ເອຊະຣາ 7:10 - ພຣະຄຳພີສັກສິ10 ເອຊະຣາໄດ້ອຸທິດຊີວິດຂອງຕົນ ສຶກສາຮໍ່າຮຽນກົດບັນຍັດຂອງພຣະເຈົ້າຢາເວ ປະຕິບັດຕາມກົດບັນຍັດນັ້ນ ແລະໄດ້ສອນກົດບັນຍັດແລະລະບຽບການທັງໝົດໃຫ້ແກ່ປະຊາຊົນອິດສະຣາເອນ. Uka jalj uñjjattʼäta |
ເອຊະຣາເອີຍ ທ່ານຈົ່ງໃຊ້ສະຕິປັນຍາທີ່ພຣະເຈົ້າຂອງທ່ານໂຜດໃຫ້ນັ້ນ ແຕ່ງຕັ້ງບັນດາຜູ້ບໍລິຫານແລະຜູ້ຕັດສິນຄວາມ ເພື່ອປົກຄອງປະຊາຊົນທັງໝົດໃນພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ ຄືຜູ້ທີ່ດຳລົງຊີວິດຢູ່ຕາມກົດບັນຍັດຂອງພຣະເຈົ້າຂອງທ່ານ. ທ່ານຕ້ອງສັ່ງສອນກົດບັນຍັດນີ້ໃຫ້ແກ່ຜູ້ທີ່ຍັງບໍ່ທັນຮູ້ຈັກ.
ເອຊະຣາເປັນຜູ້ຮອບຮູ້ດ້ານກົດບັນຍັດ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ມອບໃຫ້ໂມເຊ. ຍ້ອນເອຊະຣາເປັນຜູ້ມີພຣະພອນຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ກະສັດຈຶ່ງໃຫ້ທຸກສິ່ງຕາມທີ່ລາວຂໍຮ້ອງ. ໃນຣາຊການປີທີເຈັດຂອງກະສັດອາກຕາເຊເຊັດ ເອຊະຣາໄດ້ເດີນທາງຈາກບາບີໂລນມາສູ່ນະຄອນເຢຣູຊາເລັມ ພ້ອມທັງຊາວອິດສະຣາເອນພວກໜຶ່ງ ທີ່ປະກອບດ້ວຍບັນດາປະໂຣຫິດຊາວເລວີ, ພວກນັກດົນຕຼີປະຈຳວິຫານ, ພວກເຝົ້າຍາມພຣະວິຫານ ແລະພວກຄົນງານ.
ຊາມູເອນໄດ້ກ່າວແກ່ປະຊາຊົນອິດສະຣາເອນວ່າ, “ຖ້າພວກເຈົ້າກັບຄືນມາຫາພຣະເຈົ້າຢາເວດ້ວຍສຸດໃຈຂອງພວກເຈົ້າ ພວກເຈົ້າຈະຕ້ອງກຳຈັດບັນດາພະຂອງຊາວຕ່າງຊາດ ແລະຮູບຂອງເຈົ້າແມ່ອັດສະຕາກ. ຈົ່ງອຸທິດພວກເຈົ້າເອງແກ່ພຣະເຈົ້າຢາເວດ້ວຍສຸດໃຈແລະຮັບໃຊ້ແຕ່ພຣະອົງເທົ່ານັ້ນ ແລະພຣະອົງກໍຈະຊ່ວຍເອົາພວກເຈົ້າໃຫ້ພົ້ນຈາກອຳນາດຂອງພວກຟີລິດສະຕິນ.”