Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 9:2 - ພຣະຄຳພີສັກສິ

2 ຜູ້ຊາຍ​ຊາວຢິວ​ໄດ້​ແຕ່ງງານ​ກັບ​ພວກຜູ້ຍິງ​ຕ່າງຊາດ; ດັ່ງນັ້ນ ປະຊາຊົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ​ຈຶ່ງ​ກາຍເປັນ​ປະຊາຊົນ​ຜູ້​ບໍ່​ບໍຣິສຸດ. ບັນດາ​ຜູ້ນຳ ແລະ​ບັນດາ​ຂ້າຣາຊການ​ໄດ້​ເປັນ​ຕົວການ​ໃນ​ເລື່ອງນີ້.”

Uka jalj uñjjattʼäta Copia luraña




ເອຊະຣາ 9:2
24 Jak'a apnaqawi uñst'ayäwi  

ລູກຊາຍ​ທັງຫລາຍ​ຂອງ​ພຣະເຈົ້າ ທີ່​ເຫັນ​ວ່າ​ຍິງ​ສາວ​ເຫຼົ່ານີ້​ງາມ​ຫລາຍ. ສະນັ້ນ ຈຶ່ງ​ພາກັນ​ຫາ​ເລືອກ​ເອົາ​ເປັນ​ເມຍ​ຕາມ​ໃຈ​ມັກ.


ກະສັດ​ໂຊໂລໂມນ​ໄດ້​ເກີດ​ມີ​ຄວາມ​ຮັກ​ກັບ​ຍິງສາວ​ຊາວ​ຕ່າງຊາດ​ຫລາຍ​ຄົນ. ນອກຈາກ​ລູກສາວ​ຂອງ​ກະສັດ​ເອຢິບ​ແລ້ວ​ເພິ່ນ​ຍັງ​ມີ​ເມຍ​ຄົນ​ຮິດຕີ, ຄົນ​ໂມອາບ, ຄົນ​ອຳໂມນ, ຄົນ​ເອໂດມ ແລະ​ຄົນ​ຊີໂດນ.


ແລ້ວ​ເຊການີຢາ​ລູກຊາຍ​ຂອງ​ເຢຮີເອນ​ຈາກ​ຕະກຸນ​ເອລາມ ກໍ​ເວົ້າ​ກັບ​ເອຊະຣາ​ວ່າ, “ພວກ​ຂ້ານ້ອຍ​ຂາດ​ຄວາມເຊື່ອ​ໃນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ໂດຍ​ໄປ​ແຕ່ງງານ​ກັບ​ຜູ້ຍິງ​ຕ່າງຊາດ; ແຕ່​ເຖິງ​ຢ່າງ​ໃດ​ກໍດີ ຊາດ​ອິດສະຣາເອນ​ຍັງ​ມີ​ຄວາມຫວັງ​ຢູ່.


ພວກເພິ່ນ​ໄດ້​ບອກ​ວ່າ, ພວກ​ຂ້ານ້ອຍ​ບໍ່​ຕ້ອງ​ແຕ່ງງານ​ກັບ​ຄົນ​ເຫຼົ່ານີ້​ເລີຍ ແລະ​ຢ່າ​ຊ່ວຍ​ພວກເຂົາ​ໃຫ້​ຈະເລີນ ຫລື​ປະສົບ​ຄວາມ​ສຳເລັດ​ແຕ່​ຢ່າງໃດ ຖ້າ​ພວກ​ຂ້ານ້ອຍ​ຢາກ​ມີ​ຄວາມ​ຊົມຊື່ນ​ໃນ​ດິນແດນ ແລະ​ຢາກ​ໃຫ້​ດິນແດນ​ນີ້​ຕົກທອດ​ໄປ​ເຖິງ​ພວກ​ລູກຫລານ​ຕະຫລອດໄປ.


ດ້ວຍເຫດໃດ ພວກ​ຂ້ານ້ອຍ​ຈຶ່ງ​ບໍ່​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ອີກ ແລະ​ແຕ່ງງານ​ກັບ​ພວກ​ຄົນຊົ່ວຊ້າ​ເຫຼົ່ານີ້? ຖ້າ​ພວກ​ຂ້ານ້ອຍ​ເຮັດ​ລົງ​ໄປ ພຣະອົງ​ກໍ​ຈະ​ໂກດຮ້າຍ​ທີ່ສຸດ ຈົນ​ຈະ​ທຳລາຍ​ພວກ​ຂ້ານ້ອຍ​ຢ່າງ​ໝົດສິ້ນ​ໄດ້ ແລະ​ຈະ​ບໍ່​ໃຫ້​ຜູ້ໃດ​ລອດຊີວິດ​ຢູ່​ໄດ້.


ຂ້າພະເຈົ້າ​ໄດ້​ກ່າວ​ປະນາມ​ບັນດາ​ຜູ້ນຳ​ຊາວຢິວ ໂດຍ​ບອກ​ພວກເຂົາ​ວ່າ, “ເບິ່ງ​ຄວາມ​ຊົ່ວຊ້າ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ດູ ພວກເຈົ້າ​ກຳລັງ​ເຮັດ​ໃຫ້​ວັນ​ຊະບາໂຕ​ຂາດ​ຄວາມ​ສັກສິດ.


ໂຢອີອາດາ​ເປັນ​ລູກຊາຍ​ຂອງ​ມະຫາ​ປະໂຣຫິດ​ເອລີອາຊິບ, ແຕ່​ລູກຊາຍ​ຜູ້ໜຶ່ງ​ຂອງ​ໂຢອີອາດາ​ໄດ້​ແຕ່ງງານ​ກັບ​ລູກສາວ​ຂອງ​ສານບັນລັດ ຈາກ​ເມືອງ​ເບັດ​ໂຮໂຣນ; ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໃຫ້​ໂຢອີອາດາ ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ.


ແລະ​ເປັນ​ອານາຈັກ​ແຫ່ງ​ປະໂຣຫິດ​ທັງ​ເປັນ​ຊົນຊາດ​ບໍຣິສຸດ​ສຳລັບ​ເຮົາ.”


ພວກເຈົ້າ​ເປັນ​ປະຊາຊົນ​ບໍຣິສຸດ​ຂອງເຮົາ. ສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ຕ້ອງ​ກິນ​ຊີ້ນ​ສັດ​ໃດໆ​ທີ່​ຖືກ​ສັດປ່າ​ກັດ​ຕາຍ ຈົ່ງ​ຖິ້ມ​ໃຫ້​ໝາ​ກິນ​ເສຍ.


ລູກຊາຍ​ຂອງ​ພວກເຈົ້າ​ອາດ​ແຕ່ງງານ​ກັບ​ຍິງສາວ​ຊາວ​ຕ່າງດ້າວ​ເຫຼົ່ານັ້ນ ຊຶ່ງ​ອາດ​ພາ​ໃຫ້​ລູກຊາຍ​ຂອງ​ພວກເຈົ້າ​ບໍ່​ສັດຊື່​ຕໍ່​ເຮົາ ແລະ​ໜີໄປ​ຂາບໄຫວ້​ບັນດາ​ພະ​ຂອງ​ຄົນ​ເຫຼົ່ານັ້ນ​ກໍໄດ້.


ເຖິງ​ແມ່ນ​ວ່າ​ໜຶ່ງ​ໃນ​ສິບ​ຄົນ​ຈະ​ຍັງເຫລືອ​ຢູ່​ກໍຕາມ ເຂົາ​ກໍ​ຈະ​ຖືກ​ທຳລາຍ​ຄືກັນ ເຂົາ​ຈະ​ເປັນ​ດັ່ງ​ກົກ​ແປກ​ທີ່​ຖືກ​ຕັດ​ເຫຼືອ​ແຕ່​ຕໍ.” (ຕໍ​ນັ້ນ​ໝາຍເຖິງ​ການ​ເລີ່ມຕົ້ນໃໝ່​ຂອງ​ປະຊາຊົນ​ຂອງ​ພຣະເຈົ້າ.)


ບໍ່​ດັ່ງນັ້ນ ລູກຫລານ​ຂອງ​ພວກເຂົາ​ຜູ້​ທີ່​ຈະ​ຕ້ອງ​ບໍຣິສຸດ​ນັ້ນ ກໍ​ຈະ​ເປັນ​ມົນທິນ​ຕາມ​ກົດບັນຍັດ​ດ້ວຍ. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ໄດ້​ຕັ້ງ​ລາວ​ໄວ້​ຕ່າງຫາກ​ເພື່ອ​ເປັນ​ມະຫາ​ປະໂຣຫິດ.”


ປະຊາຊົນ​ຢູດາ​ໄດ້​ລະເມີດ​ພັນທະສັນຍາ​ທີ່​ມີ​ຕໍ່​ພຣະເຈົ້າ ແລະ​ໄດ້​ເຮັດ​ສິ່ງ​ອັນ​ໜ້າກຽດຊັງ​ໃນ​ນະຄອນ​ເຢຣູຊາເລັມ​ແລະ​ໃນ​ທົ່ວ​ປະເທດ. ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະວິຫານ​ທີ່​ພຣະເຈົ້າຢາເວ​ຮັກ​ນັ້ນ​ເປັນ​ມົນທິນ. ພວກ​ຜູ້ຊາຍ​ໄດ້​ແຕ່ງງານ​ກັບ​ພວກ​ແມ່ຍິງ ທີ່​ນັບຖື​ພະ​ຂອງ​ຊາວ​ຕ່າງຊາດ.


ພຣະເຈົ້າ​ບໍ່ໄດ້​ເຮັດ​ໃຫ້​ເຈົ້າ​ມີ​ເນື້ອກາຍ ແລະ​ມີ​ຈິດໃຈ​ເປັນ​ອັນໜຶ່ງ​ອັນ​ດຽວກັນ​ກັບ​ນາງ​ບໍ? ຄວາມປະສົງ​ຂອງ​ພຣະອົງ​ກ່ຽວກັບ​ເລື່ອງ​ນີ້​ແມ່ນ​ຫຍັງ? ກໍ​ເພື່ອ​ຢາກ​ໃຫ້​ພວກເຈົ້າ​ນັ້ນ​ມີ​ລູກ ທີ່​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ຢ່າງ​ແທ້ຈິງ. ດັ່ງນັ້ນ ຈົ່ງ​ໃຫ້​ແນ່ໃຈ​ວ່າ​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກເຈົ້າ ບໍ່ໄດ້​ລະເມີດ​ຄຳສັນຍາ​ທີ່​ມີ​ຕໍ່​ເມຍ​ຂອງຕົນ.


ເພາະວ່າ ຜົວ​ທີ່​ບໍ່​ເຊື່ອ ກໍໄດ້​ຮັບ​ການ​ຊຳລະ​ຍ້ອນ​ເມຍ​ຂອງຕົນ ແລະ​ເມຍ​ທີ່​ບໍ່​ເຊື່ອ​ກໍໄດ້​ຮັບ​ການ​ຊຳລະ​ຍ້ອນ​ຜົວ​ຂອງຕົນ ຖ້າບໍ່​ດັ່ງນັ້ນ ລູກ​ຂອງ​ພວກເຂົາ ກໍ​ຄົງ​ຈະ​ເປັນ​ດັ່ງ​ລູກ​ຂອງ​ຄົນ​ທີ່​ບໍ່​ບໍຣິສຸດ ແຕ່​ບັດນີ້ ລູກ​ນັ້ນ​ບໍຣິສຸດ​ແລ້ວ.


ຢ່າ​ຜູກພັນ​ກັບ​ຄົນ​ທີ່​ບໍ່​ເຊື່ອ​ໃນ​ຖານະ​ທີ່​ບໍ່​ສະເໝີ​ກັນ ເພາະວ່າ ຄວາມ​ຊອບທຳ​ຈະ​ມີ​ຫຸ້ນ​ສ່ວນ​ອັນ​ໃດ​ກັບ​ຄວາມ​ອະທຳ? ແລະ​ຄວາມ​ສະຫວ່າງ​ຈະ​ເຂົ້າ​ສະໜິດ​ກັບ​ຄວາມມືດ​ໄດ້​ຢ່າງ​ໃດ?


ພວກເຈົ້າ​ເປັນ​ພວກ​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ພຣະເຈົ້າຢາເວ​ໄດ້​ເລືອກ​ພວກເຈົ້າ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ​ຈາກ​ປະຊາຊາດ​ທົ່ວ​ເທິງ​ແຜ່ນດິນ​ໂລກ​ນີ້.”


ຈົ່ງ​ເຮັດ​ເຊັ່ນນີ້ ເພາະວ່າ​ພວກເຈົ້າ​ເປັນ​ພວກ​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າຈາກ​ໄດ້​ເລືອກ​ເອົາ​ພວກເຈົ້າ​ຈາກ​ຊົນຊາດ​ທັງໝົດ​ທົ່ວ​ເທິງ​ແຜ່ນດິນ​ໂລກ ມາ​ເປັນ​ຊົນຊາດ​ພິເສດ​ຂອງ​ພຣະອົງ.


ພວກເຂົາ​ພາກັນ​ໄປ​ຫາ​ປະຊາຊົນ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ​ທີ່​ດິນແດນ​ກີເລອາດ,


ຖ້າ​ພວກເຈົ້າ​ບໍ່​ສັດຊື່​ແລະ​ຮ່ວມມື​ກັບ​ຊົນຊາດ​ທັງຫລາຍ ທີ່​ເຫຼືອ​ຢູ່​ກັບ​ພວກເຈົ້າ​ແລະ​ແຕ່ງງານ​ກັບ​ພວກເຂົາ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka