ຄາລາເຕຍ 1:15 - ພຣະຄຳພີສັກສິ15 ແຕ່ດ້ວຍພຣະຄຸນຂອງພຣະເຈົ້າ ພຣະອົງໄດ້ຊົງເລືອກເຮົາໄວ້ຕັ້ງແຕ່ຢູ່ໃນທ້ອງແມ່ ແລະໄດ້ເອີ້ນເຮົາໃຫ້ບົວລະບັດຮັບໃຊ້ພຣະອົງ ເມື່ອພຣະອົງຊົງພໍພຣະໄທ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່15 ແຕ່ເມື່ອພຣະເຈົ້າ ຜູ້ແຍກເຮົາໄວ້ຕັ້ງແຕ່ຢູ່ໃນທ້ອງແມ່ ແລະ ເອີ້ນເຮົາໂດຍພຣະຄຸນຂອງພຣະອົງ, ພຣະອົງພໍໃຈ Uka jalj uñjjattʼäta |
ໃນເວລາໂມງນັ້ນ ພຣະເຢຊູເຈົ້າຊົງມີຄວາມຊື່ນຊົມຍີນດີ ດ້ວຍພຣະວິນຍານບໍຣິສຸດເຈົ້າ ຈຶ່ງຊົງກ່າວວ່າ, “ຂ້າແດ່ພຣະບິດາເຈົ້າ ອົງເປັນອົງພຣະຜູ້ເປັນເຈົ້າຂອງສະຫວັນ ແລະແຜ່ນດິນໂລກ, ຂ້ານ້ອຍສັນລະເສີນພຣະອົງ ເພາະພຣະອົງໄດ້ຊົງປົກບັງສິ່ງເຫຼົ່ານີ້ໄວ້ ຈາກຜູ້ມີປັນຍາ ແລະຜູ້ສະຫລາດ, ແຕ່ໄດ້ຊົງສຳແດງໃຫ້ແກ່ພວກເດັກນ້ອຍຮູ້ ຂ້າແດ່ພຣະບິດາເຈົ້າ ພຣະອົງຊົງເຫັນຊອບດັ່ງນັ້ນ.”
ແຕ່ໂດຍພຣະຄຸນຂອງພຣະເຈົ້າ ເຮົາຈຶ່ງເປັນຢູ່ຢ່າງນີ້ ແລະພຣະຄຸນທີ່ພຣະອົງໄດ້ໂຜດໃຫ້ແກ່ເຮົານັ້ນ ກໍບໍ່ໄດ້ໄຮ້ປະໂຫຍດ, ກົງກັນຂ້າມ ເຮົາໄດ້ເຮັດການຢ່າງໜັກໜ່ວງຫຼາຍກວ່າບັນດາອັກຄະສາວົກຄົນອື່ນໆ ຕາມທີ່ຈິງແລ້ວບໍ່ແມ່ນເຮົາເອງເຮັດ ແຕ່ແມ່ນພຣະຄຸນຂອງພຣະເຈົ້າທີ່ສະຖິດຢູ່ກັບເຮົາທີ່ເຮັດ.