ເອຊະຣາ 7:5 - ພຣະຄຳພີສັກສິ5 ບຸກກີເປັນລູກຊາຍຂອງອາບີຊູອາ, ອາບີຊູອາເປັນລູກຊາຍຂອງຟີເນຮາ, ຟີເນຮາເປັນລູກຊາຍຂອງເອເລອາຊາ, ເອເລອາຊາເປັນລູກຊາຍຂອງອາໂຣນ. Uka jalj uñjjattʼäta |
ມະຫາປະໂຣຫິດອາມາຣີຢາຈະມີອຳນາດສູງສຸດໃນທຸກໆຄະດີ ກ່ຽວກັບກິດຈະການວຽກງານຂອງພຣະເຈົ້າຢາເວ ແລະເຊບາດີຢາລູກຊາຍຂອງອິດຊະມາເອນ ທີ່ເປັນຜູ້ປົກຄອງຂອງຢູດາຍ ຈະມີອຳນາດເດັດຂາດກ່ຽວກັບຄະດີດ້ານພົນລະເຮືອນ. ຊາວເລວີຕ້ອງຮັບຜິດຊອບເບິ່ງວ່າ ຄຳຕັດສິນຂອງສານນັ້ນໄດ້ຖືກປະຕິບັດຕາມຫລືບໍ່. ຈົ່ງກ້າຫານແລະເຮັດຕາມຄຳແນະນຳເຫຼົ່ານີ້ ແລະຂໍໃຫ້ພຣະເຈົ້າຢາເວສະຖິດນຳຝ່າຍທີ່ຖືກຕ້ອງ.”
ເອຊະຣາເປັນຜູ້ຮອບຮູ້ດ້ານກົດບັນຍັດ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ມອບໃຫ້ໂມເຊ. ຍ້ອນເອຊະຣາເປັນຜູ້ມີພຣະພອນຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ກະສັດຈຶ່ງໃຫ້ທຸກສິ່ງຕາມທີ່ລາວຂໍຮ້ອງ. ໃນຣາຊການປີທີເຈັດຂອງກະສັດອາກຕາເຊເຊັດ ເອຊະຣາໄດ້ເດີນທາງຈາກບາບີໂລນມາສູ່ນະຄອນເຢຣູຊາເລັມ ພ້ອມທັງຊາວອິດສະຣາເອນພວກໜຶ່ງ ທີ່ປະກອບດ້ວຍບັນດາປະໂຣຫິດຊາວເລວີ, ພວກນັກດົນຕຼີປະຈຳວິຫານ, ພວກເຝົ້າຍາມພຣະວິຫານ ແລະພວກຄົນງານ.
ຕໍ່ມາ ໂມເຊໄດ້ກ່າວກັບອາໂຣນ ແລະເອເລອາຊາແລະອີທາມາ ລູກຊາຍຂອງອາໂຣນວ່າ, “ຢ່າປ່ອຍຜົມໃຫ້ຫຍຸ້ງຫລືຈີກເຄື່ອງນຸ່ງຫົ່ມ ເພື່ອສະແດງວ່າພວກເຈົ້າກຳລັງໄວ້ທຸກ. ຖ້າພວກເຈົ້າເຮັດ ພວກເຈົ້າກໍຈະຕາຍ ແລະພຣະເຈົ້າຢາເວຈະໂກດຮ້າຍ ແລະລົງໂທດຊຸມຊົນທັງໝົດນີ້. ແຕ່ໃຫ້ພີ່ນ້ອງຊາວອິດສະຣາເອນຄົນອື່ນໆພາກັນໄວ້ທຸກ ຍ້ອນການຕາຍດ້ວຍໄຟທີ່ພຣະເຈົ້າຢາເວໄດ້ສົ່ງມາ.