Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 5:3 - ພຣະຄຳພີສັກສິ

3 ພໍດີ​ໃນ​ເວລາ​ດຽວກັນ​ນັ້ນ ຕັດເຕໄນ​ຜູ້ປົກຄອງ​ພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ, ເຊຕາກ​ໂບເຊໄນ ແລະ​ບັນດາ​ເຈົ້າໜ້າທີ່​ດ້ວຍ​ກັນ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ຖາມ​ວ່າ, “ແມ່ນ​ຜູ້ໃດ​ທີ່​ສັ່ງ​ໃຫ້​ພວກເຈົ້າ​ກໍ່ສ້າງ​ວິຫານ ແລະ​ຈັດຫາ​ເຄື່ອງ​ມາ​ຕົບແຕ່ງ?”

Uka jalj uñjjattʼäta Copia luraña




ເອຊະຣາ 5:3
12 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກທ່ານ ຜູ້​ທີ່​ເປັນ​ປະຊາຊົນ​ຂອງ​ພຣະອົງ. ພວກທ່ານ​ຈະ​ຕ້ອງ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ໃໝ່ ຄື​ພຣະອົງ​ເປັນ​ພຣະເຈົ້າ​ທີ່​ສະຖິດ​ໃນ​ນະຄອນ​ເຢຣູຊາເລັມ.


ພວກ​ຂ້ານ້ອຍ​ຂໍຮຽນ​ໃຫ້​ທ່ານ​ຊາບ​ວ່າ ຊາວຢິວ​ແຕ່​ແຄວ້ນ​ອື່ນໆ​ຂອງທ່ານ​ທີ່​ໄດ້​ມາ​ຢູ່​ໃນ​ບ່ອນ​ນີ້ ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ທັງ​ໄດ້​ສ້າງ​ເມືອງ​ຊົ່ວຊ້າ ແລະ​ເມືອງ​ຂອງ​ພວກ​ກະບົດ​ຂຶ້ນ​ໃໝ່. ພວກເຂົາ​ເລີ່ມ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່ ແລະ​ອີກ​ບໍ່ດົນ​ກໍ​ຈະ​ສຳເລັດ.


“ຈາກ​ເຣຮູມ​ຜູ້ປົກຄອງ​ແຂວງ, ຈາກ​ຊິມໄຊ​ເລຂາທິການ​ປະຈຳ​ແຂວງ, ຈາກ​ຜູ້​ຮ່ວມງານ​ຂອງ​ພວກເຂົາ, ຈາກ​ພວກ​ຜູ້ຕັດສິນ ແລະ​ຈາກ​ບັນດາ​ຂ້າຣາຊການ​ຄົນອື່ນໆ ທັງໝົດ​ທີ່​ມາ​ຈາກ​ຖິ່ນຖານ​ເອເຣັກ, ບາບີໂລນ ແລະ​ຊູຊາ​ທີ່​ດິນແດນ​ເອລາມ,


ພວກເຂົາ​ໄດ້​ສົ່ງ​ລາຍງານ​ໄປ ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້:


ແລ້ວ​ພວກ​ຂ້ານ້ອຍ​ກໍໄດ້​ຖາມ​ບັນດາ​ຫົວໜ້າ​ຂອງ​ຄົນ​ເຫຼົ່ານັ້ນ​ວ່າ, ‘ແມ່ນ​ຜູ້ໃດ​ໃຫ້​ສິດທິ​ແກ່​ພວກເຈົ້າ​ສ້າງ​ພຣະວິຫານ​ນີ້​ຂຶ້ນ​ໃໝ່ ແລະ​ຈັດຫາ​ເຄື່ອງ​ມາ​ຕົບແຕ່ງ?’


ແລ້ວ​ຜູ້ປົກຄອງ​ຕັດເຕໄນ, ເຊຕາກ​ໂບເຊໄນ, ພ້ອມ​ທັງ​ບັນດາ​ເຈົ້າໜ້າທີ່​ດ້ວຍ​ກັນ ກໍ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກະສັດ​ທຸກປະການ.


ແລ້ວ​ກະສັດ​ດາຣິອຸດ​ກໍໄດ້​ສົ່ງ​ຄຳຕອບ​ມາ​ດັ່ງນີ້: “ເຖິງ ຕັດເຕໄນ ຜູ້ປົກຄອງ​ພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ພ້ອມ​ທັງ​ເຊຕາກ​ໂບເຊໄນ ລວມ​ທັງ​ບັນດາ​ເຈົ້າໜ້າທີ່​ຢູ່​ໃນ​ທີ່ນັ້ນ ຢ່າ​ສູ່​ວົນນຳ​ເລື່ອງ​ວິຫານ​ຂອງ​ພຣະເຈົ້າ ແລະ​ຢ່າ​ສູ່​ຫຍຸ້ງກ່ຽວ​ໃນ​ການ​ກໍ່ສ້າງ​ນີ້​ເລີຍ.


ເຮົາ​ໄດ້​ອອກ​ຄຳສັ່ງ​ເຖິງ​ບັນດາ​ຂ້າຣາຊການ​ຄັງ​ເງິນ​ທັງໝົດ ຢູ່​ແຂວງ​ພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ໃຫ້​ຈັດຫາ​ທຸກສິ່ງ​ຢ່າງ​ຮີບດ່ວນ​ຕາມ​ຄວາມ​ຕ້ອງການ ແກ່​ເອຊະຣາ ຜູ້​ເປັນ​ປະໂຣຫິດ​ແລະ​ນັກຮຽນ​ຮູ້​ດ້ານ​ກົດບັນຍັດ​ຂອງ​ພຣະເຈົ້າ​ແຫ່ງ​ສະຫວັນ.


ໃນ​ປີ​ທີ​ສອງ ທີ່​ດາຣິອຸດ​ໄດ້​ຂຶ້ນ​ເປັນ​ຈັກກະພັດ​ແຫ່ງ​ເປີເຊຍ ອັນ​ກົງ​ກັບ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ຫົກ; ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ໂດຍ​ທາງ​ຜູ້ທຳນວາຍ​ຮັກກາຍ. ຖ້ອຍຄຳ​ນີ້​ແມ່ນ​ສຳລັບ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ທີ່​ເປັນ​ຜູ້​ປົກຄອງ​ຊາດ​ຢູດາຍ ແລະ​ສຳລັບ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ຜູ້​ເປັນ​ມະຫາ​ປະໂຣຫິດ.


ເມື່ອ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ພຣະວິຫານ, ໃນ​ຂະນະທີ່​ກຳລັງ​ສັ່ງສອນ​ຢູ່​ນັ້ນ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່ ກໍ​ມາ​ຫາ​ພຣະອົງ ແລະ​ຖາມ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ເຮັດ​ການ​ເຫຼົ່ານີ້? ຜູ້ໃດ​ໃຫ້​ສິດ​ນີ້​ແກ່​ເຈົ້າ?”


ເມື່ອ​ພວກເຂົາ​ໄດ້​ໃຫ້​ທ່ານ​ທັງສອງ​ຢືນ​ຢູ່​ທ່າມກາງ​ພວກ​ຕົນ​ແລ້ວ ຈຶ່ງ​ໂຈດ​ຖາມ​ວ່າ, “ແມ່ນ​ໂດຍ​ຣິດອຳນາດ ແລະ​ນາມ​ຂອງ​ຜູ້ໃດ​ທີ່​ພວກເຈົ້າ​ທຳ​ການ​ນີ້?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka