ເອຊະຣາ 7:12 - ພຣະຄຳພີສັກສິ12 “ຈາກກະສັດອາກຕາເຊເຊັດ ເຖິງປະໂຣຫິດເອຊະຣາ ນັກຮຽນຮູ້ດ້ານກົດບັນຍັດຂອງພຣະເຈົ້າແຫ່ງສະຫວັນ. Uka jalj uñjjattʼäta |
ກະສັດໂຊໂລໂມນໄດ້ປົກຄອງດິນແດນທັງໝົດ ທາງທິດຕາເວັນຕົກຂອງແມ່ນໍ້າເອີຟຣັດ ຕັ້ງແຕ່ທິບສາໄປຈົນເຖິງເມືອງກາຊາທາງທິດຕາເວັນຕົກ. ກະສັດທຸກຄົນທີ່ປົກຄອງຢູ່ທາງທິດຕາເວັນຕົກຂອງແມ່ນໍ້າເອີຟຣັດ ຕ່າງກໍຍອມຢູ່ໃຕ້ອຳນາດຂອງກະສັດໂຊໂລໂມນ ແລະເພິ່ນເອງກໍຢູ່ຢ່າງສະຫງົບສຸກກັບປະເທດໃກ້ຄຽງທັງໝົດ.
ເອຊະຣາເປັນຜູ້ຮອບຮູ້ດ້ານກົດບັນຍັດ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ມອບໃຫ້ໂມເຊ. ຍ້ອນເອຊະຣາເປັນຜູ້ມີພຣະພອນຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ກະສັດຈຶ່ງໃຫ້ທຸກສິ່ງຕາມທີ່ລາວຂໍຮ້ອງ. ໃນຣາຊການປີທີເຈັດຂອງກະສັດອາກຕາເຊເຊັດ ເອຊະຣາໄດ້ເດີນທາງຈາກບາບີໂລນມາສູ່ນະຄອນເຢຣູຊາເລັມ ພ້ອມທັງຊາວອິດສະຣາເອນພວກໜຶ່ງ ທີ່ປະກອບດ້ວຍບັນດາປະໂຣຫິດຊາວເລວີ, ພວກນັກດົນຕຼີປະຈຳວິຫານ, ພວກເຝົ້າຍາມພຣະວິຫານ ແລະພວກຄົນງານ.
ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະເມສານ້ອຍ ແລະພຣະເມສານ້ອຍຈະມີໄຊຊະນະ ເພາະວ່າພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະເປັນມະຫາກະສັດເໜືອກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີໄຊດ້ວຍກັນກັບພຣະອົງ.”