10 ພວກຂ້ານ້ອຍຍັງໄດ້ຖາມເຖິງຊື່ຂອງພວກເຂົາ ເພື່ອຈະລາຍງານໃຫ້ທ່ານໄດ້ວ່າ ແມ່ນຜູ້ໃດເປັນຫົວໜ້າໃນວຽກການນີ້.
ພວກເຂົາຈຶ່ງຕອບວ່າ, ‘ພວກຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະເຈົ້າແຫ່ງສະຫວັນແລະແຜ່ນດິນໂລກ ແລະພວກຂ້ານ້ອຍກຳລັງກໍ່ສ້າງວິຫານຂຶ້ນໃໝ່ຕາມແບບເດີມ ແລະໄດ້ຕົບແຕ່ງຕາມແບບເກົ່າ ຕາມທີ່ກະສັດແຫ່ງຊາດອິດສະຣາເອນຜູ້ມີອຳນາດໄດ້ສ້າງຂຶ້ນແຕ່ດົນນານມາແລ້ວ.
ພວກເຂົາ ຍັງຖາມເຖິງຊື່ຂອງທຸກຄົນທີ່ຊ່ວຍການກໍ່ສ້າງນີ້ດ້ວຍ.
ແລ້ວພວກຂ້ານ້ອຍກໍໄດ້ຖາມບັນດາຫົວໜ້າຂອງຄົນເຫຼົ່ານັ້ນວ່າ, ‘ແມ່ນຜູ້ໃດໃຫ້ສິດທິແກ່ພວກເຈົ້າສ້າງພຣະວິຫານນີ້ຂຶ້ນໃໝ່ ແລະຈັດຫາເຄື່ອງມາຕົບແຕ່ງ?’