Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 7:8 - ພຣະຄຳພີສັກສິ

8-9 ພວກເຂົາ​ໄດ້​ຈາກ​ບາບີໂລນ​ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ໜຶ່ງ ແລະ​ດ້ວຍ​ຄວາມ​ຊ່ວຍເຫລືອ​ຂອງ​ພຣະເຈົ້າ ພວກເຂົາ​ໄດ້​ມາຮອດ​ນະຄອນ​ເຢຣູຊາເລັມ ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ຫ້າ​ໃນ​ປີ​ທີ​ເຈັດ​ຂອງ​ກະສັດ​ນັ້ນ.

Uka jalj uñjjattʼäta Copia luraña




ເອຊະຣາ 7:8
7 Jak'a apnaqawi uñst'ayäwi  

ພາຍ​ໃນ​ສາມ​ວັນ ຄື​ວັນ​ທີ​ຊາວ​ຂອງ​ເດືອນ​ເກົ້າ ໃຫ້​ຜູ້ຊາຍ​ທຸກຄົນ​ທີ່​ຢູ່​ໃນ​ເຂດແດນ​ຂອງ​ເຜົ່າ​ຢູດາ​ແລະ​ເບັນຢາມິນ​ມາ​ທ້ອນໂຮມກັນ​ທີ່​ເດີ່ນ​ວິຫານ​ຂອງ​ພຣະເຈົ້າ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. ມື້​ນັ້ນ​ຝົນ​ຕົກ​ໜັກ ຍ້ອນ​ປາກົດການ​ຂອງ​ດິນຟ້າ​ອາກາດ ແລະ​ຄວາມ​ສຳຄັນ​ຂອງ​ການ​ປະຊຸມ ທຸກຄົນ​ຈຶ່ງ​ຕົກ​ສະທ້ານ​ຢ້ານກົວ​ຈົນ​ຕົວສັ່ນ.


ເມື່ອ​ພວກເຮົາ​ໄປ​ເຖິງ​ນະຄອນ​ເຢຣູຊາເລັມ​ແລ້ວ ກໍໄດ້​ພັກ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສາມ​ວັນ.


ພວກ​ຂ້ານ້ອຍ​ໄດ້​ເປັນ​ທາດຮັບໃຊ້, ແຕ່​ພຣະເຈົ້າ​ບໍ່ໄດ້​ປ່ອຍ​ໃຫ້​ພວກ​ຂ້ານ້ອຍ​ເປັນ​ທາດຮັບໃຊ້​ຕໍ່ໄປ. ພຣະອົງ​ໄດ້​ເຮັດ​ໃຫ້​ບັນດາ​ຈັກກະພັດ​ແຫ່ງ​ເປີເຊຍ​ພໍໃຈ​ໃນ​ພວກ​ຂ້ານ້ອຍ ແລະ​ໃຫ້​ພວກເພິ່ນ​ອະນຸຍາດ​ແກ່​ພວກ​ຂ້ານ້ອຍ​ມີ​ຊີວິດ​ຢູ່​ຕໍ່ໄປ ເພື່ອ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່ ຊຶ່ງ​ແຕ່​ກ່ອນ​ເປັນ​ບ່ອນ​ທີ່​ຮົກຮ້າງ​ເພພັງ ແລະ​ໃຫ້​ພວກ​ຂ້ານ້ອຍ​ອາໄສ​ຢູ່​ໃນ​ແຂວງ​ຢູດາຍ ແລະ​ໃນ​ນະຄອນ​ເຢຣູຊາເລັມ​ຢ່າງ​ປອດໄພ.


ສະນັ້ນ ໃນ​ຣາຊການ​ປີ​ທີ​ເຈັດ​ຂອງ​ກະສັດ​ເຊເຊັດ ໃນ​ເດືອນ​ທີ​ສິບ​ອັນ​ກົງ​ກັບ​ເດືອນ​ເຕເບັດ ນາງ​ເອສະເທີ​ກໍໄດ້​ຖືກ​ນຳ​ຕົວ​ເຂົ້າ​ໄປ​ໃນ​ວັງ​ເພື່ອ​ພົບ​ກະສັດ.


ອັນ​ນີ້​ແມ່ນ​ສິ່ງ​ທີ່​ເຈົ້າ​ຕ້ອງ​ຮູ້​ແລະ​ເຂົ້າໃຈ: ນັບ​ຕັ້ງແຕ່​ເວລາ​ອອກ​ຄຳສັ່ງ​ໃຫ້​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ຈົນເຖິງ​ພຣະເຈົ້າ​ເລືອກເອົາ​ຜູ້ນຳ​ຂຶ້ນ​ມາ ເຈັດ​ອາທິດ​ແລະ​ຫົກສິບສອງ​ອາທິດ ນະຄອນ​ເຢຣູຊາເລັມ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ຢ່າງ​ເຂັ້ມແຂງ​ພ້ອມ​ດ້ວຍ​ຖະໜົນ​ຫົນທາງ ແລະ​ປ້ອມ​ປ້ອງກັນ​ເມືອງ, ແຕ່​ມັນ​ຈະ​ເປັນ​ເວລາ​ແຫ່ງ​ຄວາມ​ລຳບາກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka