Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 8:1 - ພຣະຄຳພີສັກສິ

1 ຕໍ່ໄປນີ້​ແມ່ນ​ລາຍຊື່​ຫົວໜ້າ​ຂອງ​ຕະກຸນ​ຕ່າງໆ ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ບາບີໂລນ, ແຕ່​ໄດ້​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ນຳ​ເອຊະຣາ ໃນ​ຄາວ​ທີ່​ກະສັດ​ອາກຕາເຊເຊັດ​ເປັນ​ຈັກກະພັດ​ຄື:

Uka jalj uñjjattʼäta Copia luraña




ເອຊະຣາ 8:1
16 Jak'a apnaqawi uñst'ayäwi  

ຫົວໜ້າ​ຂອງ​ແຕ່ລະ​ຄອບຄົວ ແລະ​ນ້ອງຊາຍ​ຂອງ​ພວກເຂົາ​ກໍ​ເໝືອນກັນ ໄດ້​ໃຊ້​ສະຫລາກ​ເລືອກ​ເອົາ​ໜ້າທີ່ ຊຶ່ງ​ໄດ້​ຖືກ​ມອບໝາຍ​ໃຫ້ ເໝືອນກັນ​ກັບ​ຍາດຕິພີ່ນ້ອງ​ຂອງ​ພວກເຂົາ​ຄື​ບັນດາ​ປະໂຣຫິດ ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ​ໄດ້​ປະຕິບັດ​ຕໍ່ໜ້າ​ກະສັດ​ດາວິດ, ຊາດົກ, ອາຮີເມເຫຼັກ ແລະ​ບັນດາ​ຫົວໜ້າ​ຄອບຄົວ​ຂອງ​ປະໂຣຫິດ​ແລະ​ຂອງ​ຊາວ​ເລວີ ຕ່າງ​ກໍໄດ້​ຮູ້​ເຫັນ​ເປັນ​ພະຍານ​ນຳ.


ກະສັດ​ດາວິດ​ໄດ້​ເລືອກເອົາ​ບັນດາ​ຫົວໜ້າ​ຄອບຄົວ​ທີ່​ເກັ່ງກ້າ​ຈາກ​ພີ່ນ້ອງ​ຂອງ​ເຢຣິຢາ ສອງພັນ​ເຈັດຮ້ອຍ​ຄົນ ເພື່ອ​ໃຫ້​ເຮັດ​ໜ້າທີ່​ບໍລິຫານ​ທາງ​ດ້ານ​ກິດຈະການ​ຂອງ​ພຣະເຈົ້າ ແລະ​ດ້ານ​ພົນລະເຮືອນ​ທ່າມກາງ​ຊາວ​ອິດສະຣາເອນ​ທີ່​ທາງ​ຝັ່ງ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ເຊັ່ນ: ໃນ​ເຂດແດນ​ຕ່າງໆ​ຂອງ​ຣູເບັນ, ກາດ ແລະ​ມານາເຊ​ເຄິ່ງເຜົ່າ​ຕາເວັນອອກ.


ແລະ​ບ້ານ​ທັງຫລາຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ໄກ​ໄປ​ຈົນເຖິງ​ທິດ​ຕາເວັນຕົກ​ສ່ຽງໃຕ້​ຂອງ​ເມືອງ​ບາອາລາດ. ນີ້ແຫລະ ຄື​ການ​ບັນທຶກ​ສຳມະໂນຄົວ​ແລະ​ບ່ອນຕ່າງໆ​ທີ່​ພວກເຂົາ​ອາໄສ​ຢູ່.


ຊາວ​ອິດສະຣາເອນ​ທັງໝົດ​ທີ່​ຂຶ້ນທະບຽນ​ລາຍຊື່​ຂອງຕົນ​ຕາມ​ຄອບຄົວ​ຕ່າງໆ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ ຕາມ​ການ​ແຈ້ງ​ໃຫ້​ຊາບ​ນີ້. ຊາວ​ຢູດາ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ນະຄອນ​ບາບີໂລນ​ເປັນ​ການ​ລົງໂທດ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ.


ພວກ​ຜູ້ຊາຍ​ທີ່​ໄດ້​ກ່າວ​ຊື່​ມາ​ນັ້ນ​ແມ່ນ​ຫົວໜ້າ​ຄອບຄົວ​ຊາວ​ເລວີ​ທັງຫລາຍ ຕາມ​ເຊື້ອສາຍ​ບັນພະບຸລຸດ​ຂອງ​ພວກເຂົາ. ພວກເຂົາ​ເປັນ​ຜູ້ນຳ​ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.


ໃນ​ກອງທັບ​ມີ​ນາຍ​ທະຫານ​ບັນຊາການ​ທັງໝົດ​ສອງພັນ​ຫົກຮ້ອຍ​ຄົນ.


ແລ້ວ​ຫົວໜ້າ​ຕະກຸນ​ຕ່າງໆ​ໃນ​ເຜົ່າຢູດາ ແລະ ເຜົ່າ​ເບັນຢາມິນ, ບັນດາ​ປະໂຣຫິດ ແລະ ຊາວ​ເລວີ, ພ້ອມ​ທັງ​ຄົນອື່ນໆ​ທີ່​ພຣະເຈົ້າ​ດົນໃຈ ຕ່າງ​ກໍໄດ້​ຕຽມຕົວ​ເພື່ອ​ກັບ​ໄປ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ເຢຣູຊາເລັມ.


ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເຊຣຸບບາເບນ, ເຢຊູອາ, ເນເຫມີຢາ, ເສຣາອີຢາ, ເຣເອລາອີຢາ, ມໍເດໄກ, ບິນຊານ, ມີຊະປາ, ບິກໄຫວ, ເຣຫຸມ ແລະ​ບາອານາ. ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ຕະກຸນ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ພ້ອມ​ທັງ​ຈຳນວນ​ຄົນ​ຂອງ​ແຕ່ລະ​ຕະກຸນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ:


ປາຣົດ - 2.172 ຄົນ


ບັດນີ້ ເຮົາ​ໄດ້​ອອກ​ຄຳສັ່ງ​ທົ່ວ​ອານາຈັກ ໃຫ້​ປະຊາຊົນ​ອິດສະຣາເອນ​ທຸກຄົນ, ບັນດາ​ປະໂຣຫິດ ແລະ​ຊາວ​ເລວີ​ຜູ້​ມີ​ໃຈ​ປາຖະໜາ​ຢາກ​ຈະ​ກັບໄປ​ທີ່​ນະຄອນ​ເຢຣູຊາເລັມ ໃຫ້​ໄປ​ນຳ​ທ່ານ​ໄດ້.


ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ, ຂ້ານ້ອຍ​ຈຶ່ງ​ໄດ້​ຮັບ​ຄວາມ​ກະລຸນາ​ຈາກ​ກະສັດ, ຈາກ​ບັນດາ​ທີ່ປຶກສາ​ຂອງ​ເພິ່ນ ແລະ​ຈາກ​ບັນດາ​ຂ້າຣາຊການ​ຜູ້​ມີ​ອຳນາດ​ທຸກຄົນ​ຂອງ​ເພິ່ນ; ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ໄດ້​ໃຫ້​ຂ້ານ້ອຍ​ມີ​ຄວາມ​ກ້າຫານ ແລະ​ຂ້ານ້ອຍ​ຈຶ່ງ​ສາມາດ​ຊັກຊວນ​ເອົາ​ຫົວໜ້າ​ຕະກຸນ​ຕ່າງໆ ຂອງ​ຊາດ​ອິດສະຣາເອນ​ຫລາຍ​ຄົນ​ໃຫ້​ກັບຄືນ​ມາ​ດ້ວຍກັນ​ກັບ​ຂ້ານ້ອຍ.”


ເອຊະຣາ​ເປັນ​ຜູ້​ຮອບຮູ້​ດ້ານ​ກົດບັນຍັດ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ມອບ​ໃຫ້​ໂມເຊ. ຍ້ອນ​ເອຊະຣາ​ເປັນ​ຜູ້​ມີ​ພຣະພອນ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເພິ່ນ ກະສັດ​ຈຶ່ງ​ໃຫ້​ທຸກສິ່ງ​ຕາມ​ທີ່​ລາວ​ຂໍຮ້ອງ. ໃນ​ຣາຊການ​ປີ​ທີ​ເຈັດ​ຂອງ​ກະສັດ​ອາກຕາເຊເຊັດ ເອຊະຣາ​ໄດ້​ເດີນທາງ​ຈາກ​ບາບີໂລນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ພ້ອມ​ທັງ​ຊາວ​ອິດສະຣາເອນ​ພວກ​ໜຶ່ງ ທີ່​ປະກອບ​ດ້ວຍ​ບັນດາ​ປະໂຣຫິດ​ຊາວ​ເລວີ, ພວກ​ນັກດົນຕຼີ​ປະຈຳ​ວິຫານ, ພວກ​ເຝົ້າຍາມ​ພຣະວິຫານ ແລະ​ພວກ​ຄົນງານ.


ເກໂຊມ, ຕະກຸນ​ຟີເນຮາ ດານີເອນ, ຕະກຸນ​ອີທາມາ ຮັດຕຸຊະ​ລູກຊາຍ​ຂອງ​ເຊການີຢາ, ຕະກຸນ​ດາວິດ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka