ເອຊະຣາ 5:2 - ພຣະຄຳພີສັກສິ2 ເມື່ອເຊຣຸບບາເບນລູກຊາຍຂອງເຊອານຕີເອນ ແລະເຢຊູອາລູກຊາຍຂອງໂຢຊາດັກໄດ້ຍິນຖ້ອຍຄຳຂອງເພິ່ນ ພວກເຂົາຈຶ່ງເລີ່ມກໍ່ສ້າງວິຫານຂອງພຣະເຈົ້າໃນນະຄອນເຢຣູຊາເລັມຂຶ້ນໃໝ່ ແລະຜູ້ທຳນວາຍຂອງພຣະເຈົ້າສອງຄົນນີ້ກໍໄດ້ຊ່ວຍເຫລືອພວກເຂົາ. Uka jalj uñjjattʼäta |
ເຢຊູອາລູກຊາຍຂອງໂຢຊາດັກ, ໝູ່ເພື່ອນປະໂຣຫິດຂອງລາວ ແລະເຊຣຸບບາເບນລູກຊາຍຂອງເຊອານຕີເອນພ້ອມທັງຍາດຕິພີ່ນ້ອງ, ໄດ້ສ້າງແທ່ນບູຊາສຳລັບພຣະເຈົ້າຂອງຊາດອິດສະຣາເອນຂຶ້ນໃໝ່ ເພື່ອວ່າພວກເຂົາຈະໄດ້ເຜົາເຄື່ອງບູຊາຖວາຍທີ່ເທິງແທ່ນນັ້ນ ຕາມຄຳແນະນຳທີ່ມີຂຽນໄວ້ໃນກົດບັນຍັດຂອງໂມເຊຄົນຂອງພຣະເຈົ້າ.
ສະນັ້ນ ໃນເດືອນທີສອງຂອງປີຕໍ່ມາ ເມື່ອກັບມາຮອດບ່ອນຕັ້ງວິຫານຂອງພຣະເຈົ້າທີ່ນະຄອນເຢຣູຊາເລັມແລ້ວ ພວກເຂົາກໍໄດ້ລົງມືເຮັດວຽກໂລດ. ພວກເຫຼົ່ານີ້ມີດັ່ງນີ້: ເຊຣຸບບາເບນລູກຊາຍຂອງເຊອານຕີເອນ, ເຢຊູອາລູກຊາຍຂອງໂຢຊາດັກ, ພີ່ນ້ອງຮ່ວມຊາດທີ່ເຫຼືອຢູ່, ບັນດາປະໂຣຫິດຊາວເລວີ ແລະທຸກຄົນທີ່ເປັນຊະເລີຍໃນຕ່າງຖິ່ນ ທີ່ໄດ້ກັບຄືນມາສູ່ນະຄອນເຢຣູຊາເລັມ ກໍໄດ້ຊ່ວຍໃນວຽກການນີ້. ຊາວເລວີທຸກຄົນທີ່ມີອາຍຸຊາວປີຂຶ້ນໄປ ກໍມີໜ້າທີ່ຮັບຜິດຊອບຕໍ່ການສ້າງວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່.