Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 8:16 - ພຣະຄຳພີສັກສິ

16 ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໃຊ້​ຄົນ​ໄປ​ເອີ້ນ​ເອົາ​ຫົວໜ້າ​ເກົ້າ​ຄົນ​ມາ ດັ່ງນີ້: ເອລີເອເຊ, ອາຣີເອນ, ເຊມາອີຢາ, ເອນນາທານ, ຢາຣິບ, ເອນນາທານ, ນາທານ, ເຊກາຣີຢາ ແລະ​ເມຊຸນລຳ, ພ້ອມ​ທັງ​ຄູສອນ​ສອງ​ຄົນ​ຄື ໂຢອີອາຣິບ​ແລະ​ເອນນາທານ.

Uka jalj uñjjattʼäta Copia luraña




ເອຊະຣາ 8:16
16 Jak'a apnaqawi uñst'ayäwi  

ພຣະອົງ​ກ່າວ​ແກ່​ເພິ່ນ​ວ່າ, “ຍ້ອນ​ເຈົ້າ​ບໍ່ໄດ້​ຂໍ​ຊີວິດ​ຍືນຍາວ ບໍ່ໄດ້​ຂໍ​ຄວາມ​ຮັ່ງມີ ຫລື​ຂໍ​ຊີວິດ​ຂອງ​ເຫຼົ່າ​ສັດຕູ, ແຕ່​ເຈົ້າ​ຂໍ​ສະຕິປັນຍາ​ໃນ​ການ​ປົກຄອງ​ຢ່າງ​ເປັນທຳ


ຈາກ​ເຜົ່າ​ອິດຊາຄາ: ຫົວໜ້າ ສອງຮ້ອຍ​ຄົນ​ພ້ອມ​ທັງ​ທະຫານ​ທີ່​ຢູ່​ໃຕ້​ການ​ບັນຊາ​ຂອງ​ພວກເຂົາ (ບັນດາ​ຜູ້ນຳ​ເຫຼົ່ານີ້​ຮູ້​ວ່າ ຊາວ​ອິດສະຣາເອນ​ຄວນ​ຈະ​ເຮັດ​ຫຍັງ ແລະ​ເຮັດ​ເວລາ​ໃດ​ດີທີ່ສຸດ);


ເຊເລມີຢາ ຮັບ​ສະຫລາກ​ຖືກ​ປະຕູ​ດ້ານ​ຕາເວັນອອກ ແລະ​ເຊກາຣີຢາ​ລູກຊາຍ​ຂອງ​ເພິ່ນ ຜູ້​ໃຫ້​ຄຳ​ປຶກສາ​ທີ່​ດີ​ຕະຫລອດ​ມາ ກໍໄດ້​ຮັບ​ສະຫລາກ​ຖືກ​ປະຕູ​ດ້ານ​ເໜືອ.


ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ພຣະຜູ້​ສ້າງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ພຣະອົງ​ໄດ້​ໃຫ້​ກະສັດ​ດາວິດ​ມີ​ລູກຊາຍ​ທີ່​ສະຫລຽວ​ສະຫລາດ ເຕັມລົ້ນ​ດ້ວຍ​ຄວາມ​ເຂົ້າໃຈ​ແລະ​ຄວາມ​ສາມາດ ຊຶ່ງ​ບັດນີ້​ເປັນ​ຜູ້​ວາງແຜນ​ສ້າງ​ພຣະວິຫານ​ສຳລັບ​ພຣະເຈົ້າຢາເວ ແລະ​ທັງ​ສ້າງ​ວັງ​ສຳລັບ​ຕົນເອງ.


ຕະກຸນ​ຮາຣິມ: ມາອາເສອີຢາ, ເອລີຢາ, ເຊມາອີຢາ, ເຢຮີເອນ ແລະ​ອຸດຊີຢາ.


ເຊເລມີຢາ, ນາທານ, ອາດາອີຢາ,


ເອລີເຟເລັດ, ເຢອູເອນ ແລະ​ເຊມາອີຢາ, ຕະກຸນ​ອາໂດນີກຳ, ພ້ອມ​ທັງ​ພວກ​ຜູ້ຊາຍ 60 ຄົນ (ພວກ​ນີ້​ໄດ້​ກັບຄືນ​ມາ​ນຳ​ຫລັງ)


ຕໍ່ມາ ຂ້າພະເຈົ້າ​ກໍໄດ້​ຮວບຮວມ​ເອົາ​ຄົນ​ທັງໝົດ​ໄປ​ຢູ່​ໃກ້​ຫ້ວຍນໍ້າ ຊຶ່ງ​ໄຫລ​ໄປ​ສູ່​ເມືອງ​ອາຮາວາ ແລະ​ຕັ້ງ​ຄ້າຍພັກ​ຢູ່​ບ່ອນ​ນັ້ນ​ເປັນ​ເວລາ​ສາມ​ວັນ. ຂ້າພະເຈົ້າ​ໄດ້​ພົບ​ວ່າ​ມີ​ພວກ​ປະໂຣຫິດ​ຢູ່​ໃນ​ທ່າມກາງ​ພວກ​ນີ້ ແຕ່​ບໍ່ມີ​ຊາວ​ເລວີ.


ຂ້າພະເຈົ້າ​ໄດ້​ສົ່ງ​ພວກ​ເຫຼົ່ານີ້​ໄປ​ຫາ​ອິດໂດ ຫົວໜ້າ​ຊຸມນຸມ​ຂອງ​ປະຊາຊົນ​ທີ່ ກາສີຟີອາ ເພື່ອ​ຂໍ​ໃຫ້​ລາວ​ກັບ​ພວກ​ຜູ້​ຮ່ວມງານ​ຂອງ​ລາວ ຄື​ຄົນ​ທີ່​ເຮັດ​ວຽກ​ຢູ່​ໃນ​ວິຫານ​ໃຫ້​ສົ່ງ​ຄົນ​ມາ​ຮັບໃຊ້​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ເຮົາ.


ດ້ວຍ​ພຣະຄຸນ​ຂອງ​ພຣະເຈົ້າ ພວກເຂົາ​ໄດ້​ສົ່ງ​ເຊເຣບີຢາ ຜູ້​ທີ່​ມີ​ຄວາມ​ສາມາດ ມາ​ໃຫ້​ຂ້າພະເຈົ້າ ລາວ​ເປັນ​ຄົນເລວີ​ຈາກ​ຕະກຸນ​ເມຣາຣີ; ພວກ​ລູກຊາຍ​ແລະ​ອ້າຍ​ນ້ອງ​ຂອງ​ລາວ​ທັງໝົດ​ສິບແປດ​ຄົນ​ກໍ​ມາ​ນຳ​ດ້ວຍ.


ແມ່ນ​ພຣະເຈົ້າຢາເວ​ທີ່​ເປັນ​ຜູ້​ໂຜດ​ໃຫ້​ປັນຍາ, ຄວາມຮູ້ ແລະ​ຄວາມ​ເຂົ້າໃຈ​ແມ່ນ​ມາ​ຈາກ​ພຣະອົງ.


ຄວາມຄິດ​ຄົນ​ນັ້ນ​ເປັນ​ຄື​ນໍ້າ​ໃນ​ສ້າງເລິກ ຜູ້​ທີ່​ຮູ້ແຈ້ງເຫັນຈິງ​ເທົ່ານັ້ນ​ຈຶ່ງ​ສາມາດ​ຢັ່ງເຖິງ.


ເມື່ອ​ປະເທດ​ຊາດ​ເຮັດ​ບາບ ກໍ​ຈະ​ມີ​ຜູ້ປົກຄອງ​ຄົນ​ໃໝ່​ແລ້ວ​ຄົນ​ໃໝ່​ອີກ​ຕໍ່ໄປ. ແຕ່​ປະເທດ​ຊາດ​ຈະ​ເຂັ້ມແຂງ​ແລະ​ໝັ້ນຄົງ ເມື່ອ​ມີ​ຜູ້ນຳ​ທີ່​ສະຫລາດ​ແລະ​ຢັ່ງຮູ້.


ພຣະອົງ​ບັງຄັບ​ເວລາ​ແລະ​ລະດູການ ພຣະອົງ​ແຕ່ງຕັ້ງ​ກະສັດ​ແລະ​ປົດ​ກະສັດ​ລົງ; ແມ່ນ​ພຣະອົງ​ທີ່​ເປັນ​ຜູ້​ໂຜດ​ປະທານ ປັນຍາ​ແລະ​ຄວາມ​ເຂົ້າໃຈ​ໃຫ້​ແກ່​ມະນຸດ.


ຈົ່ງ​ຄິດ​ຕຶກຕອງ​ຂໍ້ຄວາມ​ທີ່​ເຮົາ​ເວົ້າ​ນັ້ນ​ໃຫ້​ຖີ່ຖ້ວນ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ປະທານ​ໃຫ້​ເຈົ້າ​ເຂົ້າໃຈ​ໃນ​ທຸກສິ່ງ.


ເຮົາ​ທັງຫລາຍ​ຮູ້​ວ່າ ພຣະບຸດ​ຂອງ​ພຣະເຈົ້າ​ສະເດັດ​ມາ ແລະ​ໄດ້​ຊົງ​ໂຜດ​ປະທານ​ສະຕິປັນຍາ​ໃຫ້​ແກ່​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະ​ຜູ້​ຊົງ​ທ່ຽງແທ້ ແລະ​ເຮົາ​ທັງຫລາຍ​ຢູ່​ໃນ​ພຣະ​ຜູ້​ຊົງ​ທ່ຽງແທ້​ນັ້ນ ຄື​ໃນ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ, ນີ້ແຫລະ ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ເປັນ​ຊີວິດ​ນິຣັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka