Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 6:3 - ພຣະຄຳພີສັກສິ

3 “ໃນ​ຣາຊການ​ປີ​ທີ​ໜຶ່ງ​ຂອງ​ກະສັດ​ໄຊຣັດ ເພິ່ນ​ໄດ້​ອອກ​ຄຳສັ່ງ​ໃຫ້​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ໃຫ້​ເປັນ​ບ່ອນ​ເຜົາ​ເຄື່ອງ​ຖວາຍບູຊາ. ວິຫານ​ນັ້ນ​ໃຫ້​ສູງ​ໄດ້​ຊາວເຈັດ​ແມັດ ແລະ​ໃຫ້​ກວ້າງ​ໄດ້​ຊາວເຈັດ​ແມັດ.

Uka jalj uñjjattʼäta Copia luraña




ເອຊະຣາ 6:3
16 Jak'a apnaqawi uñst'ayäwi  

ໂຊໂລໂມນ​ໄດ້​ສົ່ງ​ທູດ​ນຳຂ່າວ​ໄປ​ບອກ​ກະສັດ​ແຫ່ງ​ຕີເຣ​ວ່າ, “ຈົ່ງ​ເຮັດ​ທຸລະກິດ​ກັບ​ຂ້າພະເຈົ້າ ເໝືອນ​ທ່ານ​ໄດ້​ເຮັດ​ກັບ​ກະສັດ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ ເວລາ​ທີ່​ທ່ານ​ໄດ້​ຂາຍ​ໄມ້ແປກ​ເປັນ​ທ່ອນ​ເພື່ອ​ສ້າງ​ວັງ​ຂອງ​ເພິ່ນ​ນັ້ນ.


ແຕ່​ທີ່​ຈິງ​ແລ້ວ ບໍ່ມີ​ຜູ້ໃດ​ສ້າງ​ວິຫານ​ອັນ​ໃຫຍ່ໂຕ​ສຳລັບ​ພຣະອົງ​ໄດ້ ເພາະ​ແມ່ນແຕ່​ສະຫວັນ​ແລະ​ສະຫວັນ​ທີ່​ສູງສຸດ​ກໍ​ຮອງຮັບ​ພຣະອົງ​ບໍ່ໄດ້. ຂ້າພະເຈົ້າ​ຈະ​ສ້າງ​ພຣະວິຫານ​ໃຫ້​ພຣະອົງ​ໄດ້​ຢ່າງໃດ ນອກຈາກ​ຈະ​ສ້າງ​ບ່ອນ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ພຣະອົງ​ເທົ່ານັ້ນ.


ໃນ​ປີ​ທີ​ໜຶ່ງ ຊຶ່ງ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ​ໄດ້​ຂຶ້ນ​ເປັນ​ຈັກກະພັດ ພຣະເຈົ້າຢາເວ​ໄດ້​ເຮັດ​ຕາມ​ຖ້ອຍຄຳ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້ ຜ່ານ​ທາງ​ຜູ້ທຳນວາຍ​ເຢເຣມີຢາ. ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ກະສັດ​ໄຊຣັດ​ອອກ​ຄຳສັ່ງ​ປະກາດ​ໄປ​ທົ່ວ​ທຸກໆ​ບ່ອນ​ໃນ​ອານາຈັກ​ຂອງເພິ່ນ ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້:


ໃນ​ປີ​ທຳອິດ​ທີ່​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ​ຂຶ້ນ​ເປັນ​ຈັກກະພັດ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ​ປາກ​ຜູ້ທຳນວາຍ​ເຢເຣມີຢາ​ກາຍເປັນ​ຈິງ. ພຣະເຈົ້າຢາເວ​ໄດ້​ດົນໃຈ​ກະສັດ​ໄຊຣັດ​ໃຫ້​ອອກ​ຄຳສັ່ງ ແລະ​ຂຽນ​ຂໍ້ຄຳສັ່ງ​ນັ້ນ​ສົ່ງ​ອອກ​ໄປ ແລະ​ໃຫ້​ອ່ານ​ດັງໆ​ຕາມ​ທຸກບ່ອນ​ທົ່ວ​ອານາຈັກ​ຂອງ​ເພິ່ນ ໂດຍ​ມີ​ຂໍ້​ຄວາມ​ດັ່ງນີ້:


“ຕໍ່ໄປນີ້​ແມ່ນ​ຄຳສັ່ງ​ຂອງ​ກະສັດ​ໄຊຣັດ ຈັກກະພັດ​ແຫ່ງ​ເປີເຊຍ. ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ ໄດ້​ໃຫ້​ຂ້າພະເຈົ້າ​ປົກຄອງ​ອານາຈັກ​ທັງໝົດ​ທົ່ວທັງ​ແຜ່ນດິນ​ໂລກ ແລະ​ໃຫ້​ຂ້າພະເຈົ້າ​ຮັບຜິດຊອບ​ສ້າງ​ວິຫານ​ຫລັງ​ໜຶ່ງ​ຂຶ້ນ​ໃຫ້​ພຣະອົງ​ທີ່​ນະຄອນ​ເຢຣູຊາເລັມ​ໃນ​ຢູດາຍ.


ຕໍ່ມາ ປະຊາຊົນ​ກໍ​ຈ່າຍ​ເງິນ​ໃຫ້​ຊ່າງ​ຕັດ​ຫີນ ແລະ​ຊ່າງ​ໄມ້; ແລະ​ໄດ້​ເອົາ​ອາຫານ, ເຄື່ອງດື່ມ ແລະ​ນໍ້າມັນ​ໝາກກອກເທດ ສົ່ງ​ໄປ​ທີ່​ເມືອງ​ຕີເຣ ແລະ ຊີໂດນ ເພື່ອ​ແລກປ່ຽນ​ກັບ​ໄມ້ແປກ​ຈາກ​ເລບານອນ ຊຶ່ງ​ໄມ້​ເຫຼົ່ານີ້​ໄດ້​ຖືກ​ນຳ​ມາ​ທາງ​ທະເລ​ຈາກ​ເມືອງ​ຢົບປາ. ທຸກສິ່ງ​ທີ່​ໄດ້​ລົງມື​ເຮັດ​ນັ້ນ​ແມ່ນ​ໄດ້​ຮັບ​ອະນຸຍາດ​ຈາກ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ.


ພວກ​ຜູ້ນຳ​ຊາວ​ຢູດາ​ໄດ້​ກໍ່ສ້າງ​ພຣະວິຫານ​ຢ່າງ​ກ້າວໜ້າ​ດີ ໂດຍ​ໄດ້​ຮັບ​ການ​ໜູນໃຈ​ຈາກ​ຜູ້ທຳນວາຍ​ຮັກກາຍ​ແລະ​ເຊກາຣີຢາ​ເຊື້ອສາຍ​ຂອງ​ອິດໂດ. ພວກເຂົາ​ໄດ້​ກໍ່ສ້າງ​ພຣະວິຫານ​ສຳເລັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ແລະ​ຂອງ​ບັນດາ​ຈັກກະພັດ​ແຫ່ງ​ເປີເຊຍ ຄື: ໄຊຣັດ, ດາຣິອຸດ ແລະ​ອາກຕາເຊເຊັດ.


ທີ່ນີ້​ເປັນ​ບ່ອນ​ບັນດາ​ເຜົ່າ​ຂອງ​ພຣະເຈົ້າຢາເວ ມາ​ຖວາຍ​ຂອບພຣະຄຸນ​ແດ່​ພຣະນາມ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ກຳນົດ​ໄວ້​ແກ່​ຊາດ​ອິດສະຣາເອນ.


ນະຄອນ​ນັ້ນ ເປັນ​ຮູບ​ສີ່​ຫລ່ຽມ​ມົນທົນ ກວ້າງ​ແລະ​ຍາວ​ເທົ່າ​ກັນ ເທວະດາ​ໄດ້​ເອົາ​ໄມ້ແທກ ມາ​ແທກ​ໄດ້​ດັ່ງນີ້: ຂ້າງ​ລະ​ສອງພັນ​ສີ່ຮ້ອຍ​ກິໂລແມັດ ກວ້າງ, ຍາວ ແລະ​ສູງ​ເທົ່າ​ກັນ​ໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka