Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 1:18 - ພຣະຄຳພີສັກສິ

18 ຫລັງຈາກ​ນັ້ນ​ສາມ​ປີ ເຮົາ​ໄດ້​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ທຳ​ຄວາມ​ລື້ງເຄີຍ​ກັບ​ເປໂຕ ແລະ​ໄດ້​ພັກ​ຢູ່​ກັບ​ເພິ່ນ​ເປັນ​ເວລາ​ສອງ​ອາທິດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ແລ້ວ​ຫລັງຈາກ​ສາມ​ປີ, ເຮົາ​ຈຶ່ງ​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ເພື່ອ​ທຳຄວາມ​ຮູ້ຈັກ​ກັບ​ເກຟາ ແລະ ພັກ​ຢູ່​ກັບ​ເພິ່ນ​ສິບຫ້າ​ວັນ.

Uka jalj uñjjattʼäta Copia luraña




ຄາລາເຕຍ 1:18
8 Jak'a apnaqawi uñst'ayäwi  

ແລ້ວ​ລາວ​ກໍ​ພາ​ຊີໂມນ​ໄປ​ຫາ​ພຣະເຢຊູເຈົ້າ. ເມື່ອ​ພຣະເຢຊູເຈົ້າ​ເບິ່ງ​ລາວ​ແລ້ວ ຈຶ່ງ​ກ່າວ​ວ່າ, “ເຈົ້າ​ຊື່ ຊີໂມນ​ລູກ​ຂອງ​ໂຢຮັນ ແຕ່​ເຈົ້າ​ຈະ​ໄດ້​ຊື່​ໃໝ່​ວ່າ ເກຟາ.” (ທີ່​ແປ​ວ່າ “ເປໂຕ” ແລະ​ໝາຍຄວາມວ່າ, “ຫີນ”).


ເມື່ອ​ເປໂຕ​ໄດ້​ມາ​ເຖິງ​ເມືອງ​ອັນຕີໂອເຂຍ ເຮົາ​ກໍ​ຕໍ່​ວ່າ​ເພິ່ນ​ຢ່າງ​ເປີດເຜີຍ ເພາະ​ເພິ່ນ​ເຮັດ​ຜິດພາດ​ຢ່າງ​ປະຈັກ​ຕາ.


ເມື່ອ​ເຮົາ​ເຫັນ​ວ່າ ພວກເພິ່ນ​ບໍ່ໄດ້​ດຳເນີນ​ໄປ​ຕາມ​ຄວາມຈິງ​ແຫ່ງ​ຂ່າວປະເສີດ ເຮົາ​ຈຶ່ງ​ເວົ້າ​ໃຫ້​ເປໂຕ​ຕໍ່ໜ້າ​ຄົນ​ທັງໝົດ​ນັ້ນ​ວ່າ, “ເຈົ້າ​ຜູ້​ເປັນ​ຄົນ​ຢິວ ແຕ່​ເຈົ້າ​ໄດ້​ດຳເນີນ​ຊີວິດ​ເໝືອນ​ຄົນຕ່າງຊາດ​ແລະ​ບໍ່​ເໝືອນ​ຄົນ​ຢິວ. ຖ້າດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ບັງຄັບ​ຄົນຕ່າງຊາດ​ໃຫ້​ດຳເນີນ​ຊີວິດ​ເໝືອນ​ຄົນ​ຢິວ?”


ກົງກັນຂ້າມ ເມື່ອ​ພວກເຂົາ​ເຫັນ​ວ່າ​ພຣະເຈົ້າ​ໄດ້​ມອບ​ພາລະກິດ​ໃຫ້​ເຮົາ ເພື່ອ​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ມອບ​ພາລະກິດ​ໃຫ້​ເປໂຕ​ເພື່ອ​ປະກາດ​ຂ່າວປະເສີດ​ແກ່​ຄົນ​ຢິວ.


ເມື່ອ​ຢາໂກໂບ​ກັບ​ເກຟາ ແລະ ໂຢຮັນ ຜູ້​ທີ່​ພວກເຂົາ​ຖື​ວ່າ​ເປັນ​ຫລັກ​ໄດ້​ສັງເກດ​ເຫັນ​ພຣະຄຸນ​ທີ່​ໄດ້​ຊົງ​ປະທານ​ແກ່​ເຮົາ ທ່ານ​ທັງ​ສາມ​ກໍໄດ້​ຍື່ນ​ມື​ຂວາ​ໃຫ້​ເຮົາ​ກັບ​ບາຣະນາບາ​ຈັບ ເພື່ອ​ສະແດງ​ວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມງານ​ກັນ ເພື່ອ​ໃຫ້​ພວກເຮົາ​ໄປ​ຫາ​ພວກ​ຕ່າງຊາດ ແລະ​ທ່ານ​ເຫຼົ່ານັ້ນ​ຈະ​ໄປ​ຫາ​ພວກ​ທີ່​ຖື​ພິທີຕັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka