ເອຊະຣາ 7:6 - ພຣະຄຳພີສັກສິ6-7 ເອຊະຣາເປັນຜູ້ຮອບຮູ້ດ້ານກົດບັນຍັດ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ມອບໃຫ້ໂມເຊ. ຍ້ອນເອຊະຣາເປັນຜູ້ມີພຣະພອນຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ກະສັດຈຶ່ງໃຫ້ທຸກສິ່ງຕາມທີ່ລາວຂໍຮ້ອງ. ໃນຣາຊການປີທີເຈັດຂອງກະສັດອາກຕາເຊເຊັດ ເອຊະຣາໄດ້ເດີນທາງຈາກບາບີໂລນມາສູ່ນະຄອນເຢຣູຊາເລັມ ພ້ອມທັງຊາວອິດສະຣາເອນພວກໜຶ່ງ ທີ່ປະກອບດ້ວຍບັນດາປະໂຣຫິດຊາວເລວີ, ພວກນັກດົນຕຼີປະຈຳວິຫານ, ພວກເຝົ້າຍາມພຣະວິຫານ ແລະພວກຄົນງານ. Uka jalj uñjjattʼäta |
ໂດຍພຣະຄຸນຂອງພຣະເຈົ້າ, ຂ້ານ້ອຍຈຶ່ງໄດ້ຮັບຄວາມກະລຸນາຈາກກະສັດ, ຈາກບັນດາທີ່ປຶກສາຂອງເພິ່ນ ແລະຈາກບັນດາຂ້າຣາຊການຜູ້ມີອຳນາດທຸກຄົນຂອງເພິ່ນ; ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍໄດ້ໃຫ້ຂ້ານ້ອຍມີຄວາມກ້າຫານ ແລະຂ້ານ້ອຍຈຶ່ງສາມາດຊັກຊວນເອົາຫົວໜ້າຕະກຸນຕ່າງໆ ຂອງຊາດອິດສະຣາເອນຫລາຍຄົນໃຫ້ກັບຄືນມາດ້ວຍກັນກັບຂ້ານ້ອຍ.”
ຂ້າພະເຈົ້າຍັງຂໍຮ້ອງເພິ່ນໃຫ້ຂຽນຈົດໝາຍໄປຫາອາສັບ ຜູ້ຮັກສາປ່າໄມ້ຂອງກະສັດ ໂດຍແນະນຳເພິ່ນໃຫ້ຈັດຫາໄມ້ ສຳລັບສ້າງປະຕູປ້ອມທີ່ຮັກສາພຣະວິຫານ, ສຳລັບສ້າງກຳແພງເມືອງ ແລະສຳລັບສ້າງເຮືອນທີ່ຂ້າພະເຈົ້າຈະຢູ່ດ້ວຍ. ກະສັດກໍໄດ້ອະນຸຍາດໃຫ້ທຸກສິ່ງ ຕາມທີ່ຂ້າພະເຈົ້າຂໍຮ້ອງ ເພາະພຣະເຈົ້າສະຖິດຢູ່ນຳຂ້າພະເຈົ້າ.
ເມື່ອເຖິງເດືອນທີເຈັດ ປະຊາຊົນອິດສະຣາເອນກໍໄດ້ຕັ້ງຖິ່ນຖານ ຢູ່ຕາມບ້ານເກີດເມືອງນອນຂອງຕົນໝົດທຸກຄົນ. ໃນວັນທີໜຶ່ງຂອງເດືອນນັ້ນ ພວກເຂົາທັງໝົດໄດ້ມາເຕົ້າໂຮມກັນຢູ່ທີ່ນະຄອນເຢຣູຊາເລັມ ຄືທີ່ສີ່ແຍກກາງເມືອງຢູ່ຕໍ່ໜ້າປະຕູນໍ້າ. ພວກເຂົາຂໍຮ້ອງເອຊະຣາ ຜູ້ທີ່ເປັນປະໂຣຫິດ ແລະເປັນນັກຮຽນຮູ້ດ້ານກົດບັນຍັດ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ແກ່ປະຊາຊົນອິດສະຣາເອນຜ່ານທາງໂມເຊ ນຳໜັງສືກົດບັນຍັດອອກມາ.
ເອຊະຣາຢືນຢູ່ເທິງເວທີທີ່ເຮັດດ້ວຍໄມ້ ຊຶ່ງພວກເຂົາສ້າງຂຶ້ນສຳລັບໂອກາດນີ້ໂດຍສະເພາະ. ພວກທີ່ຢືນຢູ່ຂ້າງຂວາຂອງເພິ່ນມີດັ່ງນີ້: ມັດຕີທີຢາ, ເຊມາ, ອານາອີຢາ, ອູຣິຢາ, ຮິນກີຢາ ແລະມາອາເສອີຢາ ແລະພວກທີ່ຢືນຢູ່ຂ້າງຊ້າຍຂອງເພິ່ນມີດັ່ງນີ້: ເປດາອີຢາ, ມີຊາເອນ, ມັນກີຢາ, ຮາຊຸມ, ຮັດຊະບັດດານາ, ເຊກາຣີຢາ ແລະເມຊຸນລຳ.
ເມື່ອພວກເຂົາໄດ້ຍິນຂໍ້ຄວາມທີ່ກົດບັນຍັດນັ້ນຮຽກຮ້ອງໃຫ້ເຮັດ ຕ່າງກໍຮູ້ສຶກຕື້ນຕັນໃຈ ແລະຮ້ອງໄຫ້ຂຶ້ນ. ສະນັ້ນ ເນເຫມີຢາຜູ້ທີ່ເປັນຜູ້ປົກຄອງ ແລະເອຊະຣາຜູ້ທີ່ເປັນທັງປະໂຣຫິດ ແລະເປັນນັກຮຽນຮູ້ດ້ານກົດບັນຍັດຕະຫລອດທັງຄົນເລວີທີ່ເປັນຜູ້ອະທິບາຍກົດບັນຍັດ ຈຶ່ງບອກປະຊາຊົນທັງໝົດວ່າ, “ວັນນີ້ເປັນວັນສັກສິດສຳລັບພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານ; ສະນັ້ນ ຈຶ່ງບໍ່ສົມຄວນທີ່ພວກທ່ານຈະໄວ້ທຸກ ຫລືຮ້ອງໄຫ້.
ເປັນຫຍັງປະຊາຊົນຂອງເຮົາຈຶ່ງບໍ່ຍອມຕອບນໍ ເມື່ອເຮົາມາຊ່ວຍກູ້ເອົາພວກເຂົາເຈົ້າ. ເມື່ອເຮົາເອີ້ນຫາ ເປັນຫຍັງພວກເຂົາຈຶ່ງບໍ່ຕອບນໍ? ຫລືວ່າເຮົາອ່ອນແອຫຼາຍທີ່ຈະຊ່ວຍໃຫ້ພົ້ນ? ເຮົາສັ່ງຄຳດຽວເທົ່ານັ້ນ ນໍ້າໃນທະເລກໍແຫ້ງລົງ ແລະແມ່ນໍ້ານັ້ນກໍກາຍເປັນຖິ່ນແຫ້ງແລ້ງ ແລ້ວຝູງປາໃນແມ່ນໍ້ານັ້ນກໍຈະຕາຍໄປ ຍ້ອນນໍ້າໃນລຳທານບໍ່ມີເສຍແລ້ວ.