Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 7:16 - ພຣະຄຳພີສັກສິ

16 ສ່ວນ​ເງິນ​ແລະ​ຄຳ​ທັງໝົດ​ທີ່​ທ່ານ​ຮວບຮວມ​ມາ​ໄດ້​ຈາກ​ທົ່ວ​ແຂວງ​ບາບີໂລນ ແລະ​ເຄື່ອງ​ຖວາຍ​ຊຶ່ງ​ຊາວ​ອິດສະຣາເອນ ແລະ​ບັນດາ​ປະໂຣຫິດ​ຂອງ​ພວກເຂົາ ໄດ້​ຖວາຍ​ແກ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ​ທີ່​ນະຄອນ​ເຢຣູຊາເລັມ​ນັ້ນ ກໍ​ໃຫ້​ທ່ານ​ເອົາ​ໄປ​ນຳ​ຄືກັນ.

Uka jalj uñjjattʼäta Copia luraña




ເອຊະຣາ 7:16
13 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ທົດສອບ​ເບິ່ງ​ຈິດໃຈ​ຂອງ​ມະນຸດ​ທຸກຄົນ ແລະ​ພໍໃຈ​ກັບ​ປະຊາຊົນ​ທີ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ. ຂ້ານ້ອຍ​ຂໍ​ມອບ​ສິ່ງ​ທັງໝົດ​ນີ້​ໃຫ້​ພຣະອົງ​ດ້ວຍ​ໃຈ​ເຫລື້ອມໃສ​ສັດທາ ແລະ​ຂ້ານ້ອຍ​ເຫັນ​ວ່າ​ປະຊາຊົນ​ທີ່​ມາ​ເຕົ້າໂຮມ​ກັນ​ທີ່​ນີ້ ພວກເຂົາ​ມີ​ຄວາມ​ສຸກໃຈ​ຫລາຍ​ສໍ່າໃດ ທີ່​ໄດ້​ນຳ​ເອົາ​ເຄື່ອງຂອງ​ມາ​ຖວາຍ​ແກ່​ພຣະອົງ.


ແລ້ວ​ບັນດາ​ຫົວໜ້າ​ຕະກຸນ​ຕ່າງໆ, ບັນດາ​ເຈົ້າໜ້າທີ່​ຂອງ​ເຜົ່າ​ຕ່າງໆ, ບັນດາ​ຜູ້​ບັນຊາການ​ກອງທັບ ແລະ​ບັນດາ​ຜູ້​ບໍລິຫານ​ຊັບສົມບັດ​ຂອງ​ກະສັດ ກໍໄດ້​ສະໝັກ​ໃຈ​ຖວາຍ​ສິ່ງຂອງ​ເພື່ອ​ວຽກງານ​ການ​ກໍ່ສ້າງ​ພຣະວິຫານ


ປະຊາຊົນ​ຖວາຍ​ດ້ວຍ​ໃຈ​ເຫລື້ອມໃສ​ສັດທາ​ໃຫ້​ແກ່​ພຣະເຈົ້າຢາເວ ແລະ​ພວກເຂົາ​ຕ່າງ​ກໍ​ມີ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ມີ​ຄົນ​ຖວາຍ​ຢ່າງ​ຫລວງຫລາຍ. ສ່ວນ​ກະສັດ​ດາວິດ​ຍິ່ງ​ມີ​ຄວາມ​ສຸກໃຈ​ຫລາຍ​ທີ່ສຸດ.


ມີ​ຄົນເລວີ​ຜູ້ໜຶ່ງ​ຊື່​ວ່າ​ໂກເຣ​ລູກຊາຍ​ຂອງ​ອີມນາ ທີ່​ເປັນ​ນາຍ​ເຝົ້າຍາມ​ປະຕູ​ທາງດ້ານ​ຕາເວັນອອກ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ຮັບ​ເຄື່ອງຖວາຍ​ດ້ວຍ​ເຕັມໃຈ​ແກ່​ພຣະເຈົ້າ ເພື່ອ​ຈະ​ແຈກ​ຢາຍ​ເຄື່ອງຖວາຍ​ຂອງ​ພຣະເຈົ້າຢາເວ ແລະ​ສິ່ງຂອງ​ບໍຣິສຸດ​ທີ່ສຸດ​ທັງຫລາຍ.


ບັດນີ້ ຂ້ານ້ອຍ​ໄດ້​ສ້າງ​ວິຫານ​ອັນ​ສູງສະຫງ່າ ເປັນ​ສະຖານທີ່​ໃຫ້​ພຣະອົງ​ຢູ່​ຕະຫລອດໄປ.”


‘ຕັ້ງແຕ່​ເວລາ​ນັ້ນ​ທີ່​ເຮົາ​ໄດ້​ນຳ​ປະຊາຊົນ​ຂອງເຮົາ ອອກ​ມາ​ຈາກ​ປະເທດ​ເອຢິບ​ຈົນເຖິງ​ດຽວ​ນີ້; ເຮົາ​ບໍ່ໄດ້​ເລືອກເອົາ​ເມືອງໃດ​ໃນ​ດິນແດນ​ອິດສະຣາເອນ​ໃຫ້​ເປັນ​ສະຖານທີ່​ໃນ​ການ​ສ້າງ​ວິຫານ​ເພື່ອ​ນະມັດສະການ​ເຮົາ; ແລະ​ເຮົາ​ກໍ​ບໍ່ໄດ້​ເລືອກ​ເອົາ​ຜູ້ໃດ​ໃຫ້​ນຳພາ​ປະຊາຊົນ​ອິດສະຣາເອນ​ຂອງ​ເຮົາ.


ແຕ່​ບັດນີ້ ເຮົາ​ໄດ້​ເລືອກເອົາ​ນະຄອນ​ເຢຣູຊາເລັມ​ໃຫ້​ເປັນ​ບ່ອນ​ທີ່​ຄົນ​ຈະ​ນະມັດສະການ​ເຮົາ ແລະ​ເຮົາ​ໄດ້​ຕັ້ງ​ດາວິດ​ໃຫ້​ເປັນ​ຜູ້ປົກຄອງ​ປະຊາຊົນ​ຂອງເຮົາ.”’


ຖ້າ​ປະຊາຊົນ​ຂອງ​ພຣະອົງ​ຜູ້ໃດ​ທີ່​ຢູ່​ຕ່າງຖິ່ນ​ຢາກ​ກັບຄືນ​ເມືອ ແລະ​ຕ້ອງການ​ຄວາມ​ຊ່ວຍເຫລືອ ກໍ​ໃຫ້​ຄົນ​ບ້ານໃກ້​ເຮືອນຄຽງ​ຊ່ວຍເຫລືອ​ພວກເຂົາ. ຈົ່ງ​ເອົາ​ເງິນ​ແລະ​ຄຳ, ສະບຽງ​ອາຫານ ແລະ​ຝູງສັດ, ຕະຫລອດ​ທັງ​ເຄື່ອງ​ບູຊາ​ໃຫ້​ພວກເຂົາ ເພື່ອ​ຈະ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ.”


ຊາວ​ບ້ານໃກ້​ເຮືອນຄຽງ​ທຸກຄົນ​ໄດ້​ຊ່ວຍເຫລືອ​ໂດຍ​ໃຫ້​ສິ່ງຂອງ​ແກ່​ພວກເຂົາ​ຫລາຍ​ຢ່າງ ດັ່ງນີ້: ເຄື່ອງໃຊ້​ທີ່​ເປັນ​ເງິນ, ເປັນ​ຄຳ, ສະບຽງ​ອາຫານ, ຝູງສັດ, ສິ່ງຂອງ​ມີຄ່າ​ອື່ນໆ ນອກຈາກ​ເຄື່ອງ​ຖວາຍບູຊາ​ດ້ວຍໃຈ​ສະໝັກ​ສຳລັບ​ພຣະວິຫານ.


ທີ່​ເທິງ​ພູເຂົາ​ຊີໂອນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ໃນ​ນະຄອນ​ເຢຣູຊາເລັມ​ບ່ອນ​ທີ່​ພຣະອົງ​ປະທັບ​ຢູ່​ນັ້ນ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.


ເພາະວ່າ ຖ້າ​ມີ​ນໍ້າໃຈ​ພ້ອມ​ຢູ່​ແລ້ວ ພຣະເຈົ້າ​ກໍ​ຊົງ​ພໍພຣະໄທ​ທີ່​ຈະ​ຊົງ​ຮັບ​ຕາມ​ທີ່​ທຸກຄົນ​ມີ​ຢູ່ ບໍ່ແມ່ນ​ຕາມ​ທີ່​ພວກເຂົາ​ບໍ່ມີ.


ທຸກຄົນ​ຈົ່ງ​ໃຫ້​ຕາມ​ທີ່​ຕົນ​ໄດ້​ຄິດໝາຍ​ໄວ້​ໃນ​ໃຈ ບໍ່ແມ່ນ​ໃຫ້​ດ້ວຍ​ຄິດ​ເສຍດາຍ ຫລື​ດ້ວຍ​ຂືນໃຈ​ໃຫ້ ເຫດ​ວ່າ​ພຣະເຈົ້າ​ຊົງ​ຮັກ​ຄົນ​ນັ້ນ ທີ່​ໃຫ້​ດ້ວຍ​ຊື່ນໃຈ​ຍິນດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka