Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 5:8 - ພຣະຄຳພີສັກສິ

8 ພວກ​ຂ້ານ້ອຍ​ຢາກ​ຂໍຮຽນ​ໃຫ້​ທ່ານ​ຊາບ​ວ່າ, ພວກ​ຂ້ານ້ອຍ​ໄດ້​ໄປ​ທີ່​ແຂວງ​ຢູດາຍ ແລະ​ກໍ​ພົບ​ວ່າ ວິຫານ​ຂອງ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ໄດ້​ຖືກ​ສ້າງ​ຂຶ້ນ​ອີກ​ແລ້ວ​ດ້ວຍ​ຫີນ​ກ້ອນ​ໃຫຍ່ ແລະ​ດ້ວຍ​ໄມ້​ຂາງ​ທີ່​ກາດ​ເທິງ​ກຳແພງ. ວຽກງານ​ການ​ກໍ່ສ້າງ​ນີ້​ໄດ້​ດຳເນີນ​ໄປ​ດ້ວຍ​ຄວາມ​ພາກພຽນ​ທີ່ສຸດ ແລະ ກ້າວໜ້າ​ໄປ​ໂດຍ​ດີ.

Uka jalj uñjjattʼäta Copia luraña




ເອຊະຣາ 5:8
20 Jak'a apnaqawi uñst'ayäwi  

ມີ​ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຫລາຍ​ຄົນ​ໄດ້​ອອກ​ຈາກ​ແຂວງ​ບາບີໂລນ ແລະ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ​ແລະ​ຢູດາຍ; ແຕ່ລະຄົນ​ໄດ້​ກັບຄືນ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ໃຜ​ລາວ. ຄອບຄົວ​ຂອງ​ພວກເຂົາ​ໄດ້​ເປັນ​ຊະເລີຍ​ແລະ​ອາໄສ​ຢູ່​ໃນ​ບາບີໂລນ ຕັ້ງແຕ່​ສະໄໝ​ທີ່​ກະສັດ​ເນບູ​ກາດເນັດຊາ​ໄດ້​ຈັບ​ພວກເຂົາ​ໄປ​ທີ່​ນັ້ນ.


“ຮຽນ ກະສັດ​ດາຣິອຸດ ຂໍ​ທ່ານ​ຈົ່ງ​ປົກຄອງ​ຢ່າງ​ສັນຕິສຸກ​ເຖີດ


ແລ້ວ​ພວກ​ຂ້ານ້ອຍ​ກໍໄດ້​ຖາມ​ບັນດາ​ຫົວໜ້າ​ຂອງ​ຄົນ​ເຫຼົ່ານັ້ນ​ວ່າ, ‘ແມ່ນ​ຜູ້ໃດ​ໃຫ້​ສິດທິ​ແກ່​ພວກເຈົ້າ​ສ້າງ​ພຣະວິຫານ​ນີ້​ຂຶ້ນ​ໃໝ່ ແລະ​ຈັດຫາ​ເຄື່ອງ​ມາ​ຕົບແຕ່ງ?’


ການ​ເຮັດ​ຢ່າງ​ນີ້ ກໍ​ເພື່ອ​ພວກເຂົາ​ຈະ​ໄດ້​ຖວາຍ​ເຄື່ອງ​ບູຊາ​ໃຫ້​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ​ແຫ່ງ​ສະຫວັນ ແລະ​ໃຫ້​ພາວັນນາ​ອະທິຖານ​ຂໍ​ພຣະພອນ​ຈາກ​ພຣະເຈົ້າ​ສຳລັບ​ເຮົາ​ແລະ​ສຳລັບ​ບັນດາ​ພວກ​ລູກຊາຍ​ຂອງເຮົາ​ດ້ວຍ.


ສ່ວນ​ຝາ​ນັ້ນ ໃຫ້​ສ້າງ​ດ້ວຍ​ຫີນ​ເປັນ​ສາມ​ຊັ້ນ ຊຶ່ງ​ທຸກ​ສາມ​ຊັ້ນ​ໃດ ໃຫ້​ມີ​ໄມ້​ກາດ​ຢູ່​ເທິງ​ອັນ​ໜຶ່ງ. ຄ່າ​ໃຊ້​ຈ່າຍ​ທັງໝົດ​ໃຫ້​ຕົກ​ເປັນ​ເງິນ​ຂອງ​ຄັງ​ຫລວງ.


ທ່ານ​ຕ້ອງ​ຈັດຫາ​ທຸກໆ​ສິ່ງ​ຢ່າງ​ລະມັດ​ລະວັງ ຕາມ​ທີ່​ພຣະເຈົ້າ​ແຫ່ງ​ສະຫວັນ​ຕ້ອງການ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ສະຫວັນ ແລະ​ໃຫ້​ແນ່ໃຈ​ວ່າ​ພຣະອົງ​ຈະ​ບໍ່​ໂກດຮ້າຍ​ເຮົາ ຫລື​ຕໍ່​ຜູ້​ທີ່​ຂຶ້ນ​ປົກຄອງ​ແທນ​ເຮົາ.


ທັງໝົດ​ນີ້ ແມ່ນ​ບັນດາ​ຜູ້ນຳ​ຂອງ​ປະຊາຊົນ ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ, ສ່ວນ​ຄົນອື່ນໆ​ໄດ້​ໄປ​ອາໄສ​ຕາມ​ເມືອງນ້ອຍ ເມືອງ​ໃຫຍ່ ຊຶ່ງ​ມີ​ລາຍຊື່​ຕໍ່ໄປນີ້: ບັນດາ​ປະໂຣຫິດ​ຊາວ​ເລວີ, ຜູ້ຮັບໃຊ້​ໃນ​ພຣະວິຫານ ແລະ​ເຊື້ອສາຍ​ຂອງ​ຜູ້ຮັບໃຊ້​ຂອງ​ກະສັດ​ໂຊໂລໂມນ ກໍໄດ້​ອາໄສ​ຢູ່​ໃນ​ເມືອງ ທີ່​ເປັນ​ສົມບັດ​ຂອງ​ພວກເຂົາ. ບັນຊີ​ລາຍຊື່​ຂອງ​ປະຊາຊົນ​ຊັ້ນ​ຜູ້ນຳ​ຂອງ​ຢູດາ ທີ່​ໄດ້​ມາ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ມີ​ດັ່ງນີ້:


ມີ​ຊະເລີຍ​ຫລາຍ​ຄົນ​ໄດ້​ອອກ​ຈາກ​ແຂວງ ແລະ​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ແລະ​ຢູດາຍ; ແຕ່ລະຄົນ​ກັບຄືນ​ໄປ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ໃຜ​ລາວ. ຄອບຄົວ​ຂອງ​ພວກເຂົາ​ໄດ້​ອາໄສ​ຢູ່​ຕ່າງຖິ່ນ​ທີ່​ນະຄອນ​ບາບີໂລນ ຕັ້ງແຕ່​ສະໄໝ​ຂອງ​ກະສັດ​ເນບູ​ກາດເນັດຊາ ໄດ້​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ.


ເຫດການ​ຊຶ່ງ​ມີ​ກ່າວ​ໃນ​ທີ່​ນີ້​ແມ່ນ​ເກີດຂຶ້ນ​ໃນ​ຣາຊການ​ຂອງ​ກະສັດ​ເຊເຊັດ ຜູ້​ທີ່​ໄດ້​ປົກຄອງ 127 ແຂວງ ຕັ້ງແຕ່​ອິນເດຍ​ເຖິງ​ຊູດານ.


ເພິ່ນ​ໄດ້ສົ່ງ​ຈົດໝາຍ​ອອກ​ໄປ​ຕາມ​ແຕ່ລະ​ແຂວງ​ໃນ​ຣາຊອານາຈັກ ເປັນ​ພາສາ ແລະ​ວິທີ​ຂຽນ​ທີ່​ໃຊ້​ກັນ​ຕາມ​ແຂວງ​ນັ້ນໆ ໂດຍ​ບອກ​ວ່າ, ຜົວ​ທຸກຄົນ​ຈະ​ຕ້ອງ​ເປັນ​ນາຍ​ຢູ່​ໃນ​ເຮືອນ​ຂອງຕົນ ແລະ​ເວົ້າ​ຈາ​ດ້ວຍ​ອຳນາດ​ອັນ​ເດັດຂາດ.


ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່ ແລະ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ຢ່າງ​ສູງສົ່ງ. ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ນັ້ນ ເໜືອກວ່າ​ຄວາມ​ເຂົ້າໃຈ​ໄດ້.


ກະສັດ​ກ່າວ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງປວງ ແລະ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ເໜືອ​ກະສັດ​ທັງຫລາຍ ແລະ​ເປັນ​ຜູ້​ເປີດເຜີຍ​ຄວາມ​ເລິກລັບ​ຕ່າງໆ. ເຮົາ​ຮູ້​ສິ່ງ​ນີ້​ກໍ​ເພາະວ່າ​ເຈົ້າ​ອະທິບາຍ​ຄວາມ​ເລິກລັບ​ນີ້​ໄດ້.”


ສະນັ້ນ ເຈົ້າ​ເນບູ​ກາດເນັດຊາ​ຈຶ່ງ​ຂຶ້ນ​ໄປ​ເທິງ​ປາກ​ເຕົາໄຟ ທີ່​ກຳລັງ​ລຸກໄໝ້​ຢູ່​ນັ້ນ ແລະ​ເອີ້ນ​ໃສ່​ວ່າ, “ຊັດຣາກ, ເມຊາກ ແລະ​ອາເບັດເນໂກ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ເອີຍ ຈົ່ງ​ພາກັນ​ອອກ​ມາ​ສາ.” ແລ້ວ​ພວກເຂົາ​ກໍ​ອອກ​ມາ​ທັນທີ.


ຈົ່ງ​ຟັງ​ເລື່ອງ​ປະຫລາດ​ອັດສະຈັນໃຈ​ສຳລັບ​ເຮົາ ທີ່​ພຣະເຈົ້າ​ອົງ​ສູງສຸດ​ໄດ້​ໂຜດ​ສຳແດງ​ໃຫ້​ເຮົາ​ຮູ້.


ເຮົາ​ຂໍ​ສັ່ງ​ໃຫ້​ທຸກຄົນ​ທົ່ວ​ອານາຈັກ​ຂອງເຮົາ ຈົ່ງ​ເຄົາຣົບ​ຢຳເກງ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ດານີເອນ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ແລະ​ພຣະອົງ​ປົກຄອງ​ຕະຫລອດໄປ; ອານາຈັກ​ຂອງ​ພຣະອົງ​ຈະ​ບໍ່​ຖືກ​ທຳລາຍ​ເລີຍ ຣິດອຳນາດ​ຂອງ​ພຣະອົງ​ຈະ​ບໍ່​ສູນສິ້ນໄປ​ຈັກເທື່ອ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແມ່ນ​ພຣະເຈົ້າ​ເໜືອ​ບັນດາ​ພະ​ທັງໝົດ ແລະ​ເປັນ​ອົງ​ພຣະຜູ້​ເປັນເຈົ້າ​ເໜືອ​ບັນດາ​ເຈົ້ານາຍ​ທັງປວງ, ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ຊົງ​ຣິດອຳນາດ ແລະ​ເປັນ​ທີ່​ຢຳເກງ. ພຣະອົງ​ບໍ່​ເຫັນແກ່​ໜ້າ​ຜູ້ໃດ​ແລະ​ບໍ່​ເຫັນແກ່​ສິນຈ້າງ​ລາງວັນ​ໃດໆ.


ເຫຼົ່າ​ສັດຕູ​ຮູ້​ວ່າ​ພະ​ຂອງ​ພວກເຂົາ​ນັ້ນ​ອ່ອນແອ ບໍ່​ເຂັ້ມແຂງ​ຄື​ພຣະເຈົ້າ​ຂອງ​ອິດສະຣາເອນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka