ເອຊະຣາ 9:4 - ພຣະຄຳພີສັກສິ4 ຂ້າພະເຈົ້ານັ່ງເປັນທຸກໃຈຢູ່ຈົນເຖິງເວລາຖວາຍເຄື່ອງບູຊາໃນຍາມແລງ ແລະປະຊາຊົນກໍມາອ້ອມຮອບຂ້າພະເຈົ້າ ຄືທຸກຄົນທີ່ຢ້ານຢຳໃນຖ້ອຍຄຳທີ່ພຣະເຈົ້າຂອງຊາດອິດສະຣາເອນກ່າວໄວ້ ກ່ຽວກັບການບາບຂອງພວກທີ່ໄດ້ກັບຄືນມາຈາກເປັນຊະເລີຍໃນຕ່າງຖິ່ນ. Uka jalj uñjjattʼäta |
ພາຍໃນສາມວັນ ຄືວັນທີຊາວຂອງເດືອນເກົ້າ ໃຫ້ຜູ້ຊາຍທຸກຄົນທີ່ຢູ່ໃນເຂດແດນຂອງເຜົ່າຢູດາແລະເບັນຢາມິນມາທ້ອນໂຮມກັນທີ່ເດີ່ນວິຫານຂອງພຣະເຈົ້າຢູ່ໃນນະຄອນເຢຣູຊາເລັມ. ມື້ນັ້ນຝົນຕົກໜັກ ຍ້ອນປາກົດການຂອງດິນຟ້າອາກາດ ແລະຄວາມສຳຄັນຂອງການປະຊຸມ ທຸກຄົນຈຶ່ງຕົກສະທ້ານຢ້ານກົວຈົນຕົວສັ່ນ.
ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວກ່າວ ພວກເຈົ້າຜູ້ທີ່ຢຳເກງແລະເຊື່ອຟັງພຣະອົງວ່າ: “ເພາະພວກເຈົ້າສັດຊື່ຕໍ່ເຮົາ ບາງຄົນໃນພວກເຈົ້າເອງຈະກຽດຊັງເຈົ້າ ແລະຈະບໍ່ຄົບຫາສະມາຄົມກັບເຈົ້າ. ພວກເຂົາຈະຫຍໍ້ຫຍັນເຈົ້າ ແລະເວົ້າວ່າ, ‘ຂໍໃຫ້ພຣະເຈົ້າຢາເວສຳແດງຄວາມຍິ່ງໃຫຍ່ຂອງພຣະອົງ ແລະຊ່ວຍເຈົ້າໃຫ້ພົ້ນສາ ເພື່ອວ່າພວກເຮົາຈະໄດ້ເຫັນເຈົ້າມີຄວາມສຸກ,’ ແຕ່ພວກເຂົາເອງຈະໄດ້ຮັບຄວາມອັບອາຍ