ທ່ານຈົ່ງອອກຄຳສັ່ງໃຫ້ຄົ້ນຫາເອກະສານ ຊຶ່ງບັນພະບຸລຸດຂອງທ່ານໄດ້ເກັບມ້ຽນໄວ້. ຖ້າທ່ານຄົ້ນເບິ່ງ ທ່ານກໍຈະເຫັນວ່າ ເມືອງນີ້ໄດ້ເກີດມີການກະບົດຢູ່ເລື້ອຍໆ ແລະຕັ້ງແຕ່ສະໄໝກ່ອນເປັນຕົ້ນມາ ບັນດາກະສັດແລະບັນດາຜູ້ປົກຄອງແຂວງໄດັຮັບຄວາມເດືອດຮ້ອນຢູ່ສະເໝີ. ປະຊາຊົນກໍເປັນຜູ້ທີ່ປົກຄອງຍາກ. ດ້ວຍເຫດນີ້ ເມືອງນີ້ຈຶ່ງຖືກທຳລາຍ.