Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 4:6 - ພຣະຄຳພີສັກສິ

6 ໃນ​ຣາຊການ​ຂອງ​ກະສັດ​ເຊເຊັດ ເຫຼົ່າ​ສັດຕູ​ຂອງ​ປະຊາຊົນ​ທີ່​ຢູ່​ໃນ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ ໄດ້​ນຳ​ຂໍ້​ກ່າວຫາ​ຂຽນ​ເປັນ​ລາຍລັກອັກສອນ​ມາ​ຕໍ່ສູ້​ພວກເຂົາ.

Uka jalj uñjjattʼäta Copia luraña




ເອຊະຣາ 4:6
13 Jak'a apnaqawi uñst'ayäwi  

ຄົນ​ຮັບໃຊ້​ຂອງ​ອີຊາກ​ໄດ້​ຂຸດ​ນໍ້າສ້າງ​ອີກ​ໜ່ວຍ​ໜຶ່ງ ໃນ​ບ່ອນ​ນີ້​ກໍ​ມີ​ການ​ຖົກຖຽງ​ກັນ​ຕື່ມ​ອີກ; ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ນໍ້າສ້າງ​ນີ້​ວ່າ, “ສັດຕູ.”


ພວກເຂົາ​ຍັງ​ໄດ້​ໃຫ້​ສິນບົນ​ແກ່​ພວກ​ຂ້າຣາຊການ​ເປີເຊຍ ເພື່ອ​ໃຫ້​ດຳເນີນການ​ຕໍ່ຕ້ານ​ພວກ​ຢິວ. ພວກເຂົາ​ສືບຕໍ່​ເຮັດ​ຢູ່​ຢ່າງນີ້ ຕະຫລອດ​ຣາຊການ​ຂອງ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ ຈົນເຖິງ​ຣາຊການ​ຂອງ​ກະສັດ​ດາຣິອຸດ ແຫ່ງ​ເປີເຊຍ.


ເຫດການ​ຊຶ່ງ​ມີ​ກ່າວ​ໃນ​ທີ່​ນີ້​ແມ່ນ​ເກີດຂຶ້ນ​ໃນ​ຣາຊການ​ຂອງ​ກະສັດ​ເຊເຊັດ ຜູ້​ທີ່​ໄດ້​ປົກຄອງ 127 ແຂວງ ຕັ້ງແຕ່​ອິນເດຍ​ເຖິງ​ຊູດານ.


ໃນ​ມື້​ທີ​ເຈັດ​ຂອງ​ງານ​ກິນລ້ຽງ ກະສັດ​ມີ​ອາຣົມ​ເບີກບານ​ມ່ວນຊື່ນ ຍ້ອນ​ເຫຼົ້າ​ອະງຸ່ນ​ທີ່​ເພິ່ນ​ໄດ້​ດື່ມ. ສະນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ເອົາ​ຊາຍ​ຕອນ​ເຈັດ​ຄົນ ທີ່​ເປັນ​ຄົນ​ຮັບໃຊ້​ສ່ວນຕົວ​ຂອງຕົນ​ມາ ດັ່ງນີ້: ເມຮູມານ, ບີຊະທາ, ຮັກໂບນາ, ບິກທາ, ອາບາທາ, ເຊທາເຣ ແລະ​ກາກກັດ.


ສະນັ້ນ ໃນ​ຣາຊການ​ປີ​ທີ​ເຈັດ​ຂອງ​ກະສັດ​ເຊເຊັດ ໃນ​ເດືອນ​ທີ​ສິບ​ອັນ​ກົງ​ກັບ​ເດືອນ​ເຕເບັດ ນາງ​ເອສະເທີ​ກໍໄດ້​ຖືກ​ນຳ​ຕົວ​ເຂົ້າ​ໄປ​ໃນ​ວັງ​ເພື່ອ​ພົບ​ກະສັດ.


ຮາມານ​ຈຶ່ງ​ບອກ​ກະສັດ​ເຊເຊັດ​ວ່າ, “ຍັງ​ມີ​ຄົນ​ຊາດ​ໜຶ່ງ​ທີ່​ກະຈັດ​ກະຈາຍ​ຢູ່​ທົ່ວ​ໄປ ຕາມ​ທຸກ​ແຂວງ​ໃນ​ອານາຈັກ​ຂອງທ່ານ. ພວກເຂົາ​ຢຶດຖື​ປະເພນີ​ທີ່​ບໍ່​ຄື​ກັບ​ຄົນອື່ນໆ. ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຂົາ​ບໍ່ໄດ້​ປະຕິບັດ​ຕາມ​ກົດໝາຍ​ຂອງ​ອານາຈັກ; ດັ່ງນັ້ນ ຈຶ່ງ​ບໍ່​ເປັນ​ຜົນ​ດີ​ທີ່​ທ່ານ​ຕ້ອງ​ອົດທົນ​ກັບ​ຄົນ​ເຫຼົ່ານີ້.


ສິ່ງ​ທີ່​ເຮົາ​ຈະ​ບອກ​ຕໍ່ໄປນີ້​ເປັນ​ຄວາມຈິງ.” ເທວະດາ​ໄດ້​ກ່າວ​ວ່າ, “ມີ​ກະສັດ​ອີກ​ສາມ​ຄົນ​ທີ່​ຈະ​ປົກຄອງ​ປະເທດ​ເປີເຊຍ​ຕິດຕາມ​ດ້ວຍ​ຄົນ​ທີ​ສີ່; ຜູ້​ນີ້​ຈະ​ຮັ່ງມີ​ກວ່າ​ຄົນອື່ນໆ​ທັງໝົດ. ໃນ​ເວລາ​ທີ່​ລາວ​ເຂັ້ມແຂງ ແລະ​ມີ​ຊັບສົມບັດ​ຢ່າງ​ຫລວງຫລາຍ​ຢູ່​ນັ້ນ ລາວ​ຈະ​ທ້າທາຍ​ກັບ​ອານາຈັກ​ກຣີກ.


ດາຣິອຸດ​ຄົນ​ເມເດຍ​ລູກຊາຍ​ຂອງ​ເຊເຊັດ ໄດ້​ປົກຄອງ​ອານາຈັກ​ບາບີໂລນ​ໃນ​ປີ​ທຳອິດ.


ຢູ່​ເທິງ​ຫົວ​ຂອງ​ພຣະອົງ ພວກເຂົາ​ໄດ້​ເອົາ​ປ້າຍ​ຄຳ​ກ່າວໂທດ​ຕອກ​ຕິດ​ໃສ່​ໄວ້​ໂດຍ​ມີ​ຂໍ້​ຂຽນ​ວ່າ, “ຜູ້​ນີ້​ແມ່ນ​ເຢຊູ ກະສັດ​ຂອງ​ຊາດ​ຢິວ.”


ເຫດການ​ທັງປວງ​ທີ່​ພວກເຂົາ​ກຳລັງ​ຟ້ອງ​ຂ້ານ້ອຍ​ດຽວ​ນີ້ ພວກເຂົາ​ພິສູດ​ບໍ່ໄດ້.


ເມື່ອ​ໂປໂລ​ເຂົ້າ​ມາ​ແລ້ວ ພວກ​ຢິວ​ທີ່​ມາ​ແຕ່​ນະຄອນ​ເຢຣູຊາເລັມ ກໍ​ຢືນ​ອ້ອມ​ໂປໂລ ແລະ​ເລີ່ມ​ຟ້ອງ​ຄະດີ​ໃຫຍ່ໆ​ຫລາຍ​ຄະດີ ຊຶ່ງ​ພວກເຂົາ​ບໍ່ມີ​ຫຼັກຖານ​ຢືນຢັນ​ໄດ້.


ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ມາ​ຈາກ​ສະຫວັນ​ວ່າ, “ບັດນີ້​ຄວາມ​ລອດພົ້ນ ຣິດເດດ ແລະ​ຣາຊອານາຈັກ​ແຫ່ງ​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ ກັບ​ທັງ​ຣິດອຳນາດ​ພຣະຄຣິດ​ຂອງ​ພຣະອົງ​ໄດ້​ມາ​ເຖິງ​ແລ້ວ ເພາະວ່າ​ຜູ້​ທີ່​ກ່າວໂທດ​ພວກ​ພີ່ນ້ອງ​ຂອງເຮົາ ຕໍ່​ພຣະພັກ​ພຣະເຈົ້າ​ຂອງເຮົາ ທັງ​ກາງເວັນ​ແລະ​ກາງຄືນ​ນັ້ນ ກໍໄດ້​ຖືກ​ຖິ້ມ​ລົງ​ເສຍ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka