງສາວ​ຂອງ​ລາວ​ກໍ​ຢູ່​ໃນ​ເມືອງ​ນີ້​ບໍ່ແມ່ນ​ບໍ?” ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ຍອມ​ຮັບ​ພຣະອົງ.


ມັດທາຍ ແລະ ໂທມາ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ (ຜູ້​ທີ່​ເອີ້ນ​ກັນ​ວ່າ, “ເຊໂລເຕ”)


ມີ​ຄົນ​ໜຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ແມ່​ແລະ​ນ້ອງຊາຍ​ຂອງທ່ານ ກຳລັງ​ຢືນ​ຢູ່​ຂ້າງ​ນອກ ຢາກ​ພົບ​ທ່ານ.”


ເມື່ອ​ເຂົ້າ​ໄປ​ໃນ​ນະຄອນ​ແລ້ວ ພວກເພິ່ນ​ກໍ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນ​ເທິງ ບ່ອນ​ທີ່​ພວກເພິ່ນ​ເຄີຍ​ພັກ​ເຊົາ ໃນ​ພວກເພິ່ນ​ມີ ເປໂຕ, ໂຢຮັນ, ຢາໂກໂບ ແລະ ອັນເດອາ, ຟີລິບ​ກັບ​ໂທມາ, ບາຣະໂທໂລມາຍ ກັບ​ມັດທາຍ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ​ຜູ້ຮັກຊາດ ແລະ ຢູດາ ລູກຊາຍ​ຂອງ​ຢາໂກໂບ.


ເປໂຕ​ໃຊ້​ມື​ເຮັດ​ສັນຍານ​ໃຫ້​ພວກເຂົາ​ມິດ ແລະ​ໄດ້​ເລົ່າ​ໃຫ້​ພວກເຂົາ​ຟັງ ເຖິງ​ເລື່ອງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ນຳ​ຕົນ​ອອກ​ມາ​ຈາກ​ຄຸກ​ຢ່າງ​ໃດ ແລ້ວ​ເປໂຕ​ໄດ້​ສັ່ງ​ວ່າ, “ຈົ່ງ​ບອກ​ເລື່ອງ​ນີ້​ໃຫ້​ຢາໂກໂບ ແລະ​ພວກ​ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ໃຫ້​ຮູ້​ດ້ວຍ.” ເມື່ອ​ເພິ່ນ​ສັ່ງ​ແລ້ວ​ກໍ​ອອກ​ໄປ​ທີ່​ອື່ນ.


ເຮົາ​ບໍ່ມີ​ສິດ​ທີ່​ຈະ​ພາ​ເມຍ​ທີ່​ເປັນ​ຄຣິສຕຽນ​ເດີນທາງ​ໄປມາ​ດ້ວຍ​ກັນ ເໝືອນ​ດັ່ງ​ອັກຄະສາວົກ​ຄົນອື່ນໆ ແລະ​ເໝືອນ​ດັ່ງ​ນ້ອງຊາຍ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເໝືອນ​ດັ່ງ​ເປໂຕ​ນັ້ນ​ບໍ?


ຈາກ ຢາໂກໂບ, ຜູ້​ຮັບໃຊ້​ຂອງ​ພຣະເຈົ້າ ແລະ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ. ເຖິງ​ຄົນ​ສິບສອງ​ຕະກຸນ​ທີ່​ກະຈັດ​ກະຈາຍ​ຢູ່​ນັ້ນ.


ຈາກ ຢູດາ ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ ພວກ​ທີ່​ໄດ້​ຖືກ​ເອີ້ນ​ໄວ້​ແລ້ວ​ໂດຍ​ພຣະເຈົ້າ ຄື​ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ຄວາມຮັກ​ຂອງ​ພຣະບິດາເຈົ້າ ແລະ​ໃນ​ຄວາມ​ປ້ອງກັນ​ຮັກສາ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka