Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 7:1 - ພຣະຄຳພີສັກສິ

1 ຫລາຍ​ປີ​ຕໍ່ມາ ເມື່ອ​ອາກຕາເຊເຊັດ​ເປັນ​ກະສັດ​ແຫ່ງ​ເປີເຊຍ ໄດ້​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ເອຊະຣາ. ລາວ​ສືບ​ເຊື້ອສາຍ​ມາ​ຈາກ​ມະຫາ​ປະໂຣຫິດ​ອາໂຣນ ຕາມ​ດັ່ງນີ້: ເອຊະຣາ​ເປັນ​ລູກຊາຍ​ຂອງ​ເສຣາອີຢາ, ເສຣາອີຢາ​ເປັນ​ລູກຊາຍ​ຂອງ​ອາຊາຣີຢາ, ອາຊາຣີຢາ​ເປັນ​ລູກຊາຍ​ຂອງ​ຮິນກີຢາ,

Uka jalj uñjjattʼäta Copia luraña




ເອຊະຣາ 7:1
19 Jak'a apnaqawi uñst'ayäwi  

“ຈົ່ງ​ໄປ​ຫາ​ມະຫາ​ປະໂຣຫິດ​ຮິນກີຢາ ແລະ​ໃຫ້​ເພິ່ນ​ລາຍງານ​ກ່ຽວກັບ​ເງິນ​ທີ່​ພວກ​ປະໂຣຫິດ​ປະຈຳ​ໜ້າທີ່​ໃນ​ທາງເຂົ້າ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄດ້​ເກັບ​ຈາກ​ປະຊາຊົນ.


ຊາຟານ​ໄດ້​ນຳ​ເອົາ​ຄຳສັ່ງ​ຂອງ​ກະສັດ​ໄປ​ບອກ​ມະຫາ​ປະໂຣຫິດ​ຮິນກີຢາ; ແລ້ວ​ເພິ່ນ​ກໍ​ບອກ​ຊາຟານ​ວ່າ ເພິ່ນ​ໄດ້​ພົບ​ປື້ມ​ກົດບັນຍັດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ເພິ່ນ​ໄດ້​ເອົາ​ປື້ມ​ນັ້ນ​ໃຫ້​ຊາຟານ​ອ່ານ.


ນອກຈາກນີ້​ແລ້ວ ເນບູຊາຣາດານ​ຜູ້​ບັນຊາການ​ທະຫານ ກໍໄດ້​ຈັບ​ເອົາ​ຄົນ​ໄປ​ເປັນ​ຊະເລີຍ​ເຊັ່ນ: ຫົວໜ້າ​ມະຫາ​ປະໂຣຫິດ​ເສຣາອີຢາ, ເຊຟານີຢາ​ຮອງ​ມະຫາ​ປະໂຣຫິດ ແລະ​ຂ້າຣາຊການ​ຜູ້​ສຳຄັນ​ຂອງ​ພຣະວິຫານ​ສາມ​ຄົນ.


ແລະ​ອາຊາຣີຢາ ເປັນ​ລູກຊາຍ​ຂອງ​ຮິນກີຢາ (ຫົວໜ້າ​ເຈົ້າໜ້າທີ່​ປະຈຳ​ວິຫານ​ຂອງ​ພຣະເຈົ້າ), ຜູ້​ເປັນ​ລູກຊາຍ​ຂອງ​ເມຊຸນລຳ, ຜູ້​ເປັນ​ລູກຊາຍ​ຂອງ​ຊາດົກ, ຜູ້​ເປັນ​ລູກຊາຍ​ຂອງ​ເມຣາອີໂຢດ, ຜູ້​ເປັນ​ລູກຊາຍ​ຂອງ​ອາຮີຕຸບ


ເພິ່ນ​ໄດ້​ກ່າວ​ແກ່​ຊາຟານ​ວ່າ, “ເຮົາ​ໄດ້​ພົບ​ໜັງສື​ກົດບັນຍັດ​ນີ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.” ເພິ່ນ​ໄດ້​ມອບ​ໜັງສື​ນັ້ນ​ໃຫ້​ຊາຟານ


ເງິນ​ຖວາຍ​ທີ່​ຊາວ​ເລວີ​ເກັບ​ໃນ​ວິຫານ​ຂອງ​ພຣະເຈົ້າ​ນັ້ນ ແມ່ນ​ໄດ້​ຖືກ​ມອບ​ໃຫ້​ມະຫາ​ປະໂຣຫິດ​ຮິນກີຢາ. (ເງິນ​ນີ້​ໄດ້​ເກັບ​ຈາກ​ຊາວ​ເອຟຣາອິມ​ແລະ​ມານາເຊ ລວມ​ທັງ​ປະຊາຊົນ​ໃນ​ອານາຈັກ​ທາງ​ພາກເໜືອ ແລະ​ຈາກ​ປະຊາຊົນ​ຊາວ​ຢູດາ ຄື​ຊາວ​ເບັນຢາມິນ ແລະ​ຊາວ​ນະຄອນ​ເຢຣູຊາເລັມ.)


ແລະ​ຕໍ່ມາ​ອີກ ໃນ​ຣາຊການ​ຂອງ​ກະສັດ​ອາກຕາເຊເຊັດ​ແຫ່ງ​ເປີເຊຍ. ບີຊະລາມ, ມິດເຣດາດ, ຕາເບເອນ ແລະ​ຜູ້​ຮ່ວມງານ​ຂອງ​ພວກເຂົາ ໄດ້​ຂຽນ​ຈົດໝາຍ​ໄປ​ຫາ​ກະສັດ​ອາກຕາເຊເຊັດ. ຈົດໝາຍ​ສະບັບ​ນີ້​ຂຽນ​ຂຶ້ນ​ເປັນ​ພາສາ​ອາຣາມິກ ແລະ​ກໍ​ຕ້ອງ​ມີ​ຜູ້​ແປ​ໃນ​ເວລາ​ອ່ານ.


ພວກ​ຜູ້ນຳ​ຊາວ​ຢູດາ​ໄດ້​ກໍ່ສ້າງ​ພຣະວິຫານ​ຢ່າງ​ກ້າວໜ້າ​ດີ ໂດຍ​ໄດ້​ຮັບ​ການ​ໜູນໃຈ​ຈາກ​ຜູ້ທຳນວາຍ​ຮັກກາຍ​ແລະ​ເຊກາຣີຢາ​ເຊື້ອສາຍ​ຂອງ​ອິດໂດ. ພວກເຂົາ​ໄດ້​ກໍ່ສ້າງ​ພຣະວິຫານ​ສຳເລັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ແລະ​ຂອງ​ບັນດາ​ຈັກກະພັດ​ແຫ່ງ​ເປີເຊຍ ຄື: ໄຊຣັດ, ດາຣິອຸດ ແລະ​ອາກຕາເຊເຊັດ.


ເອຊະຣາ​ໄດ້​ອຸທິດ​ຊີວິດ​ຂອງຕົນ ສຶກສາ​ຮໍ່າຮຽນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ ແລະ​ໄດ້​ສອນ​ກົດບັນຍັດ​ແລະ​ລະບຽບ​ການ​ທັງໝົດ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ.


“ຈາກ​ກະສັດ​ອາກຕາເຊເຊັດ ເຖິງ​ປະໂຣຫິດ​ເອຊະຣາ ນັກຮຽນ​ຮູ້​ດ້ານ​ກົດບັນຍັດ​ຂອງ​ພຣະເຈົ້າ​ແຫ່ງ​ສະຫວັນ.


ຮິນກີຢາ​ເປັນ​ລູກຊາຍ​ຂອງ​ຊານລູມ, ຊານລູມ​ເປັນ​ລູກຊາຍ​ຂອງ​ຊາດົກ, ຊາດົກ​ເປັນ​ລູກຊາຍ​ຂອງ​ອາຮີຕຸບ,


ເຮົາ​ໄດ້​ອອກ​ຄຳສັ່ງ​ເຖິງ​ບັນດາ​ຂ້າຣາຊການ​ຄັງ​ເງິນ​ທັງໝົດ ຢູ່​ແຂວງ​ພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ໃຫ້​ຈັດຫາ​ທຸກສິ່ງ​ຢ່າງ​ຮີບດ່ວນ​ຕາມ​ຄວາມ​ຕ້ອງການ ແກ່​ເອຊະຣາ ຜູ້​ເປັນ​ປະໂຣຫິດ​ແລະ​ນັກຮຽນ​ຮູ້​ດ້ານ​ກົດບັນຍັດ​ຂອງ​ພຣະເຈົ້າ​ແຫ່ງ​ສະຫວັນ.


ເສຣາອີຢາ​ລູກຊາຍ​ຂອງ​ຮິນກີຢາ ແລະ​ຫລານຊາຍ​ຂອງ​ເມຊຸນລຳ. ບັນພະບຸລຸດ​ຂອງ​ລາວ​ມີ​ດັ່ງນີ້: ຊາດົກ, ເມຣາອີຢົດ ແລະ​ອາຮີຕຸບ​ທີ່​ເປັນ​ຜູ້ຄວບຄຸມ​ປະຈຳ​ວິຫານ​ຂອງ​ພຣະເຈົ້າ.


ຕໍ່ມາ​ໃນ​ເດືອນ​ນີຊານ ໃນ​ປີ​ທີ​ຊາວ​ຂອງ​ກະສັດ​ອາກຕາເຊເຊັດ ຂ້າພະເຈົ້າ​ໄດ້​ຢາຍ​ເຫຼົ້າ​ໃຫ້​ເພິ່ນ​ທີ່​ກຳລັງ​ຮັບປະທານ​ອາຫານ​ແລງ​ຢູ່. ແຕ່​ກ່ອນ​ເພິ່ນ​ບໍ່ເຄີຍ​ເຫັນ​ຂ້າພະເຈົ້າ​ໂສກເສົ້າ​ເຊັ່ນນີ້​ເລີຍ


ເມື່ອ​ເຖິງ​ເດືອນ​ທີ​ເຈັດ ປະຊາຊົນ​ອິດສະຣາເອນ​ກໍໄດ້​ຕັ້ງ​ຖິ່ນຖານ ຢູ່​ຕາມ​ບ້ານເກີດ​ເມືອງນອນ​ຂອງຕົນ​ໝົດ​ທຸກ​ຄົນ. ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ນັ້ນ ພວກເຂົາ​ທັງໝົດ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ຄື​ທີ່​ສີ່ແຍກ​ກາງເມືອງ​ຢູ່​ຕໍ່ໜ້າ​ປະຕູນໍ້າ. ພວກເຂົາ​ຂໍຮ້ອງ​ເອຊະຣາ ຜູ້​ທີ່​ເປັນ​ປະໂຣຫິດ ແລະ​ເປັນ​ນັກຮຽນ​ຮູ້​ດ້ານ​ກົດບັນຍັດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ​ຜ່ານ​ທາງ​ໂມເຊ ນຳ​ໜັງສື​ກົດບັນຍັດ​ອອກ​ມາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka