Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 1:12 - ພຣະຄຳພີສັກສິ

12 ດ້ວຍວ່າ, ເຮົາ​ບໍ່ໄດ້​ຮັບ​ຂ່າວປະເສີດ​ນັ້ນ​ຈາກ​ມະນຸດ ຫລື​ບໍ່ມີ​ມະນຸດ​ຄົນ​ໃດ​ສອນ​ເຮົາ ແຕ່​ເຮົາ​ໄດ້​ຮັບ​ຂ່າວປະເສີດ​ນັ້ນ​ໂດຍ​ພຣະເຢຊູ​ຄຣິດເຈົ້າ​ຊົງ​ສຳແດງ​ແກ່​ເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ເຮົາ​ບໍ່​ໄດ້ຮັບ​ຂ່າວປະເສີດ​ນີ້​ມາ​ຈາກ​ມະນຸດ​ຄົນໃດ ຫລື ເຮົາ​ບໍ່​ໄດ້​ຮັບ​ການສິດສອນ​ຂ່າວປະເສີດ​ນີ້, ແຕ່​ເຮົາ​ໄດ້​ຮັບ​ຂ່າວປະເສີດ​ໂດຍ​ການເປີດເຜີຍ​ຈາກ​ພຣະເຢຊູຄຣິດເຈົ້າ.

Uka jalj uñjjattʼäta Copia luraña




ຄາລາເຕຍ 1:12
9 Jak'a apnaqawi uñst'ayäwi  

ດ້ວຍວ່າ​ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ຮັບ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເຮົາ​ກໍ​ສົ່ງ​ຕໍ່​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ ຄື​ໃນ​ຄືນ​ທີ່​ຢູດາ​ໄດ້​ມອບ​ອົງ​ພຣະເຢຊູເຈົ້າ​ໄວ້​ນັ້ນ ພຣະອົງ​ໄດ້​ຈັບ​ເອົາ​ເຂົ້າຈີ່​ມາ.


ແຕ່​ວ່າ ພຣະເຈົ້າ​ໄດ້​ເປີດເຜີຍ​ຄວາມ​ເລິກລັບ​ຂອງ​ພຣະອົງ ແກ່​ພວກເຮົາ​ໂດຍ​ທາງ​ພຣະວິນຍານ. ແທ້ຈິງ​ແລ້ວ, ພຣະວິນຍານ​ຢັ່ງ​ຮູ້​ທຸກສິ່ງ ເຖິງ​ແມ່ນ​ເປັນ​ຄວາມ​ເລິກລັບ​ຂອງ​ພຣະເຈົ້າ.


ພວກເຈົ້າ​ຈົ່ງ​ພິຈາລະນາ​ເບິ່ງ​ສິ່ງ​ທີ່​ປາກົດ​ພາຍ​ນອກ ຖ້າ​ຜູ້ໃດ​ຕາຍ​ໃຈ​ເຊື່ອ​ວ່າ​ຕົນ​ເປັນ​ຄົນ​ຂອງ​ພຣະຄຣິດ ກໍ​ໃຫ້​ຜູ້ນັ້ນ​ຄຳນຶງ​ວ່າ ເໝືອນ​ດັ່ງ​ຕົນ​ເປັນ​ຄົນ​ຂອງ​ພຣະຄຣິດ ເຮົາ​ກໍ​ເປັນ​ຄົນ​ຂອງ​ພຣະຄຣິດ​ເໝືອນກັນ.


ເຮົາ​ຈຳເປັນ​ຕ້ອງ​ອວດ, ເຖິງ​ແມ່ນ​ວ່າ​ການ​ອວດ​ນັ້ນ ບໍ່​ເປັນ​ຜົນດີ​ຫຍັງ​ກໍຕາມ, ແຕ່​ບັດນີ້ ເຮົາ​ຈະ​ເວົ້າ​ເຖິງ​ນິມິດ ແລະ​ການ​ຊົງ​ສຳແດງ ຊຶ່ງ​ເຮົາ​ໄດ້​ຮັບ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.


ໂປໂລ​ຜູ້​ເປັນ​ອັກຄະສາວົກ (ບໍ່ແມ່ນ​ມະນຸດ​ແຕ່ງຕັ້ງ ຫລື​ມະນຸດ​ເປັນ​ຕົວແທນ​ແຕ່ງຕັ້ງ ແຕ່​ວ່າ​ພຣະເຢຊູ​ຄຣິດເຈົ້າ ແລະ​ພຣະບິດາເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ຄືນພຣະຊົນ​ໄດ້​ຊົງ​ແຕ່ງຕັ້ງ)


ທີ່​ຈະ​ໂຜດ​ສຳແດງ​ພຣະບຸດ​ຂອງ​ພຣະອົງ​ໃຫ້​ປາກົດ​ແກ່​ເຮົາ ເພື່ອ​ໃຫ້​ເຮົາ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ນັ້ນ ໃນ​ທ່າມກາງ​ພວກ​ຕ່າງຊາດ ເຮົາ​ບໍ່ໄດ້​ປຶກສາ​ກັນ​ກັບ​ມະນຸດ​ຄົນ​ໃດ,


ເຮົາ​ໄປ​ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ແກ່​ເຮົາ ເຮົາ​ໄດ້​ອະທິບາຍ​ເລື່ອງ​ຂ່າວປະເສີດ​ແກ່​ພວກເຂົາ ຊຶ່ງ​ເຮົາ​ໄດ້​ເຄີຍ​ປະກາດ​ແກ່​ຄົນຕ່າງຊາດ (ແຕ່​ຍັງ​ໄດ້​ເລົ່າ​ໃຫ້​ຄົນ​ສຳຄັນ​ຟັງ​ເປັນ​ການ​ສ່ວນຕົວ) ເພາະ​ຢ້ານ​ວ່າ​ເຮົາ​ກຳລັງ​ແລ່ນ​ແຂ່ງ​ກັນ ຫລື​ວ່າ​ໄດ້​ແລ່ນ​ແຂ່ງ​ແລ້ວ​ໂດຍ​ບໍ່ມີ​ປະໂຫຍດ.


ພຣະອົງ​ໄດ້​ເປີດເຜີຍ​ແຜນການ​ອັນ​ເລິກລັບ​ຂອງ​ພຣະອົງ​ໃຫ້​ຂ້າພະເຈົ້າ​ໄດ້​ຮູ້​ແຜນການ​ນັ້ນ. (ຕາມ​ທີ່​ຂ້າພະເຈົ້າ​ໄດ້​ຂຽນ​ໄວ້​ແລ້ວ ຢ່າງ​ຫຍໍ້ໆ​ກ່ຽວກັບ​ເລື່ອງ​ນີ້


ໃນ​ຂໍ້​ນີ້ ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ ພວກເຮົາ​ຜູ້​ຍັງ​ມີ​ຊີວິດ​ຢູ່ ແລະ​ຄອຍຖ້າ​ການ​ສະເດັດ​ມາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເຮົາ​ຈະ​ລ່ວງໜ້າ​ໄປ​ກ່ອນ​ພວກ​ຄົນ​ທີ່​ຫລັບໄປ​ແລ້ວ​ນັ້ນ​ກໍ​ບໍ່ໄດ້​ແທ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka