Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 4:8 - ພຣະຄຳພີສັກສິ

8 ເຊັ່ນດຽວ​ກັນ ເຣຮູມ​ຜູ້​ປົກຄອງ​ແຂວງ ແລະ​ຊິມໄຊ​ເລຂາທິການ​ປະຈຳ​ແຂວງ ກໍໄດ້​ຂຽນ​ຈົດໝາຍ​ຕໍ່ໄປນີ້​ຫາ​ກະສັດ​ອາກຕາເຊເຊັດ​ກ່ຽວກັບ​ນະຄອນ​ເຢຣູຊາເລັມ ໂດຍ​ມີ​ຂໍ້​ຄວາມ​ດັ່ງນີ້:

Uka jalj uñjjattʼäta Copia luraña




ເອຊະຣາ 4:8
6 Jak'a apnaqawi uñst'ayäwi  

ເຊວາ​ເປັນ​ເລຂາທິການ​ຂອງ​ສານ. ຊາດົກ​ແລະ​ອາບີອາທາ​ເປັນ​ປະໂຣຫິດ.


ຊາດົກ​ລູກຊາຍ​ຂອງ​ອາຮີຕຸບ ແລະ​ອາຮີເມເຫຼັກ​ລູກຊາຍ​ຂອງ​ອາບີອາທາ ທັງສອງ​ເປັນ​ປະໂຣຫິດ; ເສຣາອີຢາ​ເປັນ​ເລຂາທິການ;


ແລ້ວ​ພວກເຂົາ​ກໍ​ສັ່ງ​ຄົນ​ໄປ​ຫາ​ກະສັດ​ເຮເຊກີຢາ ໂດຍ​ມີ​ຂ້າຣາຊການ​ສາມ​ຄົນ​ໄດ້​ອອກ​ມາ​ພົບ​ເຂົາ ມີ​ດັ່ງນີ້: ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ ຜູ້​ຮັບຜິດຊອບ​ຣາຊວັງ; ເຊັບນາ​ເລຂາທິການ ແລະ​ໂຢອາ​ລູກຊາຍ​ຂອງ​ອາສັບ ຜູ້​ບັນທຶກ.


ກະສັດ​ຈຶ່ງ​ສົ່ງ​ຈົດໝາຍ​ຕອບ​ມາ ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້: “ຂໍ​ຄຳນັບ​ມາ​ເຖິງ​ເຣຮູມ ຜູ້ປົກຄອງ​ແຂວງ, ຊິມໄຊ ເລຂາ​ປະຈຳ​ແຂວງ, ພ້ອມ​ດ້ວຍ​ຜູ້​ຮ່ວມງານ​ທີ່​ຢູ່​ໃນ​ນະຄອນ​ຊາມາເຣຍ​ແລະ​ໃນ​ດິນແດນ​ອື່ນໆ ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ.


ແລະ​ຕໍ່ມາ​ອີກ ໃນ​ຣາຊການ​ຂອງ​ກະສັດ​ອາກຕາເຊເຊັດ​ແຫ່ງ​ເປີເຊຍ. ບີຊະລາມ, ມິດເຣດາດ, ຕາເບເອນ ແລະ​ຜູ້​ຮ່ວມງານ​ຂອງ​ພວກເຂົາ ໄດ້​ຂຽນ​ຈົດໝາຍ​ໄປ​ຫາ​ກະສັດ​ອາກຕາເຊເຊັດ. ຈົດໝາຍ​ສະບັບ​ນີ້​ຂຽນ​ຂຶ້ນ​ເປັນ​ພາສາ​ອາຣາມິກ ແລະ​ກໍ​ຕ້ອງ​ມີ​ຜູ້​ແປ​ໃນ​ເວລາ​ອ່ານ.


“ຈາກ​ເຣຮູມ​ຜູ້ປົກຄອງ​ແຂວງ, ຈາກ​ຊິມໄຊ​ເລຂາທິການ​ປະຈຳ​ແຂວງ, ຈາກ​ຜູ້​ຮ່ວມງານ​ຂອງ​ພວກເຂົາ, ຈາກ​ພວກ​ຜູ້ຕັດສິນ ແລະ​ຈາກ​ບັນດາ​ຂ້າຣາຊການ​ຄົນອື່ນໆ ທັງໝົດ​ທີ່​ມາ​ຈາກ​ຖິ່ນຖານ​ເອເຣັກ, ບາບີໂລນ ແລະ​ຊູຊາ​ທີ່​ດິນແດນ​ເອລາມ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka